ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ສັນນິບາດ​ອາຣັບ ເຫັນ​ດີ​ທີ່ຈະ​ຮັບເອົາ​ຊີ​ເຣຍ ເຂົ້າ​ມາ​ເປັນ​ສະ​ມາ​ຊິກຄືນອີກ ແບບ​ມີ​ເງື່ອນ​ໄຂ


ພາບ​ລວມ​ສະ​ແດງ​ໃຫ້​ເຫັນ​ການ​ເປີດກອງ​ປະ​ຊຸມລັດຖະມົນຕີກະຊວງການຕ່າງປະເທດຂອງປະເທດໃນສັນນິບາດອາຣັບຢູ່​ທີ່ສໍານັກງານໃຫຍ່ຂອງສັນນິບາດອາຣັບ ທີ່ນະຄອນຫລວງໄຄໂຣ ຂອງອີຈິບ ເພື່ອ​ສົນ​ທະ​ນາກ່ຽວ​ກັບ​ບັນ​ຫາ​ຂອງ​ຊູ​ດານ ແລະ​ສະ​ພາບ​ການ​ໃນ​ຊີ​ເຣຍ, ວັນ​ທີ 7 ພຶດ​ສະ​ພາ, 2023
ພາບ​ລວມ​ສະ​ແດງ​ໃຫ້​ເຫັນ​ການ​ເປີດກອງ​ປະ​ຊຸມລັດຖະມົນຕີກະຊວງການຕ່າງປະເທດຂອງປະເທດໃນສັນນິບາດອາຣັບຢູ່​ທີ່ສໍານັກງານໃຫຍ່ຂອງສັນນິບາດອາຣັບ ທີ່ນະຄອນຫລວງໄຄໂຣ ຂອງອີຈິບ ເພື່ອ​ສົນ​ທະ​ນາກ່ຽວ​ກັບ​ບັນ​ຫາ​ຂອງ​ຊູ​ດານ ແລະ​ສະ​ພາບ​ການ​ໃນ​ຊີ​ເຣຍ, ວັນ​ທີ 7 ພຶດ​ສະ​ພາ, 2023

ບັນດາ​ລັດຖະມົນຕີກະ​ຊວງ​ການ​ຕ່າງປະ​ເທດ​ຂອງປະ​ເທດ​ໃນ​ສັນນິບາດ​ອາຣັບ ​ໃນ​ວັນ​ອາທິດ​ວານ​ນີ້ ​ໄດ້​ຮັບຮອງ​ເອົາ​ການ​ຕັດສິນ​ໃຈ​ທີ່​ຈະ​ໃຫ້ຮັບ​ເອົາ​ຊີ​ເຣຍເຂົ້າ​ມາ​ເປັນ​ສະ​ມາ​ຊິກ​ຄືນອີກ ຫລັງ​ຈາກ​ໄດ້​ຖືກ​ໂຈະ ມາ​ໄດ້​ທົດ​ສະ​ວັດກວ່າ​ແລ້ວ ​ໂດຍ​ໄດ້ຮວບ​ຮວ​ມ​ເອົາ​ການ​ຜັກ​ດັນ​ໃນ​ພາກ​ພື້ນ​ເພື່ອ​ເຮັດໃຫ້​ການ​ພົວ​ພັນກັບ​ຄືນ​ມາ​ປົກກະຕິ​ ກັບ​ປະທານາທິບໍດີບາ​ຊາ ອາ​ລ-​ອາ​ຊາດ, ນັ້​ນ​ຄື​ຄຳ​ເວົ້າ​ ຂອງ​ໂຄ​ສົກ​ສັນນິບາດ​ອາຣັບກ່າວ, ອີງ​ຕາມ​ອົງ​ການ​ຂ່າວ​ຣອຍ​ເຕີ​ສ໌.

