ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສົບ ທ່ານ Arafat ທີ່ຂຸດຂື້ນມາ ໄດ້ຖືກຝັງ ຄືນແລ້ວ


ຊາກສົບ ທ່ານ Yasser Arfat ໄດ້ຝັງຄືນແລ້ວ ຫລັງຈາກໄດ້​ຂຸດ​​ຂື້ນ​ມາເພື່ອ​ຊອກ​ຫາຫລັກ​ຖານກ່ຽວ​ກັບການ​​ເສຍ​ຊີວິດ​ຂອງ​ທ່ານ.
ຊາກສົບ ທ່ານ Yasser Arfat ໄດ້ຝັງຄືນແລ້ວ ຫລັງຈາກໄດ້​ຂຸດ​​ຂື້ນ​ມາເພື່ອ​ຊອກ​ຫາຫລັກ​ຖານກ່ຽວ​ກັບການ​​ເສຍ​ຊີວິດ​ຂອງ​ທ່ານ.
ບັນດາເຈົ້າ​ໜ້າ​ທີ່ປາແລ​ສ​ໄຕກ່າວ​ວ່າ ​ຜູ້​ຊ່ຽວຊານ​ນາໆ​ຊາດ ​ໄດ້​
ຝັງ​ສົບ​ຂອງມື້ລາງຜູ້​ນໍາຊາວປາ​ແລ​ສ​ໄຕ ທ່ານ Yasser Arfat
ນັ້ນ ຄືນ​ໄວ້​ແລ້ວ ຫລັງ​ຈາກ​ໄດ້​ຂຸດເອົາຊາກ​ສົບຂື້ນ​ມາເພື່ອ​ຊອກ​
ຫາຫລັກ​ຖານກ່ຽວ​ກັບການເສຍ​ຊີວິດ​ຂອງ​ທ່ານ.


ບັນດາ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ຜູ້​ຊ່ຽວຊານນາໆ​ຊາດ​ໄດ້​ຂຸດ​ເອົາ​ຊາກສົບຂອງ ທ່ານ Arafat ​ຂື້ນ​ມາ​ ໃນ​ຕອນເຊົ້າ​ວັນ​ອັງຄານມື້​ນີ້​ ຈາກ​ອະນຸສອນ​ສະ ຖານ​ຂະໜາດ​ໃຫຍ່ ທີ່​ເມືອງ Ramallah ​ໃນ​ເຂດ​ຝັ່ງ​ຕາ​ເວັນຕົກ​ຂອງ​ແມ່​ນໍ້າ​ຈໍ​ແດັນ.

ຕົວຢ່າງຊີ້ນ​ສ່ວນ​ຂອງສົບ​ໄດ້​ມອບ​ໃຫ້ຜູ້​ຊ່ຽວຊານ ຝຣັ່ງ ສະ​ວິສ ຣັດ​ເຊຍ ​ແລະ​ປາ​ແລ​ສ​ໄຕ ທີ່ຈະ​ນໍາເອົາ​ໄປ​ພິສູດ​ຢູ່​ປ​ະ​ເທດ​ຂອງ​ເຂົາ​ເຈົ້າ.

ບັນດາ​ເຈົ້າ​ໜ້າ​ທີ່​ຝຣັ່ງ ໄດ້​ສັ່ງ​ໃຫ້​ສືບສວນ​ເຖິງ​ການ​ເສຍ​ຊີວິດ​ຂອງທ່ານ Arafat ​ໃນ​ຕົ້ນ​ປີ​ນີ້ ຫລັງ​ຈາ​ກ​ພົບ​ເຫັນ​ທາດ polonium ຊຶ່ງ​ເປັນ​ສານ​ພິດ​ຮ້າຍ​ແຮງຢູ່​ໃນ​ເຄື່ອງ​ນຸ່ງຂອງ ທ່ານ Arafat ທີ່​ນໍາໄປມອບໃຫ້​ໂດຍ ພັນ​ລະ​ຍາ​ໝ້າຍ​ຂອງ​ທ່ານນັ້ນ.

ທາດ Polonium ສະຫຼາຍຕົວ​ໄວ​ທີ່​ສຸດ ​ແຕ່​ແນວໃດກໍ​ຕາມ​ຜູ້​ຊ່ຽວຊານ ​ບາງທ່ານກ່າວວ່າ ຍັງ​ບໍ່​ທັນເປັນ​ທີ່​ແຈ້ງ​ຂາວ​ເທື່ອວ່າ ຕົວຢ່າງ​ຂອງ​ທາດ ດັ່ງກ່າວຈາກ​ຊາກ​ສົບ​ນັ້ນ ຈະ​ພຽງພໍ​ສຳ​ລັບ​ການກວດ​ສອບ​ຫລື​ບໍ່.

ທ່ານ Arafat ​ໄດ້ເຖິງ​ແກ່​ອະສັນ​ຍະ​ກຳ ທີ່ປະ​ເທດ​ຝຣັ່ງ ​ໃນ​ປີ 2004 ​ຫລັງ​ຈາກ​ທ່ານ​ໄດ້ລົ້ມເຈັບປ່ວຍ​ຍ້ອນ​ພະ​ຍາດ​ລຶກລັບ.

ມີ​ການ​ຊ່າ​ລື​ກັນມາ​ຕະຫລອດ​ຢູ່​ໃນ​ບັນດາປະ​ເທດ​ອາ​ຣັບວ່າ ອິສຣາ​ແອ​ລ​ ​ເປັນ​ຜູ້​ວາງຢາເບືອ​ທ່ານ ​ແຕ່​ວ່າ ອິສຣາ​ແອ​ລ ​ໄດ້​ປະຕິ​ເສດຕໍ່​ການ​ກ່າວ​ຫານີ້.

ກ່ຽວຂ້ອງກັນ

XS
SM
MD
LG