ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບໍລິສັດ Apple ເປີດໂຕ ໂທລະສັບ iPhone ຮຸ້ນໃໝ່


Apple's New iPhone X Not For Everyone
please wait

No media source currently available

0:00 0:02:19 0:00

ບໍລິສັດ Apple ໄດ້ເປີດໂຕ ເທັກໂນໂລຈີໃໝ່ຫຼ້າສຸດ ໃນໂທລະສັບສະຫຼາດ iPhone
10 ລາຄາ 1,000 ໂດລາ ເມື່ອວັນອັງຄານວານນີ້ ເຊິ່ງເປັນເຄື່ອງໃຊ້ທີ່ Apple ເອີ້ນວ່າ
ເປັນເຄື່ອງມືສື່ສານໃນຍຸກສະໄໝໃໝ່.

iPhone X ຫຼື 10 ລຸ້ນໃໝ່ ໄດ້ຖືກວາງສະແດງ ຢູ່ຫ້ອງວາງສະແດງ ຫຼັງຈາກ ມີການປະກາດຜະລິດຕະພັນໃໝ່ນີ້ ໃນໂຮງຮູບເງົາ ຊື່ວ່າ Steve Jobs ຢູ່ສະຖານທີ່ໃໝ່ ຂອງບໍລິສັດ Apple ໃນເມືອງ Cupertino ລັດ California, ວັນທີ 12 ກັນຍາ 2017.
iPhone X ຫຼື 10 ລຸ້ນໃໝ່ ໄດ້ຖືກວາງສະແດງ ຢູ່ຫ້ອງວາງສະແດງ ຫຼັງຈາກ ມີການປະກາດຜະລິດຕະພັນໃໝ່ນີ້ ໃນໂຮງຮູບເງົາ ຊື່ວ່າ Steve Jobs ຢູ່ສະຖານທີ່ໃໝ່ ຂອງບໍລິສັດ Apple ໃນເມືອງ Cupertino ລັດ California, ວັນທີ 12 ກັນຍາ 2017.

ຜູ້ອຳນວຍການໃຫຍ່ ຂອງບໍລິສັດ Apple ທ່ານ Tim Cook ໄດ້ເປີດເຜີຍ ໂທລະສັບ
ລຸ້ນໃໝ່ ໃນງານຄັ້ງທຳອິດ ຢູ່ເວທີຂອງໂຮງຮູບເງົາ Steve Jobs ທີ່ເປັນຊື່ທີ່ຕັ້ງໃຫ້ມື້
ລາງ ຜູ້ສ້າງຕັ້ງ ບໍລິສັດ Apple ທີ່ໄດ້ແນະນຳໂຕ iPhone ເມື່ອ 10 ປີກ່ອນ.

ທ່ານ Cook ໄດ້ຍົກຍ້ອງຢ່າງກະຕືລືລົ້ນ ວ່າ “10 ປີຕໍ່ມາ ມັນເປັນທີ່ສົມຄວນແລ້ວວ່າ
ພວກເຮົາມາຢູ່ນະທີ່ນີ້ ໃນແຫ່ງນີ້ ໃນມື້ນີ້ ເພື່ອເປີດເຜີຍ ຜະລິດຕະພັນ ທີ່ຈະກຳນົດ
ເສັ້ນທາງ ໃຫ້ແກ່ເທັກໂນໂລຈີ ສຳລັບທົດສະວັດໜ້າ.”

ພາຍໃນຄຸນລັກສະນະຫຼາຍຢ່າງຂອງມັນແລ້ວ iPhone ໃໝ່ນີ້ ສາມາດຖ່າຍຮູບໄດ້
ດີກວ່າເກົ່າ ໃນຕອນທີ່ມີລະດັບແສງໄຟທີ່ຕ່ຳ ແລະ ມີການສາກໂທລະສັບທີ່ໄຮ້ສາຍ.
ບາງທີ ຄຸນລັກສະນະໃໝ່ທີ່ສຸດຂອງມັນນັ້ນ ໂທລະສັບໃໝ່ ສາມາດປົດລັອກໄດ້ ໂດຍ
ໃຊ້ການຈື່ໃບໜ້າ.

ແຕ່ຄຳຖາມໃຫຍ່ ກໍແມ່ນວ່າ ພວກຜູ້ບໍລິໂພກ ຈະຍິນຍອມ ຈ່າຍເງິນ 1,000 ໂດລາ
ສຳລັບ ໂທລະສັບ ຫລູຫລາ ທີ່ເຕັມໄປດ້ວຍຄຸນລັກສະນະຕ່າງໆ ຫຼືບໍ່?

