ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອາຫານ ຢາປິ່ນປົວ ແລະ ສິ່ງຊ່ວຍເຫຼືອຕ່າງໆ ໄປຮອດ ໄປເຖິງຜູ້ປະສົບໄພ ໃນເນປານແລ້ວ


ຜູ້ຍິງຈາກໝູ່ບ້ານແຫ່ງນຶ່ງ ທີ່ຊື່ວ່າ ນາງ Ramaya ພະນົມມື ໃນຂະນະທີ່ຮ້ອງຂໍ ອາຫານ ຫຼັງຈາກທີ່ເຮລິຄອບເຕີ້ ທີ່ນຳເອົາເຄື່ອງຊ່ວຍເຫຼືອບັນເທົາທຸກມານຳນັ້ນ ໄດ້ບິນລົງຈອດ ຢູ່ໃນໝູ່ບ້ານເຂດພູດອຍ Gumda ທີ່ຢູ່ຫ່າງໄກສອກຫລີກ ໃກ້ໆກັບຈຸດສູນກາງ ຂອງແຜ່ນດິນ​ໄຫວ ໃຫຍ່ທີ່ສຸດ ເມື່ອ​ວັນ​ເສົາ​ຜ່ານ​ມາ ໃນເຂດເມືອງ Gorkha ຂອງ Nepal, ວັນທີ 29 ເມສາ 2015.
ຜູ້ຍິງຈາກໝູ່ບ້ານແຫ່ງນຶ່ງ ທີ່ຊື່ວ່າ ນາງ Ramaya ພະນົມມື ໃນຂະນະທີ່ຮ້ອງຂໍ ອາຫານ ຫຼັງຈາກທີ່ເຮລິຄອບເຕີ້ ທີ່ນຳເອົາເຄື່ອງຊ່ວຍເຫຼືອບັນເທົາທຸກມານຳນັ້ນ ໄດ້ບິນລົງຈອດ ຢູ່ໃນໝູ່ບ້ານເຂດພູດອຍ Gumda ທີ່ຢູ່ຫ່າງໄກສອກຫລີກ ໃກ້ໆກັບຈຸດສູນກາງ ຂອງແຜ່ນດິນ​ໄຫວ ໃຫຍ່ທີ່ສຸດ ເມື່ອ​ວັນ​ເສົາ​ຜ່ານ​ມາ ໃນເຂດເມືອງ Gorkha ຂອງ Nepal, ວັນທີ 29 ເມສາ 2015.

ອົງການ​ສະຫະ​ປະຊາ​ຊາດ ຫຼື UN ກ່າວ​ວ່າ ຕົນພວມ​ເລີ້ມ
​ແຈກ​ຍາຍ​ອາຫານການ​ກິນ​ ​ແລະ ຢາປິ່ນປົວ ​ໃນ​ວັນ​ພຸດ​ມື້​ນີ້
ຢູ່​ທີ່​ບໍລິ​ເວນ ​ໃກ້ໆ ກັບ​ຈຸດ​ສູນ​ກາງທີ່ເກີດແຜ່ນດິນ​ໄຫວ ໃນ
​ປະ​ເທດ​ເນ​ປານ ເມື່ອ​ວັນ​ເສົາ​ຜ່ານ​ມານັ້ນ ບ່ອນ​ທີ່​ຈຳນວນ​
ຜູ້​ເສຍ​ຊີວິດ ຍັງ​ສືບ​ຕໍ່​ເພີ້​ມຂຶ້ນ​ເລື້ອຍໆ.

​ຄວາມ​ພະຍາຍ​າມ ຂອງໂຄງການ​ອາຫານ​ໂລກ ​ໃນ​ອ້ອມເຂດ
Gorkha ມີ​ຂຶ້ນ ​ໃນ​ຂະນະ​ທີ່​ບັນດາ​ເຈົ້ານາ​ທີ່ເນ​ປານ ​ໄດ້​ປະຕິ
ຍານ​ ​ໃນ​ວັນ​ພຸດ​ມື້​ນີ້ ວ່າ ຈະ​ປັບປຸງ​ການ​ຕອບ​ສະໜອງ ການ
ຊ່ວຍ​ເຫຼືອຂອງ​ລັດຖະບານ ​ໃຫ້ດີ​ຂຶ້ນ ເພື່ອ​ນຳ​ສົ່ງ​ອາຫານ ນ້ຳ
​ແລະ ທີ່​ພັກ​ອາ​ໃສ ຕ່າງໆ ​ໃຫ້​ແກ່​ພວກ ທີ່​ມີ​ຄວາມ​ຕ້ອງການ
ຫຼາຍທີ່​ສຸດ.

​ໃນ​ຂະນະ​ດຽວ​ກັນ ບັນດາ​ພະນັກງານ ​ຄົ້ນ​ຫາ ​ແລະ ກູ້​ໄພ ຍັງ​ສືບ​ຕໍ່​ຂຸດ​ຄົ້ນ ຕາມ​ຊາກຫັກ​
ພັງ ທີ່​ເກີດ​ຈາກ​ແຜ່ນດິນ​ໄຫວ ຄວາມ​ແຮງ 7.8 ຣິກ​ເຕີ້. ​ເມື່ອ​ຕອນ​ຄ່ຳ​ວັນ​ອັງຄານ​ວານ​ນີ້
ທິມກູ້​ໄພ​ຂອງຝຣັ່ງ ​ໄດ້​ຊ່ອຍ​ດຶງ​ເອົາ​ຊາຍ​ຄົນ​ນຶ່ງ ອອກ​ມາ​ຈາກ​ເຮືອນຂອງ​ລາວ ​ທີ່​ຫັກ​ພັງ​ລົງ
​ຢູ່​ໃນ​ນະຄອນຫລວງ Kathmandu ບ່ອນທີ່ ລາວ​ຕົກຄ້າງ​ຢູ່​ ເປັນ​ເວລາດົນ ກວ່າ 80 ຊົ່ວໂມງ.

Generosity Overwhelms Quake-stricken Nepal
please wait

No media source currently available

0:00 0:02:39 0:00

ບັນດາ​ເຈົ້າໜ້າ​ທີ່ ກ່າວໃນ​ວັນ​ພຸດ​ມື້​ນີ້ວ່າ ຈຳນວນ​ຂອງ​ຜູ້​ເສຍ​ຊີວິດ ທີ່​ເປັນ​ທາງ​ການ ​ແມ່ນ
​ໄດ້​ເພີ້​ມຂຶ້ນ ກາຍ 5,000 ຄົນ​ແລ້ວ ພ້ອມ​ກັບ ຜູ້​ທີ່​ໄດ້​ຮັບ​ບາດ​ເຈັບ​ອີກ 10,000 ຄົນ.

ການ​ຊ່ວຍ​ເຫຼືອ​ໄປ​ຍັງ ​ເຂດ​ຫ່າງໄກ​ສອກຫລີກຂອງ​ເນ​ປານ ​ແມ່ນ​ຍັງ​ຊັກ​ຊ້າຢູ່ ຍ້ອນ​ວ່າ
ຖະໜົນ​ຫົນທາງ​ ທີ່​ບໍ່​ຄ່ອຍ​ດີ​ປານ​ໃດ ​ແລະ ຝົນ​ທີ່​ຕົກລົງ​ມາ ​ເຮັດ​ໃຫ້ການເດີນທາງ ທາງ​
ພາກ​ພື້ນ​ດິນ​ນັ້ນ ມີ​ຄວາມ​ທ້າ​ທາຍຫຼາຍ. UN ​ໄດ້ກະ​ປະ​ເມີນ ​ວ່າ ​ແຜ່ນດິນ​ໄຫວ​ໃນ​ຄັ້ງນີ້
​ໄດ້​ສົ່ງຜົນ​ກະທົບ​ຕໍ່​ 8 ລ້ານ​ຄົນ ຊຶ່ງຫຼາຍກວ່າ ນຶ່ງ​ສ່ວນ​ສີ່​ ຂອງ​ພົນລະ​ເມືອງ​ ໃນ​ປະ​ເທດ
ພ້ອມ​ກັນ​ກັບ 1 ລ້ານ 4 ​ແສນ​ຄົນ ​ແມ່ນ​ມີ​ຄວາມ​ຕ້ອງການ​ອາຫານ​ການ​ກິນ.

ຫຼາຍໆ​ຄົນ ບໍ່​ເພິ່ງ​ພໍ​ໃຈ​ກັບ ອັນ​ທີ່​ພວກ​ເຂົາ​ເຈົ້າ ກ່າວ​ວ່າ ​ແມ່ນ​ການ​ຕອບ​ສະໜອງ​ຄວາມ
ຊ່ວຍ​ເຫຼືອ ຂອງ​ລັດຖະບານ ທີ່ຊັກຊ້າ ​ແລະ ຫຼາຍພັນ​ຄົນ​ໄດ້​ໄປ​ເຕົ້າ​ໂຮມ​ກັນ​ຢູ່​ນະຄອນ
ຫລວງ Kathmandu ​ໃນ​ວັນ​ພຸດ​ມື້​ນີ້ ​ເພື່ອ​ຫາ​ທາງ​ ທີ່​ຈະ​ຂຶ້ນລົດ​ເມ​ໂດຍສານ ອອກ​ໄປ​
ຈາກ​ເມືອງດັ່ງກ່າວ​ນັ້ນ ​ແລະ ​ໄປ​ຫາ​ຄອບ​ຄົວ​ຂອງ​ພວກ​ເຂົາ​ເຈົ້າ ຢູ່​ທີ່​ບໍລິ​ເວນ​ທີ່ຫ່າງໄກ ອອກໄປ.

ນາ​ຍົກ​ລັດຖະມົນຕີ ​ເນ​ປານ ທ່ານ Sushil Koirala ​ໄດ້​ປະຕິຍານ​ ​ໃນ​ການ​ຖະ​ແຫລ​ງ ທີ່​
ຖ່າຍ​ທອດ​ຜ່ານ​ທາງ​ໂທລະພາບ ​ເມື່ອ​ວັນ​ອັງຄານ​ວານ​ນີ້ ວ່າ ຈະ​ກໍ່ສ້າງຄືນ​ອີກ ​ໂຄງ​ສ້າງ​
ທີ່​ສຳຄັນໆ ທາງ​ດ້ານປະວັດ​ສາດ ດ້ານ​ສາສະໜາ ​ແລະ ດ້ານ​ໂບຮານ​ຄະດີ ​ແລະ ​ໄດ້​
ປະກາດ ​ໃຫ້ໄວ້ອາ​ໄລ​ເປັນ​ເວລາສາມ​ມື້​ ສຳ​ຫລັບ​ບັນດາ​ຜູ້​ເຄາະ​ຮ້າຍ ​ຈາກໄພ​ແຜ່ນ​ດິນ
​ໄຫວ​ນີ້.

Nepal Earth Quake
please wait
Embed

No media source currently available

0:00 0:01:25 0:00

XS
SM
MD
LG