ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທີມຊາດອາເຈັນຕິນາ ເອົາຊະນະ ທີມຊາດຝຣັ່ງ 4 ຕໍ່ 2 ໃນການຍິງລູກໂທດ ແລະໄດ້ຄອງ​ແຊ້ມເຕະບານໂລກ ເປັນເທື່ອທີສາມ

ທ້າວໄລແນລ ແມສຊີ (Lionel Messi) ຂອງອາເຈັນຕິນາ ຍິງບານເຂົ້າ ໃນລະຫວ່າງການດວນຍິງລູກໂທດ ຜ່ານຜູ້ຮັກສາປະຕູຂອງຝຣັ່ງ ທ້າວຮູໂກ ລໍຣິສ (Hugo Lloris), ຢູ່ສະໜາມກິລາ ລູແຊລ ຂອງກາຕ້າ, ວັນທີ 18 ທັນວາ 2022.
ທ້າວໄລແນລ ແມສຊີ (Lionel Messi) ຂອງອາເຈັນຕິນາ ຍິງບານເຂົ້າ ໃນລະຫວ່າງການດວນຍິງລູກໂທດ ຜ່ານຜູ້ຮັກສາປະຕູຂອງຝຣັ່ງ ທ້າວຮູໂກ ລໍຣິສ (Hugo Lloris), ຢູ່ສະໜາມກິລາ ລູແຊລ ຂອງກາຕ້າ, ວັນທີ 18 ທັນວາ 2022.

ອາເຈັນຕິນາ ໄດ້ຊະນະການແຂ່ງຂັນເຕະບານໂລກ ຄັ້ງທີສາມຂອງພວກເຂົາ ເຈົ້າ ໃນແບບທີ່ໜ້າມະຫັດສະຈັນ ເມື່ອວັນອາທິດວານນີ້ ໂດຍການເອົາຊະນະ ຝຣັ່ງ ດ້ວຍການຍິງລູກໂທດ 4 ຕໍ່ 2 ຫຼັງຈາກທີ່ທ້າວໄລໂນລ ແມສຊີ ໄດ້ຍິງເຂົ້າປະຕູສອງເທື່ອ ເມື່ອເກມໄດ້ຈົບລົງຈາວກັນ 3 ຕໍ່ 3 ທີ່ມີນັກເຕະເຊັ່ນ ທ້າວ ໄຄລຽນ ເອັມບັບເປ (Kylian Mbappe) ຜູ້ທີ່ໄດ້ເຮັດ “hat-trick” ຫຼືເປັນການຍິງເຂົ້າປະຕູສາມລູກຜູ້ດຽວ ແລະຕີສະເໝີໄດ້ ຈາກຈາກ​ໄດ້ນຳຫຼັງຢູ່ 2 ຕໍ່ 0 ​ລຸນຫຼັງທີ່ໄດ້ແຂ່ງມາໄດ້ 80 ນາທີແລ້ວ.

ມັນເປັນຄ່ຳຄືນທີ່ເຕັມໄປດ້ວຍອາລົມທີ່ຕື່ນເຕັ້ນໜ້າເຫຼືອເຊື່ອ ແລະມີທັງໂຊກທີ່ຂຶ້ນລົງຕະຫຼອດໄລຍະ ໂດຍໄດ້ນຳມາຊຶ່ງເກມການແຂ່ງຂັນຮອບຊີງຊະນະເລີດທີ່ຍິ່ງໃຫຍ່ຕະຫຼອດການ ແລະໜ້າມະຫັດສະຈັນ.

ອາເຈັນຕິນາ ເບິ່ງຄືວ່າ ຈະເປັນຝ່າຍທີ່ຈະໄດ້ຮັບໄຊຊະນະຢ່າງງ່າຍດາຍ ຫຼັງຈາກທີ່ ທ້າວແມສຊີ ຍິງລູກໂທດເຂົ້າ ແລະການຍິງເຂົ້າປະຕູຢອດຢ້ຽມໂດຍທ້າວແອນໂຈ ດີ ມາເຣຍ ໃນເຄິ່ງເວລາທຳອິດຂອງການແຂ່ງຂັນ ທີ່ໄດ້ເຮັດໃຫ້ທີມຂອງພວກເຂົາຄວບຄຸມເກມໄດ້ທັງໝົດ ແຕ່ທ້າວເອັມບັບເປ ຍິງລູກໂທດເຂົ້າ ໃນເວລາ 80 ນາທີ ແລະໄດ້ເຕະບານກາງອາກາດ ຫຼື ວອນເລ້ ເຂົ້າປະຕູ ໃນອີກນຶ່ງນາທີຕໍ່ມາ ຈຶ່ງເຮັດໃຫ້ສະເໝີກັນ ແລ້ວນຳໄປສູ່ການເພີ້ມເວລາຕື່ມ.

ທ້າວແມສຊີ ກໍໄດ້ເຮັດໃຫ້ທີມອາເຈັນຕິນາ ນຳໜ້າອີກເທື່ອນຶ່ງ ແຕ່ທ້າວເອັມບັບເປ ກໍໄດ້ຕີສະເໝີອີກເທື່ອນຶ່ງເຊັ່ນກັນດ້ວຍການຍິງລູກໂທດ ໂດຍເຮັດໃຫ້ລາວກາຍເປັນນັກເຕະຄົນທີສອງ ທີ່ໄດ້ຍິງເຂົ້າປະຕູ ຫຼືເຮັດ “hat trick” ໃນການແຂ່ງຂັນຮອບຊີງຊະນະເລີດ ນຳຫຼັງ ທ້າວແຈັຟ ເຮີຣສຕ໌ (Geoff Hurst) ຈາກອັງກິດ ໃນປີ 1966.

