ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໒ ພຶດສະພາ ໒໐໒໔

ປ. ຟີລິບປິນ ຢ້ຽມຢາມ ເຂດປະສົບໄພ ໄຕ້ຝຸ່ນ ໂບພາ (ສະໄລດ໌)


Khách tham quan "ngôi nhà lộn ngược" ở thành phố St Petersburg, Nga. Lệ phí chưa đến 10 đôla cho một chuyến tham quan căn nhà 3 phòng và 2 phòng tắm
Khách tham quan "ngôi nhà lộn ngược" ở thành phố St Petersburg, Nga. Lệ phí chưa đến 10 đôla cho một chuyến tham quan căn nhà 3 phòng và 2 phòng tắm
ປະທານາທິບໍດີຟີ​ລິບ​ປິນ ທ່ານ Benigno Aquino ​ໄດ້ເດີນ
ທາງໄປ​ຍັງ​ເກາະ​ Mindanao ທາງ​ພາກ​ໃຕ້​ຂອງ​ປະ​ເທດ ​ໃນ​
ວັນ​ສຸກ​ມື້​ນີ້ ​ເພື່ອ​ສໍາ​ຫລວດ​ເບິ່ງ​ຄວາມ​ເສຍ​ຫາຍຍ້ອນ​ລົມພາຍຸ
ໄຕ້​ຝຸ່ນໂບພາ ທີ່​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ​ປະມານ 500 ຄົນ ​ແລະ
ໃນ​ຈຳນວນ​ທີ່​ເກືອບ​ທໍ່ໆ​ກັນ ຍັງ ຫາຍ​ສາບສູນ.

​ໃນ​ຂະນະ​ທີ່​ບັນດາ​ຜູ້​ລອດ​ຊີວິດມາ​ໄດ້ພາກັນ​ຊອກ​ຫາ​ສະມາຊິກ​ໃນຄອບ ຄົວທີ່​ຫາຍ​ສາບ​ສູນຢູ່​ນັ້ນ ທ່ານ Aquino ​ກໍໄດ້​ພົບ​ກັບສ່ວນ​ນຶ່ງ ຂອງ ພວກ​ທີ່​ບໍ່​ມີ​ບ່ອນຢູ່​ອາ​ໄສທັງ​ໝົດຈຳ
ນວນ​ຫລາຍ​ກວ່າ 306,000 ຄົນ​.

ຢູ່​ໃນ​ເມືອງ New Bataan ຊຶ່ງ​ໄດ້​ຮັບ​ຄວາມ​ເສຍ​ຫາຍ​ຮ້າຍ​ແຮງຈາກ ລົມພາຍຸ​ໂບພານັ້ນ ທ່ານ Aquino ​ກ່າວຕໍ່​ບັນດາ​ຊາວບ້ານ​ຈໍານວນ​ນຶ່ງວ່າ ລັດ​ຖະບານ​ຢາກ​ຮູ້​ວ່າແມ່ນ​ຫຍັງ​ໄດ້ເກີດ​ຂື້ນແລະຈະ​ຫາ​ວິ​ທີ​ປ້ອງ​ກັນ​ ​ເພື່ອ​ບໍ່​ໃຫ້​ມັນ​ເກີດ​ຂື້ນອີກໄດ້​ຢ່າງ​ໃດ.

ຫລາຍ​ໆ​ຂົງ​ເຂດ​ຍັງ​ບໍ່​ສາມາດ​ເຂົ້າ​ໄປ​ເຖິງ​ໄດ້ ​ເພາະ​ວ່າຖະໜົນ​ຫົນ​ທາງ​ຖືກ​ຕັດຂາດ ​ຂົວ​ຕ່າງໆຖືກ​ທຳລາຍ ​ແລະ​ໄຟຟ້າ​ມອດ ​ຍ້ອນພາຍຸທີ່​ນໍາ​ເອົາ​ລົມ​ແຮງ ​ແລະ​ພາ​ໃຫ້ຝົນ​ຕົກ​ໜັກ​ມາສູ່ຂົງ​ເຂດ ​ເລີ້ມ​ແຕ່​ວັນ​ອັງຄານເປັນຕົ້ນມາ.

ເບິ່ງສະໄລດ໌ຜົນເສຍຫາຍຍ້ອນລົມພາຍຸໂບພາທີ່ຟີລິບປິນ:

ກ່ຽວຂ້ອງກັນ

XS
SM
MD
LG