ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບໍລິສັດ Apple ແລະ Samsung ຕ່າງກໍລະເມີດ ສິດທິບັດ ຂອງກັນແລະກັນ


ໂທລະສັບມືຖື Galaxy S III ຂອງບໍລິສັດ Samsung Electronics (ຂວາ) ແລະໂທລະສັບ iPhone 4S ຂອງບໍລິສັດ Apple ທີ່ກຳລັງວາງສະແດງ ທີ່ກຸງໂຊລ (24 ສິງຫາ 2012)
ໂທລະສັບມືຖື Galaxy S III ຂອງບໍລິສັດ Samsung Electronics (ຂວາ) ແລະໂທລະສັບ iPhone 4S ຂອງບໍລິສັດ Apple ທີ່ກຳລັງວາງສະແດງ ທີ່ກຸງໂຊລ (24 ສິງຫາ 2012)
ສານແຫ່ງນຶ່ງຂອງເກົາຫຼີໃຕ້ຕັດສິນວ່າ ບໍລິສັດເທັກໂນໂລຈີຍັກ
ໃຫຍ່ Apple ຂອງສະຫະລັດແລະບໍລິສັດ Samsung Elec-
tronics ທີ່ເປັນຄູ່ແຂ່ງ ຂອງເກົາຫຼີໃຕ້ ຕ່າງກໍໄດ້ລະເມີດສິດທິ
ບັດຂອງກັນແລະກັນກ່ຽວກັບອຸບປະກອນມືຖື.

ສານກຸງໂຊລໄດ້ຕັດສິນໃນວັນສຸກມື້ນີ້ວ່າ ບໍລິສັດ Apple ໄດ້
ລະເມີດສິດທິບັດກ່ຽວກັບອຸບປະກອນໄຮ້ສາຍສອງຢ່າງຂອງ
ບໍລິສັດ Samsung ໃນຂະນະທີ່ບໍລິສັດ Samsung ໄດ້ລະ
ເມີດສິດທິບັດໃນການອອກແບບຢ່າງນຶ່ງຂອງບໍລິສັດ Apple. ສານໄດ້ອະນຸມັດເງິນຄ່າເສຍຫາຍເລັກນ້ອຍ ໃຫ້ແຕ່ລະຝ່າຍ
ແລະທຳການຫ້າມແບບຈຳກັດຕໍ່ການຂາຍຜະລິດຕະພັນຂອງ
ແຕ່ລະບໍລິສັດຢູ່ໃນເກົາຫຼີໃຕ້.

ເປັນທີ່ໜ້າສັງເກດໄດ້ ສານກຸງໂຊລກ່າວວ່າ ບໍລິສັດ Samsung ຊຶ່ງໃນເວລານີ້ ເປັນຜູ້
ຜະລິດໂທລະສັບມືຖື ທີ່ໃຫຍ່ທີ່ສຸດໃນໂລກ ບໍ່ໄດ້ລອກແບບ ໂທລະສັບ iPhone ທີ່ໄດ້
ຮັບຄວາມນິຍົມສູງຂອງບໍລິສັດ Apple.

ຄະດີນີ້ແມ່ນພາກສ່ວນນຶ່ງຂອງການຕໍ່ສູ້ກັນທາງດ້ານກົດໝາຍລະດັບໂລກມູນຄ່າຫຼາຍ
ພັນລ້ານໂດລາລະຫວ່າງບໍລິສັດເທັກໂນໂລຈີຍັກໃຫຍ່ທັງສອງແລະເປັນການກຽມການ
ໄວ້ສຳລັບຄຳພິພາກສາທີ່ສຳຄັນ ຊຶ່ງຈະມີຂຶ້ນໃນໄວໆນີ້ໂດຍສານຂອງສະຫະລັດ.
XS
SM
MD
LG