ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສັນນິບາດອາຣັບຮຽກຮ້ອງ ໃຫ້ພັກຝ່າຍຕ່າງໆໃນຊີເຣຍ ທໍາການໂອ້ລົມກັນ


ທ່ານ Nabil El-Araby ເລຂາທິການໃຫຍ່ ສັນນິບາດຊາດອາຣັບ.
ວັນທີ 17 ຕຸລາ 2011.
ທ່ານ Nabil El-Araby ເລຂາທິການໃຫຍ່ ສັນນິບາດຊາດອາຣັບ. ວັນທີ 17 ຕຸລາ 2011.

ສັນນິບາດ​ຊາດ​ອາຣັບກ່າວ​ວ່າ ຕົນ​ຈະນໍາ​ເອົາ​ຝ່າຍ​ລັດຖະບານ​ແລະ​ພວກ​ກຸ່ມຝ່າຍ​ຄ້ານ​
ມາ​ພົບ​ປະກັນ​ເພື່ອ​ພະຍາຍາມ​ຍຸດຕິ​ຄວາມວຸ້ນວາຍ ​ທີ່​ກໍາລັງ​ເກີດ​ຂຶ້ນ​ຢູ່ໃນ​ປະ​ເທດ​ນັ້ນ.

ທ່ານ Nabil El-araby ​ເລຂາທິການ​ໃຫຍ່​ຂອງ​ສັນນິບາດ​ຊາດອາຣັບ​ເວົ້າວ່າ​ ທາງ​ອົງ
ການວາງ​ແຜນ​ທີ່​ຈະລິ​ເລີ້ມການ​ໂອ້​ລົມ​ສົນທະນາ​ກັນຂຶ້ນ​ພາຍ​ໃນ 15 ມື້​ຕໍ່ໜ້າ​ນີ້. ທ່ານ
El-araby ​ໄດ້ກ່າວ​ເຊ່ນ​ນັ້ນ ໃນ​ວັນ​ອາທິດ​ວານ​ນີ້ ​ຫລັງ​ຈາກ​ກອງ​ປະຊຸມ​ສຸກ​ເສິນ​ຂອງ​
ພວກ​ລັດຖະມົນຕີການ​ຕ່າງປະ​ເທດ​ ຂອງ​ສັນນິບາດ​ຊາດ​ອາຣັບ​ໃນ​ກຸງ​ໄຄ​ໂຣ. ນາຍົກ
ລັດຖະມົນຕີ Hamad bin Jassim al-Thani ​ແຫ່ງ Qatar ກໍ​ສະ​ແດງ​ຄວາມ​ເຫັນ
ສະໜັບສະໜຸນ​ການ​ຮຽກຮ້ອງ​ໃຫ້​ມີ​ການ​ໂອ້​ລົມ​ສົນທະນາ​ກັນ​ແຫ່ງ​ຊາດ​ນີ້ ​ເຊ່ນ​ກັນ.

ຄວາມ​ແຕກ​ແຍກ​ກັນ​ຢ່າງ​ເລິກ​ເຊິ່ງຢູ່​ພາຍໃນສັນນິບາດຊາດ​ອາຣັບ ທີ່​ມີ 22 ປະ​ເທດ​
ສະມາຊິກ​ນັ້ນ ​ໄດ້ຂັດຂວາງ​ບໍ່​ໃຫ້​ມີ​ການ​ຮັບ​ຜ່ານ​ຂໍ້​ສະ​ເໜີ​ຈາກ​ກຸ່ມ 6 ປະ​ເທດ​ໃນ​ເຂດ​
ອ່າວ​ເປີ​ເຊຍ​ ທີ່​ຢາກ​ໃຫ້​ງົດ​ການ​ເປັນ​ສະມາຊິກ​ຂອງ​ຊີ​ເຣຍຢູ່ໃນ​ສັນນິບາດ​ດັ່ງກ່າວເປັນ​
ການ​ຊົ່ວຄາວນັ້ນ.

ສັນນິບາດ​ຊາດ​ອາຣັບ​ໄດ້​ປົດ​ລີ​ເບຍໃນ​ອາ​ຟຣິກາ​ເໜືອ ຈາກ​ການ​ເປັນ​ສະມາຊິກໃນ​ຕົ້ນ​ປີ
​ນີ້ ຫລັງ​ຈາກ​ມວມມາ​ ກາດ​ດາ​ຟີ​ ເລີ້ມ​ທໍາ​ການປາບ​ປາມພວກ​ປະ​ທ້ວງ​ຕໍ່ຕ້ານ​ລັດຖະບານ
​ຢ່າງ​ນອງ​ເລືອດ​ ​ແຕ່ຕໍ່​ມາ​ ກໍໄດ້ອະນຸມັດ​ໃຫ້​ລີ​ເບຍ​ກັບ​ຄືນ​ເຂົ້າ​ເປັນ​ສະມາຊິກສົມບູນອີກ​
ພາຍ​ໃຕ້​ການ​ນຳພາ​ຊຸດ​ໃໝ່​ຂອງ​ປະ​ເທດ.

ຊາ​ອູ​ດີ​ອາຣາ​ເບຍ​ແລະ​ບາງ​ປະ​ເທດ​ໃນ​ເຂດ​ອ່າວ​ເປີ​ເຊຍ​ ໄດ້​ຖອນ​ເອກ​ອັກຄະລັດຖະທູດ
​ຂອງ​ຕົນອອກຈາກ​ກຸງ​ດາ​ມາ​ກັສ ​ເພື່ອ​ປະ​ທ້ວງ​ຕໍ່​ການປາບ​ປາມ​ຢ່າງ​ນອງ​ເລືອດ​ ຕໍ່ພວກ
​ຄັດຄ້ານ​ປະທານາທິບໍດີ Bashar al-Assad ນັ້ນ.

XS
SM
MD
LG