ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໐໔ ພຶດສະພາ ໒໐໒໔

​ກຳ​ລັງ​ຕໍ່​ຕ້ານ ຂອງກອງ​ທັບ​ອາ​ຣາ​ຄານ ກ່າວ​ອ້າງວ່າ ຕົນ​ໄດ້​ເຂົ້າ​ຄວບ​ຄຸມ ເມືອງ​ຍຸດ​ທະ​ສາດ ໃນ​ມຽນ​ມາ​ໄດ້​ແລ້ວ


ພວກ​ນັກ​ລົບ​ຂອງກອງ​ທັບ​ອາ​ຣາ​ຄານ ທີ່​ເຫັນ​ນັ້ນ ຢູ່ນອກ​ປ້ອມ​ຕຳ​ຫຼວດ ທີ່​ເມືອງ​ພາ​ລັກ​ວາ ໃນ​ລັດ​ຊິນ ເມື່ອ​ວັນ​ທີ 14 ມັງ​ກອນ 2024, ຫຼັງ​ຈາກ​ກຳ​ລັງ​ຂອງ​ຊົນ​ກຸ່ມ​ນ້ອຍ​ເຂົ້າ​ຢຶດ​ເອົາ​ເມືອງ.
ພວກ​ນັກ​ລົບ​ຂອງກອງ​ທັບ​ອາ​ຣາ​ຄານ ທີ່​ເຫັນ​ນັ້ນ ຢູ່ນອກ​ປ້ອມ​ຕຳ​ຫຼວດ ທີ່​ເມືອງ​ພາ​ລັກ​ວາ ໃນ​ລັດ​ຊິນ ເມື່ອ​ວັນ​ທີ 14 ມັງ​ກອນ 2024, ຫຼັງ​ຈາກ​ກຳ​ລັງ​ຂອງ​ຊົນ​ກຸ່ມ​ນ້ອຍ​ເຂົ້າ​ຢຶດ​ເອົາ​ເມືອງ.

ກຳ​ລັງ​ປະ​ກອບ​ອາ​ວຸດ ​ຊົນ​ກຸ່ມນ້ອຍ​ທີ່​ມີ​ອິດ​ທິ​ພົນ​ກຸ່ມ​ນຶ່ງ​ ​ທີ່​ພວມ​ສູ້​ລົບ​ກັບ​ກອງ​ທັບ ໃນ​ມຽນ​ມາ ທີ່​ມີ​ຖານ​ປະ​ຕິ​ບັດ​ງານ​ຢູ່​ທີ່​ລັດ​ຣາ​ໄຄ​ນ໌ ທາງ​ພາກ​ຕາ​ເວັນ​ຕົກ​ຂອງ​ປະ​ເທດກ່າວ​ວ່າ ຕົນ​ໄດ້​ເຂົ້າ​ຢຶດ​ເອົາ​ເມືອງ ທີ່​ຕັ້ງ​ຢູ່​ຕິດ​ກັບ​ຊາຍ​ແດນ ​ຂອງ​ອິນ​ເດຍ​ແລະ​ບັງ​ກ​ລາ​ແດັ​ສ​ໄດ້​ແລ້ວ ອີງ​ຕາມ​ລາຍ​ງານ​ຂອງ​ອົງ​ການ​ຂ່າວ​ເອ​ພີ.

​ພາ​ລັກ​ວາ (Paletwa) ແມ່ນ​ຫົວ​ເມືອງ​ທຳ​ອິດ​ທີ່​ມີ​ລາຍ​ງານ​ວ່າ ໄດ້​ຕົກ​ຢູ່​ໃນ​ກຳ​ມື​ຂອງກອງ​ທັບ​ອາ​ຣາ​ຄານ. ​ກຳ​ລັງ​ປະ​ກອບ​ອາ​ວຸດກຸ່ມນີ້​ໄດ້​ເລີ້ມ​ໂຈມ​ຕີ​ແບບ​ບໍ່​ຄາດ​ຄິດ​ຕໍ່​ເປົ້າ​ໝາຍ​ຕ່າງໆທາງ​ທະ​ຫານ​ໃນເມືອງ​ພາ​ລັກ​ວາ ທີ່​ຕັ້ງ​ຢູ່​ໃນ​ລັດ​ຊິນ (Chin) ເມື່ອ​ກາງ​ເດືອນ​ພະ​ຈິກ.

ເມືອງ​ພາ​ລັກ​ວາ ຕັ້ງ​ຢູ່​ທາງ​ທິດ​ເໜືອ​ຂອງ​ລັດ​ຣາ​ໄຄ​ນ໌ ໃກ້ໆ​ກັບ​ຊາຍ​ແດນ​ບັງ​ກ​ລາ​ແດັ​ສ ແລະ​ອິນ​ເດຍ.

ໂຄ​ສົກ​ຂອງກອງ​ທັບ​ອາ​ຣາ​ຄານ ກ່າວ​ຕໍ່​ອົງ​ການ​ຂ່າວ​ເອ​ພີ ໃນ​ວັນ​ຈັນ​ວານນີ້​ວ່າ ເຂດ​ພາ​ລັກ​ວາ​ທັງ​ໝົດ​ໄດ້​ກາຍ​ເປັນ “​ເຂດປອດ​ກາ​ນ​ປົກ​ຄອງ​ສະ​ພາ​ທະ​ຫານ” ຊຶ່ງ​ໝາຍ​ເຖິງ​ລັດ​ຖະ​ບານ​ທະ​ຫານ​ມຽນ​ມາ ​ທີ່​ປົກ​ຄອງ​ປະ​ເທດ​ໃນ​ປັດ​ຈຸ​ບັນ ແຕ່​ຍັງ​ບໍ່​ທັນ​ມີ​ການ​ໃຫ້​ຄວາມ​ເຫັນ​ໃນ​ທັນ​ທີ​ເທື່ອ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສ​າ​ອັງ​ກິດ

XS
SM
MD
LG