ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

49 ຄົນ ເສຍຊີວິດ ຍ້ອນອຸບັດເຫດ ລົດໄຟແລ່ນຕໍາ ກໍາແພງກັ້ນ ສົ້ນສຸດລາງ


ຄົນໂດຍສານທີ່ໄດ້ຮັບບາດເຈັບ ຍ້ອນອຸບັດເຫດ ລົດໄຟແລ່ນຕຳກຳແພງກັ້ນ ສົ້ນສຸດຂອງລາງ (22 ກຸມພາ 2012)
ຄົນໂດຍສານທີ່ໄດ້ຮັບບາດເຈັບ ຍ້ອນອຸບັດເຫດ ລົດໄຟແລ່ນຕຳກຳແພງກັ້ນ ສົ້ນສຸດຂອງລາງ (22 ກຸມພາ 2012)

ພວກ​ເຈົ້າໜ້າ​ທີ່​ກູ້ໄພ​ໃນ​ປະ​ເທດ​ອາ​ເຢັນ​ຕິ​ນາ​ກ່າວ​ວ່າ ມີ​ຄົນ​ເສຍ​ຊີວິດຢ່າງໜ້ອຍ 49 ຄົນ
ຫຼັງຈາກ​ຂະ​ບວນລົດ​ໄຟ​ປະ​ຈໍ​າທາງທີ່​ເຕັມ​ໄປ​ດ້ວຍ​ຄົນ​ໂດຍສານ ແລ່ນ​ຕໍາ​ກໍາ​ແພງ​ກັ້ນ​ຢູ່​ສົ້ນ
ສຸດ​ຂອງ​ລາງ​ລົດ​ໄຟ ​ທີ່​ສະຖານີ ນະຄອນ Buenos Aires.

ພວກ​ເຈົ້າໜ້າ​ທີ່​ກ່າວ​ວ່າ​ ຂະ​ບວນລົດ​ໄຟ​ປະ​ຈໍາ​ທາງ​ດັ່ງກ່າວ​ໄດ້​ແລ່​ນ​ເຂົ້າ​ໄປຍັງ​ສະຖານີ
Once ທີ່​ມີ​ການ​ສັນຈອນ​ໄປມາ​ຢ່າງ​ຄັບ​ຄັ່ງຂອງ​ນະຄອນ ດັ່ງກ່າວ ​ໂດຍ​ບໍ່ສາມາດ​ຢຸດ​ໄດ້
ເມື່ອຕອນ​ເຊົ້າວັນ​ພຸດ​ວານ​ນີ້​ໃນ​ລະຫວ່າງ​ຊົ່ວ​ໂມງ​ທີ່​ມີ​ຄົນ​ອອກເດີນທາງ​ໄປມາຫລາຍທີ່ສຸດ
ນັ້ນ. ສາ​ເຫດ​ຂອງ​ອຸບັດ​ເຫດ​ຄັ້ງ​ນີ້​ຍັງ​ກໍາລັງຢູ່​ພາຍ​ໃຕ້​ການ​ສອບ​ສວນຢູ່ ​ແຕ່​ທ່ານ J.P.
Schiavi ລັດຖະມົນຕີ​ກະຊວງ​ຂົນ​ສົ່ງ​ກ່າວ​ວ່າອາດ​ເປັນ​ຍ້ອນ​ລະບົບ​ຫ້າມ​ລໍ້ບໍ່​ດີ.

ພວກ​ກູ້​ໄພ​ໄດ້​ນໍາ​ເອົາ​ພວກເຄາະ​ຮ້າຍວາງ​ໄວ້​ພື້ນ​ດິນ​ເພື່ອ​ປະ​ຖົມ​ພະຍາບານ ພວກ​ເຈົ້າໜ້າ​
ທີ່​ກ່າວ​ວ່າ ມີ​ຫຼາຍ​ກວ່າ 600 ຄົນ​ທີ່​ໄດ້​ຮັບ​ບາດ​ເຈັບ ​ໂຮມ​ທັງ​ອີກປະມານ 460 ຄົນ ​ເຂົ້າ
ຮັບ​ການປິ່ນປົວຢູ່ທີ່​ໂຮງໝໍ ຊຶ່ງຜູ້ເຄາະ​ຮ້າຍ​ສ່ວນ​ໃຫຍ່​ແມ່ນ​ຢູ່​ຕູ້ທໍາ​ອິດ​ ຂອງ​ສອງຕູ້​ທີ່ແອ
ອັດ​ໄປ​ດ້ວຍ​ຄົນ​ໂດຍສານ​ນັ້ນ.

ພວກ​ເຈົ້າໜ້າ​ທີ່​ຢູ່​ບ່ອນ​ເກີດ​ເຫດ​ກ່າວ​ວ່າ ​ຂະ​ບວນລົດ​ໄຟ​ດັ່ງກ່າວ​ໄດ້​ແລ່ນ ຕໍາກໍາ​ແພງກັ້ນ
ບ່ອນ​ສຸດ​ລາງ​ລົດ​ໄຟ​ໃນ​ຄວາມ​ໄວ 20 ຫາ 30 ກິ​ໂລ​ແມດ​ຕໍ່​ຊົ່ວ​ໂມງ. ພວກ​ເຈົ້າໜ້າທີ່​ກ່າວ​
ອີກ​ວ່າ ​ລົດ​ໄຟ​ແລ່ນ​ໃນ​ຄວາມ​ໄວສູງ​ພໍ​ທີ່ ​ເຮັດ​ຕູ້​ໆ​ນຶ່ງ​ຂອງ​ລົດ​ໄຟ ສາມາດ​ພັງ​ເຂົ້າ​ໄປ​ໃນ​ຕູ້​
ໜ້າ​ນັ້ນ​ເຖິງ​ຫົກ​ແມດ.

ພວກ​ເຈົ້າໜ້າ​ທີ່​ກ່າວ​ອີກ​ວ່າ ອຸບັດ​ເຫດຂະ​ບວນ​ລົດ​ໄຟ​ສາຍ Sarmiento ທີ່ແອ​ອັດ​ໄປ
ດ້ວຍ​ຄົນ​ໂດຍສານຄັ້ງ​ນີ້ ນັບ​ວ່າ​ເປັນ​ອຸບັດ​ເຫດ​ທີ່​ຮ້າຍ​ແຮງ​ທີ່​ສຸດ​ໃນ​ຮອບ​ຫຼາຍກວ່າ 20
ປີຂອງ​ອາ​ເຢັນ​ຕິ​ນາ.

XS
SM
MD
LG