ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສັນນິບາດຊາດອາຫຣັບ ລໍຖ້າຟັງຄໍາຕອບ ຈາກຊີເຣຍ


Young worshippers light candles during Easter Sunday mass at the Church of the Holy Sepulchre in Jerusalem's Old City.
Young worshippers light candles during Easter Sunday mass at the Church of the Holy Sepulchre in Jerusalem's Old City.

ສັນນິບາດ​ຊາດ​ອາຫຣັບກໍາລັງ​ລໍຖ້າ​ ໃຫ້​ຊີ​ເຣຍຕອບ​ຕໍ່​ແຜນການ​ນຶ່ງ​ທີ່ທາງສັນນິບາ​ດ​ໄດ້
ສະ​ເໜີ​ໄປ ທີ່ໃຫ້​ຊີ​ເຣຍ​ຢຸດເຊົາ​ປາບ​ປາມ​ການ​ລຸກ​ຮື​ຂຶ້ນ​ຂອງ​ປະຊາຊົນ​ທີ່​ຄັດຄ້ານ​ລັດຖະບານ​
ທີ່​ໄດ້​ເອົາ​ຊີວິດ​ຜູ້​ຄົນ​ໄປ​ຢ່າງຫລວງຫລາຍ​ນັ້ນ.

ນາຍົກລັດຖະມົນຕີປະ​ເທດ​ກາ​ຕ້າ ທ່ານ Hamad bin Jasim al-Thani ກ່າວ​ວ່າ ​ໄດ້​ມີ​ການ​ສົ່ງຂໍ້​ສະ​ເໜີ​ທີ່​ເອົາຈິງ​ເອົາ​ຈັງແລະໃນ​ທາງ​ບວກ​ ໃຫ້​ຊີ​ເຣຍ​ໃນ​ວັນ​ອາທິດ​ວານ​ນີ້ ຫລັງ​ຈາກ​ທ່ານ​ນໍາພາ​ການເຈລະຈາ​ກັນ​ທີ່ນະຄອນຫລວງ​ໂດ​ຮາຂອງ​ກາ​ຕ້ານັ້ນ. Sheikh Hamad ກ່າວ​ວ່າ ສັນນິບາດ​ຊາດ​ອາ​ຫຣັບຄາດ​ວ່າ​ລັດຖະບານ Damascus ຈະ​ຕອບຂໍ້​ສະ​ເໜີ​ຂອງ​ພວກ​ຕົນ​ໃນ​ວັນ​ຈັນ​ມື້ນີ້.

ບໍ່​ໄດ້​ມີ​ການ​ເປີດ​ເຜີຍລາຍ​ລະອຽດ​ຂອງ​ຂໍ້​ສະ​ເໜີໃຫ້​ຮູ້ ແຕ່​ຄວາມ​ພະຍາຍາມ​ໃນ​ຄັ້ງໆ​ກ່ອນ​ຂອງ​ສັນນິບາດ​ ​ເພື່ອໄກ່ເກ່ຍ​ໃຫ້​ມີ​ຂໍ້​ຕົກລົງ​ກັນ​ກັບ​ກຸງ Damascus ນັ້ນ​ ແມ່ນ​ຮວມທັງ​ຄໍາ​ຮຽກຮ້ອງ​ໃຫ້​ປະທານາທິບໍດີຊີ​ເຣຍ ທ່ານ Bashar al-Assad ​ຖອນ​ກໍາລັງ​ອອກ ​ແລະ​ໃຫ້​ເລື່ອນວັນ​ເລືອກ​ຕັ້ງ​ປະທານາທິບໍດີ​ນັ້ນ ​ຂຶ້ນ​ມາ​ໄວ​ກວ່າ​ແຕ່​ກ່ອນ.

Sheikh Hamad ກ່າວ​ວ່າ ທາງສັນນິບາດ​ຈະ​ຕັດສິນ​ໃຈວ່າ ຈະ​ດໍາ​ເນີນການ​ແບບ​ໃດ​ກ່ຽວ​ກັບ​ຊີ​ເຣຍ​ໃນ​ວັນ​ພຸດ​ສັບປະດາ​ນີ້ ຫລັງ​ຈາກ​ໄດ້​ຮັບ​ຄໍາ​ຕອບ​ຈາກ​ລັດຖະບານ​ທ່ານ Assad ​ແລ້ວ.

ສັນນິບາດ​ຊາດ​ອາ​ຫຣັບທີ່​ມີ 22 ປະ​ເທດ​ເປັນ​ສະມາຊິກ​ໄດ້​ທໍາ​ການ​ຕໍາໜິຕິຕຽນ​ຢ່າງ​ໜັກ​ຂຶ້ນ
ຕໍ່​ຊີ​ເຣຍ ຫລັງ​ຈາກ​ພວກ​ນັກ​ເຄື່ອນ​ໄຫວ​ດ້ານ​ສິດທິ​ມະນຸດ​ກ່າວ​ວ່າ ພວກ​ກໍາລັງ​ຮັກສາ​ຄວາມ
​ປອດ​ໄພ​ຂອງ​ຊີ​ເຣຍ​ໄດ້​ຍິງ​ປືນ​ແລະ​ສັງຫານ​ພວກ​ປະ​ທ້ວງຕໍ່ຕ້ານ​ລັດຖະບານ​ຫລາຍ​ສິບ​ຄົນ
​ໃນ​ວັນ​ສຸກຜ່ານ​ມາ​ນີ້.

ໃນ​ຂະນະ​ດຽວ​ກັນ ປະທານາທິບໍດີ​ຂອງ​ຊີ​ເຣຍ​ເຕືອນວ່າ ພາກ​ຕາ​ເວັນ​ອອກ​ກາງ​ຈະ​ລຸກໄໝ້
ເປັນ​ໄຟ​ ຖ້າ​ປະຊາ​ຄົມນາໆ​ຊາດ​ເຂົ້າ​ແຊກ​ແຊງ​ໃນ​ວິ​ກິດ​ການທີ່ໄດ້​ດໍາ​ເນີນ​ມາ​ໄດ້ 7 ​ເດືອນ​ແລ້ວ
ຢູ່​ໃນ​ຊີ​ເຣຍນັ້ນ.

XS
SM
MD
LG