ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສັນນິບາດອາຣັບ ປະກາດວ່າ ກຸ່ມຫົວຮຸນແຮງ Hezbollah ແມ່ນອົງການກໍ່ການຮ້າຍ


ທ່ານ Sayyed Hassan Nasrallah ຫົວໜ້າກຸ່ມ Hezbollah ໃນ Lebanon ກ່າວການຕໍ່ຜູ້ສະໜັບສະໜູນ.
ທ່ານ Sayyed Hassan Nasrallah ຫົວໜ້າກຸ່ມ Hezbollah ໃນ Lebanon ກ່າວການຕໍ່ຜູ້ສະໜັບສະໜູນ.

ສັນນິບາດ​ອາຣັບ ໄດ້​ປະກາດ​ຢ່າງ​ເປັນ​ທາງ​ການ​ວ່າ ກຸ່ມຫົວ​ຮຸນ
​ແຮງ Hezbol-lah ​ໃນ ​Lebanon ​ເປັນ​ອົງ​ການກໍ່​ການ​ຮ້າຍ.

ການ​ເຄື່ອນ​ໄຫວດັ່ງກ່າວ ​ໄດ້​ມີ​ຂື້ນ​ໃນ​ວັນ​ສຸກ​ວານ​ນີ້ ຢູ່​ທີ່​ກອງ​
ປະຊຸມ​ບັນດາ​ລັດຖະມົນຕີ​ຕ່າງປະ​ເທດຂອງ​ສັນນິບາດ​ອາຣັບ
​ທີ່ ນະຄອນຫຼວງ​ Cairo.

ມາດ​ຕະການນີ້ ​ແມ່ນ​ໄດ້​ຮັບ​ການ​ອະນຸມັດ ​ໂດຍ​ສ່ວນ​ໃຫຍ່​
ຂອງ​ບັນດາ​ລັດຖະ ມົນຕີ​ສັນນິບາດ​ອາຣັບ ຍົກ​ເວັ້ນພວກ
ລັດຖະມົນຕີ​ທີ່ມາ​ຈາກ Lebanon ​ແລະ Iraq ຊຶ່ງ​ໄດ້ສະທ້ອນ
ໃຫ້​ເຫັນ​ເຖິງຄວາ​ມສຳພັນທີ່​ເຄັ່ງ​ຕຶງ ​ລະຫວ່າ​ງປະ​ເທດ​ອີຣ່ານ
ທີ່​ນັບຖື​ນິກາຍ Shi’ite ​ແລະສະພາ​ການຮ່ວມມື ​ໃນ​ເຂດອ່າວ​ເປີ​ເຊຍ ຫຼື GCC ທີ່​ຄອບ​ງຳ​
ໂດຍ​ນິກາຍ Sunni.

ການ​ເຄື່ອນ​ໄຫວ​ດັ່ງກ່າວ ມີຂື້ນ​ບໍ່​ຮອດ​ສອງ​ອາທິດ ຫລັງ​ຈາກ Saudi Arabia ​ໄດ້​ຕັດສິນ
ໃຈ​ລະງັບ​ການ​ໃຫ້ເງິນ​ຈຳນວນ 4 ພັນ​ລ້ານ​ໂດ​ລາ​ ເພື່ອ​ສະໜັບສະ ໜູນ​ທາງ​ທະຫານ ​ແກ່​
ລັດຖະທບາ​ນ Lebanon.

​ໃນ​ຕົ້ນ​ເດືອນ​ນີ້ ສະພາການ​ຮ່ວມ​ມື​ໃນ​ເຂ​ດອ່າວ​ເປີ​ເຊຍ ຍັງໄດ້​ລະບຸ​ວ່າ ກຸ່ມ Hezbollah
​ເປັນ​ອົງການ​ກໍ່​ການ​ຮ້າຍ.

​ເວລາ​ນັ້ນ ​ເລຂາ​ທິການ​ໃຫຍ່​ຂອງສະພາ GCC ທ່ານ Abdullatif al-Zayani ກ່າວ​ວ່າ
ການ​ເຄື່ອນ​ໄຫວ​ນີ້ແມ່ນພົວພັນ​ກັບກຸ່ມ Hezbollah ທີ່ໄດ້ພະຍາຍາມ​ເກັບ​ເກນ​ເອົາ​ຊາວ
​ໜຸ່ມຢູ່​ໃນ​ບັນດາ​ປະ​ເທດອ່າວ​ເປີ​ເຊຍ​ເພື່ອ​ທຳ​ການກໍ່​ການ​ຮ້າຍ ລັກ​ລອບ​ອາວຸດ ​ແລະລະ
​ເບີດ ​ພ້ອມ​ທັງ​ຍຸຍົງ​ໃຫ້​ເກີດຄວາ​ມບໍ່​ສະຫງົບ ​ແລະ​ກໍ່ຄວາ​ມຮຸນ​ແຮງເປັນຕົ້ນ.

ສະພາ​ການຮ່ວມມື​ໃນ​ເຂດ​ອ່າວ​ເປີ​ເຊຍ ປະກອບ​ດ້ວຍ Saudi Arabia, Kuwait, Qatar,
Bahrain, Oman ​ແລະສະຫະລັດ​ອາຣັບ​ເອ​ເມີ​ເຣັດ.

Arab Diplomacy
please wait
Embed

No media source currently available

0:00 0:00:25 0:00

XS
SM
MD
LG