ທ້າວໄລແນລ ແມສຊີ ເບີ 10 ກອງໜ້າຂອງທີມຊາດອາເຈັນຕິນາ ສະຫຼອງການຍິງເຂົ້າປະຕູໃຫ້ແກ່ທີມຂອງລາວ ຊຶ່ງເປັນລູກທີສອງ ໃນລະຫວ່າງການແຂ່ງຂັນ ເຕະບານໂລກ 2022 ທີ່ກາຕ້າ ຮອບຊີງຊະນະເລີດ ລະຫວ່າງ ອາເຈັນຕິນາ ແລະ ຝຣັ່ງ ຢູ່ທີ່ສະໜາມກິລາ ລູແຊລ ເມື່ອວັນທີ 18 ທັນວາ 2022.

ດັ່ງນັ້ນ ຈຶ່ງໄດ້ນຳເກມເຂົ້າສູ່ການດວນຍິງລູກໂທດ ບ່ອນທີ່ທ້າວເອັມມີລີອາໂນ ມາຣຕີເນສ ຜູ້ຮັກສາປະຕູຂອງອາເຈັນຕິນາ ສາມາດປ້ອງກັນປະຕູ ຈາກການຍິງຂອງທ້າວຄິງສລີ ໂຄແມນ (Kingsman Coman) ໄດ້ ແລະທ້າວໂອເຣລຽນ ຈົວເມນີ (Aurelien Tchouameni) ໄດ້ຍິງອອກກ້ຳຊ້າຍ ຈຶ່ງໄດ້ໃຫ້ໂອກາດແກ່ ທ້າວກອນຊາໂລ ມົງທີລ (Gonzalo Montiel) ຍິງເພື່ອໄຊຊະ ນະ ຊຶ່ງລາວ ກໍໄດ້ຍິງເຂົ້າ ຢ່າງດີອົກດີໃຈ.

ທ້າວໄຄລຽນ ເອັມບັບເປ ນັກເຕະຂອງທີມຊາດຝຣັ່ງ ຍິງເຂົ້າປະຕູທຳອິດໃຫ້ແກ່ທີມຂອງພວກເຂົາ ຈາກລູກໂທດ ຜ່ານຜູ້ຮັກສາປະຕູຂອງທີມຊາດອາເຈັນຕິນາ ທ້າວເອັມມີລີອາໂນ ມາຣຕີເນສ.
ທ້າວໄຄລຽນ ເອັມບັບເປ ນັກເຕະຂອງທີມຊາດຝຣັ່ງ ຍິງເຂົ້າປະຕູທຳອິດໃຫ້ແກ່ທີມຂອງພວກເຂົາ ຈາກລູກໂທດ ຜ່ານຜູ້ຮັກສາປະຕູຂອງທີມຊາດອາເຈັນຕິນາ ທ້າວເອັມມີລີອາໂນ ມາຣຕີເນສ.

ໄຊຊະນະນີ້ ໝາຍຄວາມວ່າ ຫຼັງຈາກປະຫວັດໃນການແຂ່ງຂັນເຕະບານໂລກ 26 ເທື່ອ ໃນຄັ້ງທີຫ້າ ແລະຄັ້ງສຸດທ້າຍ ທີ່ໄດ້ຖືກຂໍຮ້ອງໃຫ້ລົງຫຼິ້ນ ທ້າວແມສຊີ ອາຍຸ 35 ປີ ໃນທີ່ສຸດ ກໍໄດ້ຮັບລາງວັນເຕະບານໂລກ ທີ່ລາວ ແລະປະເທດຂອງລາວ ໄດ້ຮຽກຮ້ອງຕ້ອງການ ແລະກໍໄດ້ຍົກລາວຂຶ້ນຄຽງຄູ່ກັບ ທ້າວດີເອໂກ ມາຣາໂດນາ ຫຼັງຈາກທີ່ໄດ້ເປັນພະເຈົ້າແຫ່ງນັກເຕະບານ ຂອງປະເທດຜູ້ທຳອິດ ທີ່ໄດ້ນຳພາທີມຊາດຂອງພວກເຂົາໄປສູ່ໄຊຊະນະຄັ້ງທີສອງ ຢ່າງສະເທືອນໃຈ ໃນປີ 1986 ພາຍຫຼັງຈາກທີ່ໄດ້ຮັບໄຊຊະນະຄັ້ງທຳອິດ ໃນປີ 1978. ມັນເບິ່ງເກືບຄືວ່າ ເກມເປັນໄປຢ່າງງ່າຍດາຍໃນຕອນຕົ້ນໆ.

ທ້າວດີມາເຣຍ ບໍ່ພຽງເທົ່າໃດນາທີ ພາຍໃຕ້ຄວາມສາມາດຂອງລາວ ນັບຕັ້ງແຕ່ການແຂ່ງຂັນໃນກຸ່ມຄັດເລືອກມາ ເບິ່ງຄືວ່າ ເປັນຜູ້ທີ່ອັນຕະລາຍຈາກການເລີ້ມຕົ້ນ ແລະເມື່ອລາວ ໄດ້ລ້ຽງບານກາຍທ້າວອຸດສມານ ເດັມເບເລ ດ້ວຍການຫັນບານກັບຄືນເຮັດໃຫ້ນັກເຕະຂອງຝຣັ່ງສະດຸດຂາທ້າວດີມາເຣຍ ຈາກດ້ານຫຼັງ ຫຼັງຈາກເວລາການແຂ່ງຂັນນາທີ ທີ 23 ຈຶ່ງໄດ້ຮັບລູກໂທດ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG