ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລະດູ ບານໃໝ່ ຂອງຊາວອາຫຣັບ ບໍ່ໄດ້ເຮັດໃຫ້ ສື່ມວນຊົນ ມີເສລີພາບ ດີຂຶ້ນ


ບັນດານັກຂ່າວ ແລະນັກເຄື່ອນໄຫວ ເຂົ້າຮ່ວມການເດີນຂະບວນ ຮຽກຮ້ອງໃຫ້ສື່ມວນຊົນມີເສລີພາບດີຂຶ້ນ .
ບັນດານັກຂ່າວ ແລະນັກເຄື່ອນໄຫວ ເຂົ້າຮ່ວມການເດີນຂະບວນ ຮຽກຮ້ອງໃຫ້ສື່ມວນຊົນມີເສລີພາບດີຂຶ້ນ .
ກຸ່ມ​ສັງ​ເກດ​ການ​ສື່​ມວນ​ຊົນ​ຂອງ​ໂລກກ່າວ​ວ່າ ​ເສລີພາ​ບ​ໃນ​ດ້ານ
ຂ່າວສານ ຢູ່ອາ​ຟຣິກາ​ເໜືອ​ ແລະ​ຕາ​ເວັນ​ອອກ​ກາງ​ ບໍ່​ໄດ້​ດີ​ຂື້ນ
ເລີຍ ໃນ​ປີ​ແລ້ວ​ນີ້​ ເຖິງ​ແມ່ນ​ໄດ້​ເກີດ​ໃນ​ອັນ​ທີ່​ຮ້ອງວ່າ ລະດູບານ
​ໃໝ່​ອາຣັບ ທີ່​ຍັງສືບຕໍ່​ແຜ່​ຂະຫ​ຍາຍ​ຢູ່ໃນ​ຂົງ​ເຂດກໍ​ຕາມ.

ຢູ່​ໃນລາຍ​ງານ​ປະຈຳ​ປີ ​ດັດຊະນີເສລີພາບ​ດ້ານ​ການ​ຂ່າວຂອງ​
ໂລກ ທີ່​ນຳ​ອອກ​ເຜີຍແຜ່​ໃນ​ວັນ​ພຸດ​ມື້​ນີ້ ອົງການ​ນັກ​ຂ່າວ​ບໍ່​ມີ​ພົມ​
ແດນໄດ້​ຈັດໃຫ້ ຂົງ​ເຂດ ທີ່​ມີການ​ປະ​ທ້ວງດັ່ງກ່າວ ຢູ່​ໃນ​ອັນ​ດັບ​
ຂີ້ຮ້າຍ​ທີ່​ສຸດ​ ໃນ​ໂລ​ກ. ລາຍ​ງານ​ເວົ້າວ່າ ​ເສລີພາບຂອງ​ສື່​ມວນ​
ຊົນຍັງ​ “​ເປັນ​ທີ່​ໜ້າສັງ​ເວດ" ຢູ່ໃນຕູ​ນີເຊຍ ​ແລະ​ອີ​ຈິບ ບ່ອນ​ທີ່
ການ​ປະ​ທ້ວງໄດ້​ບັງ​ຄັບ​ໃຫ້ມີ​ການ​ປ່ຽນ​ລັດ​ຖະ​ບານ​.

ຢູ່​ໃນຊີ​ເຣຍລາຍ​ງານ​ກ່າວ​ວ່າ ບັນດາ​ນັກ​ຂ່າວ​ແລະ​ພວກ​ໃຊ້ອິນ​
ເຕີ​ແນັດ ແມ່ນເປັນ​ຜູ້​ເຄາະ​ຮ້າຍ​ຂອງ “ການ​ເຮັດ​ສົງຄາມຂໍ້​ມູນ​ຂ່າວສານ” ​ຈາກ​ທັງລັດ
ຖະບານທ່ານ Assad ​ແລະ​ກຸ່ມ​ຝ່າຍ​ຄ້ານທີ່ ທີ່​ຕ່າງ​ກໍ​ບໍ່​ຮັບເອົາ ການບໍ່​ເຫັນ​ດີເຫັນ​ພ້ອມ​ນຳເພີ້ມຂຶ້ນ​ເລື້ອຍໆ​ນັ້ນ. ລາຍ​ງານ​ກ່າວ​ວ່າ ຊີ​ເຣຍ ​ເປັນ​ບ່ອນທີ່​ມີ​ອັນຕະລາຍ​ຮ້າຍ​ແຮງ​ສຳລັບ​ບັນດາ​ນັກ​ຂ່າວ​ໃນ​ປີ 2012.

ສ່ວນ​ທີ່​ເຫລືອ ​ຢູ່​ໃນທະວີບອາຟຣິກາ ​ແລະ​ຂົງ​ເຂດເອ​ເຊຍ ປາຊິ​ຟິກ ກໍ​ຢູ່​ໃນ​ລະດັບ​ຕໍ່​ທີ່​ບໍ່​ຄ່ອຍ​ດີ​ປານ​ໃດ ໃນ​ລາຍ​ງານຂອງ​ອົງການ ​ທີ່​ມີສຳນັກ ງານ​ຕັ້ງຢູ່​ປະ​ເທດຝຣັ່ງດັ່ງກ່າວນີ້.
XS
SM
MD
LG