ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ພວກ​ຊ່ວຍ ກຳ​ປັ່ນ ອົບ​ພະ​ຍົບ ຢູ່ທະເລ ເມດິ​ເຕເຣ​ນຽນ ຂໍໃຫ້ຝ​ຣັ່ງ ຊ່ວຍ ພາຍຫຼັງ ​ທີ່​ກໍາປັ່ນ ຖືກ ຖອນ​​ທະ​ບຽນ


ທ່ານ​ນາງ ໂຊ​ຟີ ໂບ, ຮອງ​ປະ​ທານ ຕາ​ໜ່າງ​ນາໆ​ຊາດ ຫຼື International Network SOS ເຂດທະເລເມ​ດິ​ເຕ​​ເຣ​ນຽນ, ແລະ ທ່ານຟ​ຣານ​ຊິ​ສ ວາ​ລ​ເລັ​ຕ ຈາກ SOS ເມ​ດິ​ເຕ​​ເຣ​ນຽນ ຝ​ຣັ່ງ, ເຂົ້າ​ຮ່ວມກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ ພາຍຫລັງ​ທີ່​ບໍ່​ຮັບ​ການ​ລົງ​ທະ​ບຽນ ໃນ​ປາ​ຣີ, ຝຣັ່ງ ໃນວັນທີ 24 ກັນ​ຍາ 2018
ທ່ານ​ນາງ ໂຊ​ຟີ ໂບ, ຮອງ​ປະ​ທານ ຕາ​ໜ່າງ​ນາໆ​ຊາດ ຫຼື International Network SOS ເຂດທະເລເມ​ດິ​ເຕ​​ເຣ​ນຽນ, ແລະ ທ່ານຟ​ຣານ​ຊິ​ສ ວາ​ລ​ເລັ​ຕ ຈາກ SOS ເມ​ດິ​ເຕ​​ເຣ​ນຽນ ຝ​ຣັ່ງ, ເຂົ້າ​ຮ່ວມກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ ພາຍຫລັງ​ທີ່​ບໍ່​ຮັບ​ການ​ລົງ​ທະ​ບຽນ ໃນ​ປາ​ຣີ, ຝຣັ່ງ ໃນວັນທີ 24 ກັນ​ຍາ 2018

ອົງການໆ​ກຸ​ສົນ ​ທີ່​ບໍ​ລິ​ຫານ​ງານ​ກຳ​ປັ່ນລຳ​ສຸດ​ທ້າຍ ​ເພື່ອ​ຊອກ​ຄົ້ນ​ຫາ​ແລະ​ກູ້​ໄພ​ສຳ​ລັບ​
ຊ່ອຍ​ເຫຼື​ອ ພວກ​ອົບ​ພະ​ຍົບໃນ​ກາງ​ທະ​ເລ​ເມ​ດິແຕ​ເຣ​ນຽນ ໄດ້ຮ້ອງ​ຂໍ​ການຊ່ວຍ​ເຫຼືອ
​ຈາກຝ​ຣັ່ງ ຫຼັງ​ຈາກ​ປາ​ນາ​ມາ ໄດ້​ຖອນການ​ລົງ​ທະ​ບຽນ​ຂອງກຳ​ປັ່ນ ດັ່ງ​ກ່າວ.

ກຳ​ປັ່ນ ອາ​ກົວ​ຣັ​ສ 2 ທີ່​ປະ​ຕິ​ບັດງານ​ໂດຍ ອົງ​ການ​ແພດ​ບໍ່​ມີ​ພົມ​ແດນ ຫຼື MSF ແລະ​ອົງ​
ການ SOS ເມ​ດິ​ເຕເຣ​ນຽນ ຊຶ່ງ​ເປັນອົງ​ການ​ທີ່​ບໍ່​ຂຶ້ນ​ກັບ​ລັດ​ຖະ​ບານນັ້ນ ​ໃນ​ເວ​ລານີ້
ກຳ​ລັງ​ແລ່ນ​ຢູ່​ກາງ​ທ​ະເລ ​ທີ່​ບັນ​ທຸກພວກ​ໜີ​ເຂົ້າ​ເມືອງ 58 ຄົນ ທີ່​ ເຮືອ​ຢາງຫລົ້ມ ໃນ
ໄລ​ຍະ​ສອງ​ສາມ​ມື້​ຜ່ານ​ມາ​ນີ້.

ກຳ​ປັ່ນ​ດັ່ງ​ກ່າວ​ແມ່ນ​ມຸ່ງ​ໜ້າ​ໄປ​ຍັງ​ເມືອງ​ທ່າ ມາກ​ໄຊ​ຂອງຝ​ຣັ່ງ. ​ເວ​ລາ​ກຳ​ປັ່ນ​ໄປ​ເຖິງ​ທີ່​
ນັ້ນ, ​ທຸງ​ຊາດ​ປາ​ນາ​ມາ ຖືກ​ຊັກລົງ ແລະກຳ​ປັ່ນ​ລຳ​ດັ່ງ​ກ່າວ ​ຈະບໍ່​ສາ​ມາດເດີນ​ເຮືອ​ຕໍ່​ໄປ
​ໄດ້ຈົນ​ກວ່າ​ວ່າ​ ປະ​ເທດ​ອື່ນ​ຈະ​ຕົກ​ລົງ​ທີ່​ຈະໃຫ້ລົງ​ທະ​ບ​ຽນ. ອົງ ການໆ​ກຸ​ສົນທັງ​ຫຼາຍ
ໄດ້​ກ່າວ​ຫາ​ລັດ​ຖະ​ບານອຽງ​ຂວາ​ຂອງອີ​ຕາ​ລີວ່​າ ກົດ​ດັນໃຫ້​ ລັດ​ຖະ​ບານ​ຕ່າງ​ປະ​ເທດ
​ຍົກ​ເລີກ​ການ​ລົງ​ທະ​ບຽນ ​ຂອງ​ກຳ​ປັ່ນ​ດັ່ງ​ກ່າວ.

ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ ໃນ​ວັນ​ຈັນ​ວານ​ນີ້ ຫົວ​ໜ້າ​ອົງ​ການ SOS ເມ​ດິ​ແຕ​ເຣ​ນຽນ
ທ່ານຟ​ຣານ​ຊິ​ສ ວາ​ລ​ເລັ​ຕ (Francis Vallat) ຮ້ອງ​ຂໍ​ໃຫ້​ຢູ​ໂຣບ​ຊ່ອຍ​ເຫຼືອ.

“ພວກ​ເຮົາ​ວອນ​ຂໍ ຢ່າງ​ຕັ້ງ​ໃຈ ຕໍ່​ບັນ​ດາ​ປະ​ດາ​ປະ​ເທດ.o​ຢູ​ໂຣບ​ທັງ​ຫຼາຍ, ຜູ້​ຊຶ່ງ
ໂດຍ​ລວມແລ້ວ, ​ຍັງເປັນປະ​ເທດ​ທີ່​ປະ​ຕິ​ບັດຕາມ​ຕົວ​ບົດກົດ​ໝາຍ ບໍ່​ໃຫ້​ເຫດ
​ການ​ດັ່ງ​ກ່າວ​ເກີດ​ຂຶ້ນ​ອີກ,”
ນັ້ນ​ຄື​ຄຳ​ເວົ້າ​ຂອງທ່ານວາ​ລ​ເລັ​ຕ ໄດ້​ກ່າວ​ຕໍ່ພວກ​ນັກ​
ຂ່າວທີ່​ນະ​ຄອນ​ຫຼວງ​ປາ​ຣີ.

ອ່ານ​ຂ່າວນີ້ເປັນ​ພາ​ສາ​ອັງ​ກິດ​ເພີ້ມ​ຕື່ມ

XS
SM
MD
LG