ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບໍລິສັດ Apple ຖືກກ່າວຫາ ກ່ຽວກັບ ການຍອມຮັບ ຕໍ່ລະບົບ ກວດສອບ ຂໍ້ມູນໃນປະເທດ ຈີນ


ຮູບ application ສື່ສັງຄົມຢູ່ໜ້າຈໍໂທລະສັບ ຖືກຖ່າຍ
ໂດຍນັກຂ່າວ Associated Press ໃນນະຄອນ San Francisco, 16 ມິຖຸນາ, 2017.
ຮູບ application ສື່ສັງຄົມຢູ່ໜ້າຈໍໂທລະສັບ ຖືກຖ່າຍ ໂດຍນັກຂ່າວ Associated Press ໃນນະຄອນ San Francisco, 16 ມິຖຸນາ, 2017.

ບໍລິສັດ Apple ໄດ້ຢືນຢັນວ່າ ພວກເຂົາເຈົ້າຈະເອົາ application ບາງຢ່າງ ທີ່ສະໜອງ
ເຄືອຂ່າຍສ່ວນຕົວ ຫຼື VPN, ອອກຈາກຊອຟແວຂາຍ application ຂອງພວກເຂົາເຈົ້າ
ໃນ ຈີນ, ເພື່ອປະຕິບັດຕາມກົດລະບຽບໃໝ່ຂອງ ຈີນ, ເປັນການເຄື່ອນໄຫວທີ່ບັນດານັກ
ວິຈານກ່າວວ່າ ແມ່ນເພື່ອຍິນຍອມການປິດບັງຂໍ້ມູນທາງອິນເຕີແນັດນັ້ນ.

ບໍລິສັດ Apple ໄດ້ຢືນຢັນ ການເຄື່ອນໄຫວດັ່ງກ່າວ ໃນ ອີເມລ ສະບັບໜຶ່ງ ທີ່ຖືກສົ່ງໃຫ້
ສະຖານີວິທະຍຸແຫ່ງຊາດຂອງລັດຖະບານ ໃນວັນເສົາວານນີ້, ຫຼັງຈາກຜູ້ສະໜອງ VPN
ຫຼາຍບໍລິສັດ ໄດ້ປະກາດວ່າ application ຂອງເຂົາເຈົ້າໄດ້ຖືກຖອດອອກຈາກຊອຟແວ
ຂາຍ application ໃນ ຈີນ.

ຊອຟແວທີ່ຖືກຜະລິດຢູ່ນອກ ຈີນ ບາງຄັ້ງແມ່ນສາມາດໃຊ້ໄດ້ ເພື່ອຫຼີກລ່ຽງເຄືອຂ່າຍ
ປ້ອງກັນຄວາມປອດໄພທາງອິນເຕີແນັດ ຫຼື Firewall ທີ່ກີດກັນຂໍ້ມູນທີ່ລັດຖະບານພິ
ຈາລະນາວ່າ ຄັດຄ້ານໄດ້. ນັກວິຈານຫຼາຍຄົນໄດ້ເອີ້ນລະບົບ “great firewall” ວ່າ
ແມ່ນລະບົບກວດກາທາງອິນເຕີແນັດໜຶ່ງ ທີ່ມີຄວາມກ້າວໜ້າທີ່ສຸດໃນໂລກ.

ບໍລິສັດ Apple ກ່າວວ່າ “ໃນຕົ້ນປີນີ້, ກະຊວງອຸດສາຫະກຳ ແລະ ຂໍ້ມູນເທັກໂນໂລຈີ
ຂອງ ຈີນ ຫຼື MIIT ໄດ້ປະກາດວ່າ ຜູ້ຜະລິດທຸກໆລາຍທີ່ສະໜອງ VPN ຕ້ອງໄດ້ຮັບ
ລາຍເຊັນຈາກລັດຖະບານ. ພວກເຮົາໄດ້ຖືກຮຽກຮ້ອງໃຫ້ຖອດ application VPN
ບາງອັນໃນ ຈີນ ທີ່ບໍ່ຜ່ານກົດລະບຽບໃໝ່ນັ້ນອອກ.”

ຜູ້ຜະລິດ application VPN ໄດ້ກ່າວໃນຂໍ້ຄວາມໜຶ່ງວ່າ application ຂອງພວກເຂົາ
ເຈົ້າໄດ້ຖືກປົດອອກຈາກ ຊອຟແວຂາຍ application ຂອງບໍລິສັດ Apple ໃນ ຈີນ,
ແລະ ໄດ້ກ່າວເນັ້ນວ່າ “ການຄົ້ນຄວ້າເບື້ອງຕົ້ນໄດ້ລະບຸວ່າ ທຸກໆ application VPN
ທີ່ສຳຄັນສຳລັບລະບົບປະຕິບັດການໂທລະສັບຂອງບໍລິສັດ Apple ຫຼື IOS ແມ່ນໄດ້
ຖືກປົດອອກ.”

ຂໍ້ຄວາມໄດ້ສືບຕໍ່ເວົ້າວ່າ “ພວກເຮົາຜິດຫວັງ ໃນການປັບປຸງຄັ້ງນີ້, ໃນຂະນະທີ່ມັນໄດ້
ເປັນຕົວແທນ ໃນມາດຕະການທີ່ຮຸນແຮງທີ່ສຸດທີ່ຖືກໃຊ້ໂດຍລັດຖະບານ ຈີນ ເພື່ອກີດ
ກັ້ນການນຳໃຊ້ VPN ໃນມື້ນີ້, ແລະ ພວກເຮົາເປັນຫ່ວງວ່າ ຈະບໍ່ໄດ້ເຫັນ Apple ຊ່ວຍ
ໃນຄວາມພະຍາຍາມກວດກາຂອງ ຈີນ.”

ອີກບໍລິສັດໜຶ່ງຊື່ວ່າ Star VPN ກໍໄດ້ປະກາດວ່າ ພວກເຂົາເຈົ້າໄດ້ຖືກຕິດຕໍ່ໂດຍບໍລິ
ສັດ Apple ກ່ຽວກັບ ແຈ້ງການອັນດຽວກັນນີ້.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG