ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຫົວໜ້າບໍລິຫານ ຂອງບໍລິສັດ Apple ລາອອກ (ເບິ່ງວີດີໂອ)


ທ່ານ Steve Jobs ຜູ້ກໍຕັ້ງຮ່ວມແລະຫົວໜ້າບໍລິຫານຂອງບໍລິສັດ Apple ລາອອກ ຍ້ອນສຸຂະພາບບໍ່ດີ (25 ສິງຫາ 2011)
ທ່ານ Steve Jobs ຜູ້ກໍຕັ້ງຮ່ວມແລະຫົວໜ້າບໍລິຫານຂອງບໍລິສັດ Apple ລາອອກ ຍ້ອນສຸຂະພາບບໍ່ດີ (25 ສິງຫາ 2011)

ຮຸ້ນຂອງບໍລິສັດ Apple ໄດ້ຕົກລາຄາຫຼາຍເຖິງ 7% ໃນການຊື້ຂາຍຫຼັງຊົ່ວໂມງລຸນຫຼັງທີ່ມີ
ຂ່າວ ກ່ຽວກັບການລາອອກຂອງທ່ານ Steve Jobs ຜູ້ຮ່ວມກໍ່ຕັ້ງ ແລະຫົວໜ້າບໍລິຫານ
ຂອງບໍລິສັດ.

ໃນມື້ວັນພຸດວານນີ້ ທ່ານ Jobs ກ່າວຕໍ່ຄະນະກຳມະການບໍລິຫານ ຂອງບໍລິສັດ Apple
ແລະປະຊາຄົມ Apple ວ່າທ່ານບໍ່ສາມາດປະຕິບັດໜ້າທີ່ແລະຄວາມຄາດໝາຍຕ່າງໆຂອງ
ຕຳ ແໜ່ງທີ່ທ່ານກຳຢູ່ໄດ້ຕໍ່ໄປອີກແລ້ວ. ທ່ານ Jobs ໄດ້ຕໍ່ສູ້ກັບມະເຮັງໃນມ້າມ ມາແຕ່ປີ
2003 ແລະໄດ້ຮັບການຜ່າຕັດປ່ຽນຕັບ ໃນປີ 2009. ທ່ານໄດ້ລາພັກ ເພື່ອໄປຮັບປິ່ນປົວ
ພະຍາບານ ມາແຕ່ເດືອນມັງກອນ.

ບໍລິສັດ Apple ກ່າວໃນຖະແຫຼງຂ່າວສະບັບນຶ່ງວ່າ ທ່ານ Jobs ໄດ້ຊ່ອຍບໍລິສັດ Apple
ໃຫ້ຢູ່ລອດ ດ້ວຍວິໄສທັດແລະການນຳພາທີ່ພິເສດ ​ແລະວ່າ ທ່ານ Jobs ໄດ້ຖືກເລືອກໃຫ້
ເປັນປະທານສະພາ​ອໍານວຍ​ການ ແລະໃນບົດບາດດັ່ງກ່າວນີ້ ທ່ານ​ຈະ​ສືບ​ຕໍ່ປະກອບສ່ວນ
ໃນການສະໜອງ​ ຄວາມ​ເຫັນ​ອັນ​ເລິກ​ເຊີ່ງ ຄວາມຄິດປະດິດສ້າງ ແລະຄວາມ​ດົນ​ໃຈແບບພິ
ເສດ​ໃຫ້​ແກ່​ທາງ​ບໍລິສັດ.

ຖະແຫຼງຂ່າວຍັງເວົ້າອີກວ່າ ທ່ານ Tim Cook ຈະເຂົ້າກຳຕຳແໜ່ງຫົວໜ້າຄະນະບໍລິຫານ
ງານຄົນໃໝ່ຂອງບໍລິສັດ Apple ຕາມຄຳແນະນຳຂອງທ່ານ Jobs. ທ່ານ Cook ເຄີຍຮັບ ໜ້າທີ່ເປັນຫົວໜ້າຝ່າຍປະກອບ​ການຂອງບໍລິສັດມາ​ກ່ອນ. ສະພາ​ອໍານວຍ​ການຂອງບໍລິສັດ
Apple ກ່າວວ່າ ທ່ານໄດ້ເຮັດວຽກ ທີ່ບໍລິສັດ Apple ມາໄດ້ 13 ປີ ແລະໄດ້ສະແດງໃຫ້ ເຫັນເຖິງການມີຄວາມສາມາດພິເສດ ແລະການຊັ່ງຊາທີ່ເໝາະສົມໃນທຸກໆສິ່ງທີ່ທ່ານ​ເຮັດ.

ເວລານີ້ບໍລິສັດ Apple ເປັນບໍລິສັດເທັກໂນໂລຈີທີ່ມີມູນຄ່າຫຼາຍທີ່ສຸດໃນໂລກ ແຕ່ໃນຊຸມປີ
1990 ບໍລິສັດດັ່ງກ່າວເກືອບລົ້ມລະລາຍ. ມູນຄ່າຂອງບໍລິສັດໄດ້ມີການປ່ຽນແປງເວລາບໍລິ
ສັດໄດ້ຫັນຄວາມເພັ່ງເລັງຈາກການສ້າງຄອມພິວເຕີ້ສ່ວນໂຕໄປສ້າງໂທລະສັບມືຖື iPhone
ແລະ iPad ທີ່ໄດ້ຮັບຄວາມນິຍົມນັ້ນ.

XS
SM
MD
LG