ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

Apple ຊະນະ ຄະດີຟ້ອງຮ້ອງ Samsung ໃນຂໍ້ຫາ ລອກແບບ iPhone ແລະ iPad


ໂທລະສັບ Galaxy S III (ຢູ່ທາງຂວາ) ຂອງບໍລິສັດ Samsung ແລະ iPhone 4S ຂອງ Apple are ວາງສະແດງ ຢູ່ຮ້ານຂາຍໂທລະສັບແຫ່ງນຶ່ງ ຢູ່ກຸງໂຊລ ຂອງເກົາຫລີໃຕ້ ໃນວັນທີ 24 ສິງຫາ, 2012.
ໂທລະສັບ Galaxy S III (ຢູ່ທາງຂວາ) ຂອງບໍລິສັດ Samsung ແລະ iPhone 4S ຂອງ Apple are ວາງສະແດງ ຢູ່ຮ້ານຂາຍໂທລະສັບແຫ່ງນຶ່ງ ຢູ່ກຸງໂຊລ ຂອງເກົາຫລີໃຕ້ ໃນວັນທີ 24 ສິງຫາ, 2012.
ຄະນະຕຸລາການຈຸນຶ່ງຂອງສະຫະລັດ ໄດ້ຕັດສິນໃຫ້ບໍລິສັດ
Apple ຊຶ່ງເປັນບໍລິສັດຍັກ ໃຫຍ່ດ້ານເທັກໂນໂລຈີຂອງສະ
ຫະລັດ ຊະນະຄະດີ ໂດຍເວົ້າວ່າ ບໍລິສັດເອເລັກໂທຣນິກ
Samsung ຊຶ່ງເປັນຄູ່ແຂ່ງຈາກເກົາຫລີໃຕ້ ໄດ້ລະເມີດສິດ
ທິບັດຫລາຍອັນສໍາລັບອຸປະກອນມືຖື.

ໃນວັນສຸກວານນີ້ ຄະນະຕຸລາການສະຫະລັດຢູ່ລັດຄາລິຟໍເນຍ
ໄດ້ຕັດສິນໃຫ້ບໍລິສັດ Apple ໄດ້ຮັບເງິນຊົດເຊີຍຄ່າເສຍຫລາຍ
ຫລາຍກວ່າ 1 ພັນລ້ານໂດລາ.

ສ່ວນບໍລິສັດ Samsung ນັ້ນ ມີທ່າທີວ່າ ຈະຂໍອຸທອນຕໍ່ຄໍາຕັດ
ສິນດັ່ງກ່າວ ທີ່ເວົ້າວ່າ ບໍລິສັດເກົາຫລີໃຕ້ ໄດ້ໃຊ້ເທັກໂນໂລຈີ
ຫຼາຍຢ່າງຂອງ Apple ຢ່າງຜິດກົດໝາຍນັ້ນ.

ນອກນັ້ນ ບໍລິສັດ Apple ຍັງໄດ້ກ່າວອ້າງອີກວ່າ ບໍລິສັດ Samsung ໄດ້ລອກແບບ ຮູບຮ່າງ ຂອງໂທລະສັບ iPhone ແລະ iPad ທີ່ມີຊື່ສຽງຂອງຕົນ ແລະໃຊ້ສຳລັບຜະ ລິດໂທລະສັບ Galaxy ຂອງຕົນຢ່າງຜິດກົດໝາຍ.

ທາງບໍລິສັດ Samsung ໄດ້ໂຕ້ແຍ້ງຄືນວ່າ ໃນປີ 2006 ຊຶ່ງເປັນເວລາຫລາຍເດືອນ ກ່ອນໜ້າທີ່ບໍລິສັດ Apple ຈະນໍາເອົາໂທລະສັບ iPhone ຂອງຕົນອອກມາສະເໜີຕໍ່ ຕະຫລາດເປັນເທື່ອທຳອິດ ໃນປີ 2007 ນັ້ນ ຕົນກໍໄດ້ພັດທະນາໂທລະສັບປະເພດ smartphone ລຸ້ນໃໝ່ອອກມາ ທີ່ເປັນຮູບສີ່ຫລ່ຽມມີມູມມົນ ຊຶ່ງທັງສອງບໍລິສັດໄດ້ ໃຊ້ຢູ່ໃນເວລານີ້ແລ້ວ.

ຄະດີນີ້ ແມ່ນສ່ວນນຶ່ງຂອງການຕໍ່ສູ້ກັນທາງກົດໝາຍລະດັບໂລກ ທີ່ມີມູນຄ່າຫລາຍພັນ ລ້ານໂດລາ ລະຫວ່າງບໍລິສັດຍັກໃຫຍ່ເທັກໂນໂລຈີທີ່ມີອິດທິພົນທັງສອງ. ພວກນັກວິ ເຄາະອຸດສາຫະກໍາເວົ້າວ່າ ຕະຫລາດໂທລະສັບປະເພດ smartphone ມີມູນຄ່າ ຫລາຍກວ່າ 200 ພັນລ້ານໂດລາ.
XS
SM
MD
LG