ພວກນັກເຄື່ອນໄຫວຕໍ່ຕ້ານການເຈາະຫາບໍ່ນ້ຳມັນໃນເຂດຂົ້ວ
ໂລກເໜືອໄດ້ພາກັນທຳການປະທ້ວງໂດຍທາງເຮືອ ຢູ່ໃນອ່າວ
ນຶ່ງຂອງລັດວໍຊິງຕັນ ໃນພາກຕາເວັນຕົກສຽງເໜືອຂອງສະຫະ
ລັດ ໃນວັນເສົາວານນີ້.
ພວກປະທ້ວງພາກັນ ພາຍເຮືອ Kayaks ເຮືອກາໂນ ແລະ
ພວກເຮືອນ້ອຍອື່ນໆ ໄປທົ່ວອ່າວ Elliot ຂອງນະຄອນ
Seattle ທຳການປະທ້ວງແຜນການ ຂອງບໍລິສັດ Royal
Dutch Shell ທີ່ຈະຮື້ຟື້ນທຳການບຸກເບີກຫາບໍ່ນ້ຳມັນຄືນ
ໃນເຂດຂົ້ວໂລກເໜືອ ແລະເກັບມ້ຽນຖານເຈາະນ້ຳມັນສອງ
ແຫ່ງຂອງຕົນໄວ້ໃນທ່າເຮືອນະຄອນ Seattleນັ້ນ.
ພວກປະທ້ວງ ໄດ້ພາກັນຖືປ້າຍແລະຄຳຂວັນຕ່າງໆທີ່ອ່ານວ່າ “ຄວາມຍຸຕິທຳໃນດິນ
ຟ້າອາກາດ” ແລະ “ຫ້າມເຈາະຂົ້ວໂລກເໜືອ.”
ບໍລິສັດ Royal Dutch Shell ວາງແຜນທີ່ຈະບຸກເບີກຫາບໍ່ນ້ຳມັນນອກຝັ່ງທະເລກ້ຳເໜືອຂອງລັດ Alaska.
ນາຍ Eric Day ຈາກຊົນເຜົ່າອິນເດຍ Swinomish ໃນລັດວໍຊິງຕັນ ໄດ້ເປັນຄົນໜຶ່ງໃນບັນດາຊົນເຜົ່າພື້ນເມືອງອາເມຣິກັນ ທີ່ພາກັນພາຍເຮືອກາໂນ ຮ່ວມທຳການປະທ້ວງ ຊຶ່ງລາວເວົ້າວ່າ ການເຈາະຫາບໍ່ນ້ຳມັນໃນເຂດຂົ້ວໂລກເໜືອ ຈະນຳຄວາມເສຍຫາຍມາໃຫ້ແກ່ປະຊາຊົນທີ່ທຳມາຫາກິນຈາກດິນແດນແຫ່ງນີ້.
ລາວເວົ້າວ່າ “ອັນນີ້ແມ່ນບ່ອນທຳມາຫາລ້ຽງຊີບຂອງພວກເຮົາ. ພວກເຮົາຈະຕ້ອງ
ປົກປັກຮັກສາໄວ້ ໃຫ້ພວກຈັບປູ ໃຫ້ພວກຊາວປະມົງ. ພວກເຮົາຈະຕ້ອງປົກປັກ
ຮັກສາໄວ້ໃຫ້ພວກລູກຫລານຂອງພວກເຮົາ.”