ບໍລິສັດຄອມພີວເຕີຍັກໃຫຍ່ Apple Inc ຂອງສະຫະລັດ ໄດ້ປະກາດກ່ຽວກັບລະບົບການ
ປະຕິບັດງານໃໝ່ ທີ່ກ້າວໜ້າກ່ວາເກົ່າ ທີ່ຈະນໍາໃຊ້ຢູ່ໃນຜະະລິດ ຕະພັນຕ່າງໆຂອງຕົນ ທີ່
ຈະຮວມທັງການບໍລິການແຜນທີ່ທາງມືຖື ທີ່ບໍລິສັດ Apple ຜະລິດຂຶ້ນເອງ ສໍາລັບ Iphones
ແລະ Ipads ຊຶ່ງຈະເປັນລະບົບໃຊ້ສຽງຖາມແລະສັ່ງນາງ Siri ທີ່ເປັນລະບົບຊອກຄົ້ນຢູ່ໃນ
Iphone 4S ນັ້ນແລະ ຈະມີລະບົບສົນທະນາທາງໂທລະສັບທີ່ເຫັນໜ້າກັນ ຫລື Facetime
ຫລາຍ ກ່ວາເກົ່າ.
ຫົວໜ້າຝ່າຍ software ຂອງບໍລິສັດ Apple ທ່ານ Scott Forstall ໄດ້ບອກ ກອງປະຊຸມຜູ້
ພັດທະນາທົ່ວໂລກປະຈໍາປີຂອງບໍລິສັດ ທີ່ລັດແຄລີຟໍເນຍ ໃນວັນຈັນວານນີ້ວ່າ ການບໍລິການ
ແຜນທີ່ໃໜ່ ທີ່ຈະມີຢູ່ໃນລະບົບການປະຕິບັດງານ iOS 6 ທີ່ຈະນໍາອອກໃຊ້ໃນຂັ້ນຕໍ່ໄປນີ້
ແມ່ນໄດ້ສ້າງຂື້ນມາຈາກພື້ນຖານທັງ ໝົດ ຊຶ່ງການນໍາໃຊ້ລະບົບໃໝ່ນີ້ ຈະໝາຍເຖິງການສິ້ນ
ສຸດການນໍາໃຊ້ລາຍການ ຊອກຫາແຜນທີ່ຫລືທິດທາງ ຂອງບໍລິສັດ Google ໂດຍບໍລິສັດ
Apple ນັ້ນ.
Siri ຫລືລະບົບຊອກຄົ້ນຕາມສຽງສັ່ງທີ່ມີຢູ່ໃນໂທລະສັບມືຖື iPhone 4S ຂອງ ບໍລິສັດ Apple
ນັ້ນ ຈະສາມາດບອກທິດທາງອອກມາດັງໆໄດ້ເປັນຕອນໆ ຊື່ງເປັນຄວາມກ້າວໜ້າຂຶ້ນ ຈາກ
ລະບົບຊອກຫາທິດທາງ GPS ທາງໂທລະສັບມືຖື ລຸ້ນເກົ່ານັ້ນ.
ທ່ານ Scott Forstall ຫົວໜ້າຝ່າຍຜະລິດລາຍການປະຕິບັດງານ ຫລື software ຂອງ
ແອບເປິ້ລ ຍັງກ່າວອີກວ່າ ລະບົບຊອກຄົ້ນຕາມສຽງສັ່ງ Siri ຢູ່ໃນ iPhone 4S ທີ່ໄດ້ນໍາອອກ
ມາໃຊ້ ໃນເດືອນຕຸລາ ປີ 2011 ນັ້ນ ໃນອະນາຄົດອັນໃກ້ນີ້ ແມ່ນຈະໄດ້ນໍາອອກໃຊ້ຢູ່ໃນ
Face Book ກັບ Twitter ນໍາ ຊຶ່ງທ່ານ Forstall ກ່າວວ່າ ບັນດາຜູ້ໃຊ້ສື່ສັງຄົມສອງຢ່າງນີ້
ຈະສາມາດໃຊ້ສຽງສັ່ງໃຫ້ Siri update ໜ້າ Facebook ຂອງຕົນ ຫລືສົ່ງ tweet ໄດ້.
ແລະ Siri ຈະສາມາດເວົ້າໄດ້ຫລາຍພາສາແລະຈະມີບໍລິການຢູ່ໃນ iP