ທ່ານ Mark Hamrick ນັກວິເຄາະອາວຸໂສ ຢູ່ທີ່ Bankrate.com ບອກວີໂອເອ ວ່າ
“ບໍ່ພຽງແຕ່ຍ້ອນວ່າ ເຈົ້າບໍ່ພໍໃຈນຳໂທລະສັບຂອງເຈົ້າ ຍ້ອນວ່າ ມັນປາກົດວ່າ ບໍ່
ທຳງານ ກໍບໍ່ໝາຍຄວາມວ່າ ເຈົ້າຈະຕ້ອງການ ສິ່ງແວວວາວໃໝ່ນີ້ ແທ້ໆເລີຍ.”

ແຕ່ທ່ານ Hamrick ກ່າວວ່າ ທ່ານເຊື່ອວ່າ ບໍລິສັດ Apple ໄດ້ເຮັດວຽກດີຫຼາຍ ກັບ
ນະວັດຕະກຳໃໝ່ ພ້ອມດ້ວຍໂຕອຸປະກອນ ແລະໂຕໂປຣແກຣມ ທີ່ໄດ້ນຳເຂົ້າໃສ່
ໂທລະສັບ iPhone 10. ທ່ານກ່າວຕື່ມວ່າ ຍັງຈະມີຕະຫລາດຮອງຮັບ ມັນຢູ່ສະເໝີໄປ
ເຖິງແມ່ນວ່າ ມັນມີລາຄາແພງກໍຕາມ.

ທ່ານ Hamrick ໄດ້ກ່າວວ່າ “ຂ້າພະເຈົ້າຄິດ ຢ່າງແທ້ຈິງ ວ່າ ຍັງມີຄົນບາງສ່ວນ
ຈຳນວນນຶ່ງ ຜູ້ທີ່ຈະບໍ່ກິນເຂົ້າເລີຍ ເພື່ອທີ່ຈະໄດ້ມາພວກອຸປະກອນເຫຼົ່ານີ້. ພວກ
ເຮົາ ສາມາດອະພິປາຍກັນວ່າ ອັນນັ້ນ ແມ່ນຖືວ່າ ສະຫຼາດ ຫຼື ບໍ່ສະຫຼາດ... ອັນທີ່
ພວກເຮົາກຳລັງເວົ້າກັນຢູ່ນີ້ ກໍແມ່ນວ່າ ບໍ່ຈ່າຍເງິນສົດ ສຳລັບພວກອຸປະກອນ
ເຫຼົ່ານີ້ ຫາກແຕ່ ຫາທາງຈ່າຍເປັນເດືອນໄປ.”

ບໍລິສັດ Apple ໄດ້ຂາຍ iPhone ຫຼາຍກວ່າ 1 ພັນ 200 ລ້ານໜ່ວຍແລ້ວ ນັບຕັ້ງແຕ່
ບໍລິສັດ ໄດ້ເປີດໂຕ ໂທລະສັບ ຄັ້ງທຳອິດ ໃນປີ 2007. ບໍລິສັດ Apple ກຳລັງມຸ້ງຫວັງ
ໃສ່ iPhone 10 ເພື່ອທີ່ຈະຟື້ນຟູ ຮຸ້ນສ່ວນຂອງບໍລິສັດ ທີ່ກຳລັງຕົກຕ່ຳຢູ່ນັ້ນ ຂຶ້ນ ໃນ
ຂະນະທີ່ ບໍລິສັດອື່ນ ພວມພາກັນ ຍາດເອົາສິ້ນສ່ວນ ຂອງອຸດສາຫະກຳ ທີ່ສ້າງລາຍໄດ້
ຫຼາຍຕື້ໂດລານີ້.

ໃນວັນອັງຄານວານນີ້ ເຊັ່ນກັນ ບໍລິສັດ Apple ໄດ້ແນະນຳ ການຍົກລະດັບຂະນາດ
ໃຫຍ່ ຕໍ່ອຸປະກອນ ການຮັບຊົມ ໂທລະພາບ ທາງອອນໄລ ຂອງຕົນ ແລະ ຕໍ່ອັນທີ່ເອີ້ນ
ວ່າ Apple Watch ນັ້ນ ທີ່ປະກອບມີຄວາມອາດສາມາດ ທີ່ຈະກວດພົບ ລະດັບການ
ເຕັ້ນຂອງຫົວໃຈທີ່ສູງຂຶ້ນ ໃນເວລາຜູ້ນຳໃຊ້ ແມ່ນຢູ່ຊື່ໆ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG