ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ບັນດາປະເທດເຂດ ອາກຕິກ ປຶກສາຫາລື ກ່ຽວກັບ ສະພາບອາກາດປ່ຽນແປງ ແລະ ຄວາມປອດໄພ


ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ ແອນໂທນີ ບລິງເຄັນ ກ່າວຄຳປາໄສຕໍ່ພະນັກງານສະຖານທູດ ຢູ່ສະຖານທູດ ສະຫະລັດ ໃນນະຄອນຫຼວງ ເຣຈາວິກ ປະເທດ ໄອສແລນ. 18 ພຶດສະພາ, 2021. (Saul Loeb/Pool Photo via AP)
ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ ແອນໂທນີ ບລິງເຄັນ ກ່າວຄຳປາໄສຕໍ່ພະນັກງານສະຖານທູດ ຢູ່ສະຖານທູດ ສະຫະລັດ ໃນນະຄອນຫຼວງ ເຣຈາວິກ ປະເທດ ໄອສແລນ. 18 ພຶດສະພາ, 2021. (Saul Loeb/Pool Photo via AP)

ສະພາບອາກາດປ່ຽນແປງ ແລະ ການຮ່ວມມືລະຫວ່າງບັນດາປະເທດເຂດອາກ ຕິກ ແມ່ນລວມຢູ່ໃນຫົວຂໍ້ຕ່າງໆຂອງການປຶກສາຫາລືຢູ່ນະຄອນຫຼວງ ເຣຈາວິຄ ປະເທດ ໄອຊ໌ແລນ ໃນວັນພະ ຫັດວານນີ້, ບ່ອນທີ່ສະພາເຂດ ອາກຕິກ ໄດ້ຈັດ ກອງປະຊຸມລະດັບລັດຖະມົນຕີ.

ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ ແອນໂທນີ ບລິງເກັນ ໄດ້ກ່າວຕໍ່ບັນດານັກຂ່າວ ຫຼັງຈາກກອງປະຊຸມໃນວັນພະຫັດວານນີ້ວ່າ “ຂ້າພະເຈົ້າມາ ກຣີນແລນ ເພາະວ່າ ສະຫະລັດ ໃຫ້ຄວາມສຳຄັນຕໍ່ການເປັນພາຄີຂອງພວກເຮົາ ແລະ ຢາກເຮັດໃຫ້ມັນເຂັ້ມແຂງກວ່າເກົ່າ.”

ໃນການປາກົດຕົວຄັ້ງສຸດທ້າຍຂອງທ່ານ ກ່ອນເດີນທາງກັບ ສະຫະລັດ ນັ້ນ, ທ່ານບລິງເກັນ ໄດ້ເລົ່າ ກ່ຽວກັບ ການຂີ່ເຮືອບິນຂ້າມແທ່ງນໍ້າກ້ອນທີ່ກຳລັງ ຫຼຸດລົງ, ໂດຍກ່າວຢໍ້າເຖິງຄຳເຕືອນທີ່ມືດ ມົວ ກ່ຽວກັບ ຜົນກະທົບ ຂອງສະພາບອາກາດປ່ຽນແປງ.

ທ່ານໄດ້ກ່າວວ່າ “ການທີ່ໄດ້ມີໂອກາດທີ່ບໍ່ພຽງແຕ່ເວົ້າ ກ່ຽວກັບ ມັນ, ບໍ່ພຽງແຕ່ອ່ານ ກ່ຽວກັບ ມັນ, ແຕ່ໄດ້ເຫັນມັນຢ່າງແທ້ຈິງແມ່ນໜ້າຈັບໃຈຫຼາຍ.”

ໃນຕົ້ນອາທິດນີ້, ທ່ານ ບລິງເກັນ ໄດ້ຮຽກຮ້ອງປະຊາຄົມໂລກໃຫ້ຫຼີກລ່ຽງຕໍ່ການເຮັດໃຫ້ເຂດ ອາກ ຕິກ ມີການແຂ່ງຂັນທາງທະຫານ ແລະ ໄດ້ກ່າວວ່າ ຣັດເຊຍ ໄດ້ດຳເນີນ “ການກ່າວອ້າງເອົາມະສິດທາງທະເລຢ່າງບໍ່ຖືກຕ້ອງຕາມກົດໝາຍ” ຢູ່ໃນພາກພື້ນ.

ລັດຖະມົນຕີການຕ່າງປະເທດ ຣັດເຊຍ ທ່ານ ເຊີເກ ລາວຣັອຟ ໄດ້ກ່າວໃນອາທິດນີ້ວ່າ ບັນດາປະ ເທດຕາເວັນຕົກບໍ່ຄວນອ້າງເອົາສິດທິໃນເຂດ ອາກຕິກ ແລະ ວ່າ ຣັດເຊຍ ແມ່ນຮັບຜິດຊອບສຳລັບການຮັບປະກັນວ່າຊາຍຝັ່ງເຂດ ອາກຕິກ ຂອງເຂົາເຈົ້າແມ່ນປອດໄພ.”

ຄວາມຂັດແຍ້ງໃນເຂດ ອາກຕິກ ແມ່ນກ່ຽວກັບອັນທີ່ເອີ້ນວ່າ ເສັ້ນທາງທະເລເໜືອ, ເປັນເສັ້ນທາງການຂົນສົ່ງທີ່ແລ່ນຜ່ານຊາຍຝັ່ງມະຫາສະໝຸດ ອາກຕິກ ຂອງ ຣັດເຊຍ. ຣັດເຊຍ ພິຈາລະນາເສັ້ນ ທາງທະເລເໜືອວ່າ ສຳຄັນຕໍ່ເສດຖະກິດຂອງເຂົາເຈົ້າ ແລະ ມີຜົນປະໂຫຍດທາງທະຫານ ແລະ ຮຽກຮ້ອງໃຫ້ເຮືອຂອງຕ່າງປະເທດຂໍການອະນຸຍາດຈາກ ມົສກູ ເພື່ອການສັນຈອນ. ສະຫະລັດ ໄດ້ປະຕິເສດຕໍ່ການກ່າວອ້າງ ກ່ຽວກັບ ສິດອຳນາດຂອງ ຣັດເຊຍ ຕໍ່ຫຼາຍພາກສ່ວນຂອງເສັ້ນທາງນັ້ນ ວ່າບໍ່ຖືກຕ້ອງຕາມກົດໝາຍ.

ຣັດເຊຍ ໄດ້ເຂົ້າຮັບໜ້າທີ່ເປັນປະທານວຽນຂອງສະພາເຂດ ອາກຕິກ, ແລະ ໄດ້ຕັ້ງເປົ້າໝາຍ ສຳລັບການໃຫ້ຄວາມສຳຄັນຕໍ່ການພັດທະນາເສດຖະກິດທີ່ຍືນຍົງ ແລະ ສົ່ງເສີມວັດທະນະທຳພື້ນເມືອງ ແລະ ພາສາຕ່າງໆ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG