ກຳປັ່ນຄົ້ນຄວ້າຂອງຈີນລຳນຶ່ງ ຊຶ່ງມີກຳນົດທີ່ຈະເຂົ້າຈອດ ທີ່ໝູ່ເກາະມາລດິບໄດ້ພາໃຫ້ເກີດມີຄວາມເປັນຫ່ວງຢູ່ໃນປະເທດອິນເດຍ ບ່ອນທີ່ຄວາມວິຕົກກັງວົນໄດ້ເພີ້ມທະວີຂຶ້ນ ກ່ຽວກັບການນຳໃຊ້ຂໍ້ມູນ ທີ່ເກັບກຳໂດຍກຳປັ່ນຄົ້ນຄວ້າ ແບບນີ້ໃນທາງທະຫານ.
ກະຊວງການຕ່າງປະເທດມາລດີບ ກ່າວໃນອາທິດແລ້ວນີ້ວ່າ ຕົນໄດ້ອະນຸຍາດຕໍ່ກຳປັ່ນ ຊຽງ ຢາງ ຮອງ 3 (Xiang Yang Hong 3) ຫຼັງຈາກໄດ້ມີການຮ້ອງຂໍໂດຍຈີນ “ເພື່ອແວ່ຢ້ຽມຢາມ ສັບປ່ຽນພະນັກງານ ເຕີມນ້ຳມັນ ແລະອາຫານ.” ຈີນກ່າວວ່າ ກຳປັ່ນຈະບໍ່ທຳການຄົ້ນຄວ້າໃດໆ ຢູ່ໃນເຂດນ່ານນ້ຳຂອງມາລດີບ.
ການປະກາດດັ່ງກ່າວ ມີຂຶ້ນໃນຂະນະທີ່ເກີດຄວາມເຄັ່ງຕຶງທາງດ້ານການທູດລະຫວາງອິນເດຍແລະມາລດີບ ຫຼັງຈາກໄດ້ມີການເລືອກຕັ້ງ ປະທານາທິບໍດີໂມຮາເໝັດ ມູອິສຊູ ຜູ້ທີ່ຖືກເບິ່ງກັນວ່າ ເປັນຜູ້ນຳຍົມຈີນນັ້ນ.
ມາລດີບໄດ້ໃຫ້ການອະນຸມັດ ຕໍ່ການເຂົ້າຈອດຂອງກຳປັ່ນຈີນ ມາໄດ້ຫຼາຍອາທິດແລ້ວ ຫຼັງຈາກປະເທດເພື່ອນບ້ານຂະໜາດນ້ອຍອີກປະເທດນຶ່ງໃນມະຫາສະໝຸດອິນເດຍ ຄືສຣີລັງກາ ໄດ້ສັ່ງໃຫ້ໂຈະ ເປັນເວລານຶ່ງປີ ບໍ່ໃຫ້ກຳປັ່ນຄົ້ນຄວ້າຂອງຕ່າງປະເທດ ແລ່ນເຂົ້າໄປໃນນ່ານນ້ຳຂອງຕົນ.
ການໂຈະດັ່ງກ່າວ ມີຂຶ້ນໃນອັນທີ່ປາກົດວ່າ ເປັນຍ້ອນການຄັດຄ້ານຂອງຂອງອິນເດຍ ຫຼັງຈາກກຳປັ່ນຄົ້ນຄວ້າຂອງຈີນ 2 ລຳແລະກຳປັ່ນສອດແນມອີກຈຳນວນນຶ່ງໄດ້ເຂົ້າຈອດທີ່ປະເທດເກາະດັ່ງກ່າວໃນຮອບສອງປີເຄິ່ງທີ່ຜ່ານມາ. ໃນປີກາຍ
ນີ້ ກຳປັ່ນຄົ້ນຄວ້າ ສີ ຢານ 6 (Shi Yan 6) ກໍໄດ້ທຳການສຳຫຼວດທາງທະເລ ຢູ່ໃນເຂດນ່ານນ້ຳຂອງສຣີລັງກາ.
ຟໍຣັມສະແດງຄວາມຄິດເຫັນ