ພວກນັກເຄື່ອນໄຫວເພື່ອສິດທິມະນຸດຂອງຊີເຣຍ ກ່າວວ່າ ກຳລັງຮັກສາຄວາມສະຫງົບ ທີ່
ລະດົມຍິງເຂົ້າໃສ່ໝູ່ບ້ານໃນເຂດພາກຕາເວັນຕົກສຽງເໜືອຂອງປະເທດ ໄດ້ສັງຫານຢ່າງນ້ອຍ
4 ຄົນ ໃນການປາບປາມພວກຄັດຄ້ານລັດຖະບານທີ່ຍັງດຳເນີນຢູ່ຕໍ່ມາ ຂະນະທີ່ລັດຖະບານ
ໄດ້ ປະຕິເສດຕໍ່ການຮຽກຮ້ອງໃຫ້ຍຸດຕິ ການກໍ່ຄວາມຮຸນແຮງນັ້ນ.
ພວກນັກເຄື່ອນໄຫວກ່າວວ່າ ທະຫານລັດຖະບານ ໄດ້ຍິງປືນກົນໜັກເຂົ້າໃສ່ຫຼາຍໆບ້ານໃນ
ແຂວງ Idlib ທີ່ຕັ້ງຢູ່ໃກ້ໆຊາຍແດນ Turkey ໃນລະຫວ່າງການໂຈມຕີໃນມື້ວັນພຸດວານນີ້.
ກຸ່ມສັງເກດການທາງດ້ານສິດທິມະນຸດຊີເຣຍ ທີ່ມີສຳນັກງານຢູ່ກຸງລອນດອນກ່າວວ່າ ກຳລັງ
ຮັກສາຄວາມສະຫງົບໄດ້ຈັບກຸມຫຼາຍກວ່າ 100 ຄົນຮວມທັງບັນດາສະມາຊິກຄອບຄົວຂອງ
ພວກທະຫານທີ່ ໂຕນທັບ.
ອົງການຂ່າວ SANA ຂອງທາງການຊີເຣຍກ່າວໃນມື້ວັນພຸດວານນີ້ ເອກອັກຄະລັດຖະທູດ
ຊີເຣຍປະຈຳສັນນິບາດອາຣັບທ່ານ Youssef Ahmed ໄດ້ປະຕິເສດຕໍ່ຖະແຫຼງການສະບັບ ລ່າສຸດຂອງສັນນິບາດອາຣັບກ່ຽວກັບວິກິດການໃນຊີເຣຍນັ້ນວ່າເປັນການກະທຳທີ່ເປັນປໍລະ
ປັກແລະບໍ່ສ້າງສັນ.
ບັນດາລັດຖະມົນຕີການຕ່າງປະເທດ ຂອງສັນນິບາດອາຣັບ ໄດ້ພົບປະກັນທີ່ກຸງໄຄໂຣໃນວັນ
ອັງຄານຜ່ານມານີ້ ແລະຮຽກຮ້ອງໃຫ້ຊີເຣຍຍຸດຕິການກໍ່ຄວາມຮຸນແຮງໂດຍທັນທີ ແລະເປີດ ການສົນທະນາຫາລືແຫ່ງຊາດຂຶ້ນ. ອົງການຂ່າວ SANA ເວົ້າວ່າ ທ່ານທູດ Ahmed ກ່າວ
ຕໍ່ກອງປະຊຸມວ່າ ຊີເຣຍພວມດຳເນີນການໄປຕາມຂັ້ນຕອນຂອງການປະຕິຮູບ.