ເຢເມນກ່າວວ່າ ຄົນຊາອຸດີ ອາຣາເບຍ ທີ່ຖືກປ່ອຍໂດຍບັນດາ
ເຈົ້າໜ້າທີ່ສະຫະລັດ ຈາກບ່ອນຄຸມຂັງຢູ່ອ່າວ Guantonomo
ໃນປະເທດຄິວບາ ແລະຜູ້ຊຶ່ງໃນເວລາຕໍ່ມາໄດ້ກ້າວຂຶ້ນມາເປັນ
ຜູ້ບັນບັນຊາການໝາຍ ເລກສອງຂອງກຸ່ມກໍ່ການຮ້າຍ al-
Qaida ໃນແຫລມອາເຣບຽນນັ້ນໄດ້ເສຍຊີວິດແລ້ວ.
ຖະແຫລງການສະບັບນຶ່ງ ຂອງລັດຖະບານເຢເມນ ທີ່ອອກໃນວັນພະຫັດວານນີ້ ເວົ້າວ່າ ທ້າວ Said al-Shihri ໄດ້ເສຍຊີວິດ ຍ້ອນໄດ້ຮັບບາດເຈັບໃນການປະຕິບັດງານຕໍ່ຕ້ານການກໍ່ການຮ້າຍໃນເດືອນພະຈິກ. ອົງການຂ່າວ ຂອງທາງການເຢເມນ ແຈ້ງວ່າ ຜູ້ກ່ຽວໄດ້ຕົກຢູ່ໃນສະພາບບໍ່ຮູ້ ສຶກຕົວ ນັບຕັ້ງແຕ່ນັ້ນມາ. ທັງອົງການຂ່າວລັດຖະບານ ແລະຖະແຫລງ ການຂອງຄະນະກໍາມະການຮັກສາຄວາມປອດໄພສູງສຸດຂອງເຢເມນ ທີ່ອອກໃນວັນພະຫັດວານນີ້ ຕ່າງກໍບໍ່ໄດ້ແຈ້ງໃຫ້ຊາບກ່ຽວກັບວັນທີຂອງການເສຍຊີວິດ ແຕ່ໜັງສື
ພິມ ທີ່ມີຊື່ສຽງຂອງຊາອຸດີ Ukaz ກ່າວວ່າ ມັນໄດ້ເກີດຂື້ນໃນທ້າຍເດືອນທັນວາຜ່ານມາ
ນີ້.
ເຢເມນ ເຄີຍປະກາດມາກ່ອນ ກ່ຽວກັບການເສຍຊີວິດຂອງທ້າວ al-Shihri ຍ້ອນການໂຈມຕີຂອງເຮືອບິນບໍ່ມີຄົນຂັບ ໃນວັນທີ 10 ກັນ ຍາປີກາຍ ຢູ່ທີ່ແຂວງ Hadramawt. ແຕ່ການກວດ DNA ໃນເວ ລາຕໍ່ມາ ພິສູດໃຫ້ເຫັນວ່າ ຊາກສົບທີ່ຄົ້ນພົບນັ້ນ ບໍ່ແມ່ນ ທ້າວ al-Shihri. ຫລາຍອາທິດຕໍ່ມາ ສຽງຂອງຜູ້ປະກາດຄົນນຶ່ງທີ່ນຳອອກເຜີຍແຜ່ໂດຍ ເວັບໄຊຂອງພວກກໍ່ການຮ້າຍ ເວົ້າວ່າ ລາວແມ່ນ ທ້າວ al-Shihri ແລະປະຕິເສດວ່າ ລາວບໍ່ໄດ້ເສຍຊີວິດ.