ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບໍລິສັດ Apple ຊະນະ ການຟ້ອງ ບໍລິສັດ Samsung


ບໍລິສັດ Apple ​ໄດ້​​ຮັບໄຊຊະນະສ່ວນ​ນຶ່ງທາງດ້ານກົດໝາຍ ຕໍ່ບໍລິສັດ Samsung ທີ່​ເປັນ​ຄູ່​ແຂ່ງ ​ໃນ​ການ​ຕໍ່ສູ້​​ທາງ​​ກົດໝາຍ ​ລະດັບ​ໂລກ
ບໍລິສັດ Apple ​ໄດ້​​ຮັບໄຊຊະນະສ່ວນ​ນຶ່ງທາງດ້ານກົດໝາຍ ຕໍ່ບໍລິສັດ Samsung ທີ່​ເປັນ​ຄູ່​ແຂ່ງ ​ໃນ​ການ​ຕໍ່ສູ້​​ທາງ​​ກົດໝາຍ ​ລະດັບ​ໂລກ
ບໍລິສັດ Apple ​ໄດ້ຮັບໄຊຊະນະສ່ວນ​ນຶ່ງທາງດ້ານກົດໝາຍ ຕໍ່
ບໍລິສັດ Samsung ທີ່​ເປັນ​ຄູ່​ແຂ່ງ ​ໃນ​ການ​ຕໍ່ສູ້ທາງກົດໝາຍ​
ລະດັບ​ໂລກ ກ່ຽວ​ກັບໂທລະສັບ Smartphone ​ແລະ tablets.

ຄະນະ​ກໍາມະ​ການ​ດ້ານການ​ຄ້າ ​ຂອງສະຫະລັດ ​ໄດ້ຕັດສິນ​ໃນ
​ວັນ​ສຸກ​ວານ​ນີ້​ວ່າ ບໍລິສັດ Samsung ​ໄດ້​ລະ​ເມີດ​ບາງສ່ວນ ​ໃນ
ການ​ອອກແບບ​ສອງ​ຢ່າງ ຂອງບໍລິສັດ Apple. ​ເຖິງ​ຢ່າງ​ໃດ​ກໍ​ດີ
ຄະນະ​ກຳມະການ​ດັ່ງກ່າວ​ໄດ້​ຕັດວ່າ ບໍລິສັດ ​ Samsung ຂອງ
ເກົາຫລີ​ໃຕ້ ບໍ່​ມີ​ຄວາມ​ຜິດ ​ໃນ​ຂໍ້ຫາ​ທີ່ວ່າ​ ທາງ​ບໍລິສັດໄດ້​ລະ ​ເມີດ​
ຕື່ມ​ອີກ 4 ຢ່າງ​ນັ້ນ.

ກ່ອນທີ່​ການ​ຕັດສິນ​ ຂອງຄະນະ​ກໍາມະການ ​ການ​ຄ້າ​ນາໆ​ຊາດ
ຂອງສະຫະລັດ ​ຫຼື ITC ຈະ​ມີ​ຜົນ​ບັງຄັບ​ໃຊ້ນັ້ນ ລັດຖະບານປະ
ທານາທິບໍດີ Barack Obama ມີ​ເວລາ 60 ມື້ ທີ່​ຈະ​ຕັດສິນ​ໃຈ
​ວ່າ ຈະໃຊ້​ສິດ​ຢັບ​ຢັ້ງ​ຫລື​ບໍ່.

ອາທິດ​ແລ້ວນີ້ ລັດຖະບານທ່ານ Obama ​ໄດ້ຕ່າວ​ປີ້ນ​ການ​ຕັດ
ສິນ​ຂອງຄະນະ ກຳມະການ ITC ທີ່​ຈະຫ້າມ​ຜະລິດ​ຕະພັນບາງ​ຢ່າງ​ຂອງບໍລິສັດ Apple​ ຢູ່ໃນ ສະຫະລັດ ທີ່​ລະ​ເມີດສິດທິ​ບັດຂອງ​ບໍລິສັດ Samsung​. ​ນີ້​ແມ່ນການ​ໃຊ້​ສິດ​ຢັບ ຢັ້ງ​ເທື່ອ​ທຳ​ອິດ​ ຕໍ່​ການ​ຕັດສິນ​ຂອງ​ຄະນະ​ກຳມະການ​ ITC ​ນັບ​ແຕ່​ປີ 1987 ​ເປັນຕົ້ນມາ​ແລະ​ເກົາຫລີ​ໃຕ້​ໄດ້​ສະ​ແດງ​ຄວາມ​ເປັນ​ຫ່ວງ​ກ່ຽວກັບ​ການເຄື່ອນ​ໄຫວ ດັ່ງກ່າວ.

​ໃນ​ການ​ຕໍ່ສູ້ກັນອີກ​ອັນ​ນຶ່ງ​ ​ຢູ່​ໃນສານຂອງ​ລັດຖະບານ​ກາງສະຫະລັດນັ້ນ ​ ບໍລິສັດ Sumsung ​ໄດ້ຖືກ​ສັ່ງໃນປີ​ກາຍ​ນີ້​ໃຫ້ຈ່າຍເງິນແກ່ບໍລິສັດ Apple ນຶ່ງ​ພັນ​ລ້ານ​ໂດ​ລາ ໃນຄວາມ​ເສຍ​ຫາຍ​ຂອງການລະ​ເມີດສິດທິ​ບັດ. ຕໍ່​ມາ​ສານ​ໄດ້​ຫລຸດ​ຄ່າ​ເສຍ​ຫາຍນັ້ນ​ລົງ.
XS
SM
MD
LG