ທ່ານກາ​ມາ​ລ ໂຣ​ສ​ດີ (Gamal Roshdy), ໂຄສົກຂອງເລຂາທິການໃຫຍ່ ສັນນິບາດອາຣັບກ່າວວ່າ ການຕັດສິນໃຈດັ່ງກ່າວ ແມ່ນມີຂຶ້ນຢູ່ໃນກອງປະຊຸມປິດລັບຂອງລັດຖະມົນຕີຕ່າງປະເທດອາຣັບ ໃນສໍານັກງານໃຫຍ່ ຂອງສັນນິ ບາດອາຣັບ ທີ່ນະ​ຄອນ​ຫລວງໄຄໂຣຂອງ​ອີ​ຈິບ.

ການ​ເຂົ້າ​ເປັນສະມາຊິກສັນນິບາດອາຣັບຂອງຊີເຣຍ ​ໄດ້ຖືກໂຈະໃນປີ 2011 ຫຼັງຈາກມີການປາບປາມຢ່າງນອງເລືອດຂອງທ່ານ​ອາ​ຊາດ ຕໍ່ການປະທ້ວງ ຕ່າງໆ ຢູ່ຕາມຖະໜົນຫົນທາງທີ່ພາໃຫ້ເກີດສົງຄາມກາງເມືອງ ທີ່ຮ້າຍແຮງ, ແລະຫຼາຍປະເທດອາຣັບໄດ້ຖອນທູດຂອງພວກເຂົາເຈົ້າ ອອກຈາກນະ​ຄອນ​ຫລວງດາ​ມາກັ​ສ.

ຫວ່າງ​ມໍ່ໆ​ມາ​ນີ້ ​ປະ​ເທດ​ອາຣັບຫລາຍ​ປະ​ເທດ​ ຊຶ່ງ​ໃນ​ນັ້ນ​ມີຊາ​ອຸ​ດີ ອາ​ຣາ​ເບຍ ​ແລະ ອີ​ຈິບ ​ໄດ້ດຳ​ເນີນການ​ຢ້ຽມຢາມ ​ແລະພົບ​ປະ​ຂັ້ນ​ສູງ​ກັບ​ຊີເຣຍຄືນ​ອີກ ​ເຖິງ​ແມ່ນ​ວ່າ​ບາງ​ປະ​ເທດ ລວມ​ທັງກາ​ຕາ ຍັງ​ຄົງ​ຄັດຄ້ານ​ການ​ຫັນເອົາການ​ພົວ​ພັນ​ໃຫ້​ເປັນ​ປົກກະຕິ​ຢ່າງ​ເຕັມ​ສ່ວນ ໂດຍ​ປາ​ສ​ຈາກ​ການ​ແກ້​ໄຂ​ທາງ​ການ​ເມືອງຕໍ່​ການຂັດ​ແຍ້ງຢູ່ໃນ​ຊີເຣຍກໍ​ຕາມ.

ບັນດາ​ປະ​ເທດ​ອາຣັບ ພວມ​ພະຍາຍາມ​ບັນລຸ​ຄວາມ​ເຫັນພ້ອມເປັນ​ເອ​ກະ​ສັນ​ກັນ ກ່ຽວ​ກັບ​ການທີ່ວ່າ ​ຈະເຊີນເອົາ​ທ່ານອາ​ຊາດ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ສັນນິບາດ​ອາຣັບທີ່​ຈະ​ຈັດ​ຂຶ້ນ​ໃນ​ວັນ​ທີ 19 ພຶດສະພາ​ນີ້ ຢູ່ນະ​ຄອນ​ຫລວງ​ຣິ​ຢາດຂອງ​ຊາ​ອຸ​ດີ ອາ​ຣາ​ເບຍ​ ຫລືບໍ່ ​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ຈັງ​ຫວະຄວາມ​ໄວ​ຂອງ​ການ​ຫັນ​ສາຍ​ພົວພັນໃຫ້​ເປັນ​ປົກກະຕິ ​ແລະ​ໃນ​ເງື່ອນ​ໄຂ​ໃດ​ທີ່​ຊີ​ເຣຍ ​ຈະ​ໄດ້​ຮັບ​ອະນຸ ຍາດ​ໃຫ້​ກັບ​ຄືນ​ມາເປັນ​ສະ​ມາ​ຊິກ​ໄດ້.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG