ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ບໍລິສັດ Apple ເປີດຕົວ ໂມງສະຫລາດໃສ່ແຂນ ທີ່ເຮັດໄດ້ຫລາຍຢ່າງ


Apple Betting on Success With New Product Launch
please wait

No media source currently available

0:00 0:02:25 0:00

ບໍລິສັດ​ຍັກ​ໃຫຍ່​ເທັກ​ໂນໂລ​ຈີ Apple ຂອງສະຫະລັດ ​ເປີດ​ຕົວ
ນະວັດຕະກຳ ຫລ້າ​ສຸດຂອງຕົນ ​ໃນ​ວັນ​ຈັນ​ວານ​ນີ້ ນັ້ນກໍຄືໂມງ
​Apple ຫຼື ​Apple Watch ຊຶ່ງເປັນໂມງໃສ່ແຂນທີ່ມີລາຄາແພງ​
ເປັນສອງເທົ່າຂອງຄອມ​ພິວ​ເຕີ​ນ້ອຍ ທີ່ໃຊ້​ເຮັດໄດ້​ຫລາຍ​ຢ່າງ.

ບັນດາ​ບໍລິສັດ​ເທັກ​ໂນ​ໂລ​ຈີ​ຈຳນວນ​ນຶ່ງ ເຊັ່ນ Samsung ຂອງ
ເກົາຫຼີ​ໃຕ້ ​ແລະ LG ​ແລະ ບໍລິສັດ Sony ຂອງຍີ່​ປຸ່ນ ​ກໍຮວມຢູ່
ໃນນັ້ນ ຊຶ່ງໄດ້​ນຳ​ສະ​ເໜີ​ຜະ​ລິດ​ຕະພັນ​ ​ໂມງ​ສະຫລາດ ຂອງ​ຕົນ
ໄປແລ້ວ. ​ແຕ່​ວ່າ Apple ​ເປັນ​ບໍລິສັດ​ທີ່​ມີ​ຄຸນ​ຄ່​າທີ່​ສຸດ​ໃນ​ໂລ​ກ
ນັ້ນ ຫວັງ​ວ່າ ຜະ​ລິດ​ຕະພັນ​ໃໝ່ຂອງຕົນນັບ​ຕັ້ງ​ແຕ່ການ​ເສຍ​ຊີ
ວິດ ຂອງ​ຜູ້​ກໍ່​ຕັ້ງບໍລິສັດ ທ່ານ Steve Jobs ​ປີ 2011 ຈະ​ເປັນ
ທີ່ສົນໃຈຂອງ ບັນດາ​ຜູ້​ບໍລິ​ໂພ​ກ ທີ່​ໄດ້​ລື້ງ​ເຄີຍ​ມາ​ກ່ອນກັບການ​ໃຊ້ iPhone ​ແລະ Ipad ນັ້ນ.

ຫົວໜ້າ​ບໍລິຫານ Apple ທ່ານ Tim Cook ກ່າວ​ວ່າ ຜູ້​ໃຊ້​ໂມງ Apple ສາ ມາດ​ໂທລະສັບ ອ່ານ email ຟັງ​ເພງ ​ແລະ​ຕິດຕາມ​ເບິ່ງ​ການ​ຫັດກາຍ​ຍະ​ບໍລິ ຫານຂອງຕົນໄດ້.

ບໍລິສັດ ​ໄດ້​ງານຢ່າງ​ຄຶກຄື້ນ​ໃນການເປີດຕົວ​ພະ​ລິດ​ຕະພັນ​ໃໝ່ ຢູ່ທີ່​ນະຄອນ San
Franciso. ລາຄາປະເພດ​ຖືກ​ທີ່​ສຸດ​ຂອງ​ໂມງດັ່ງກ່າວ ແມ່ນຄາດ​ວ່າ​ 349 ​ໂດ​ລາ ສ່ວນ​
ໂມງປະເພດທີ່​ຫຸ້ມດ້ວຍຄຳ 19 ກາຣັດນັ້ນ ອາດ​ຈະ​ມີ​ລາຄາ​ເຖິງ 10,000 ​ໂດ​ລາ. ໂມງ
ເຫຼົ່ານີ້ຄາດ​ວ່າຈະ​ນຳອອກ​ຈຳໜ່າຍ​ຢູ່​ຕາມ​ຮ້ານ​ ຕ່າງໆໃນ​ເດືອນ​ໜ້າ​ນີ້.

ບັນດາ​ນັກວິ​ເຄາະ​ການ​ເງິນບາງຄົນ​ຄິດ​ວ່າ ທາງບໍລິສັດ​ອາດ​ຂາຍ​ໂມາງ Apple ໄດ້ໃນ​
ລ​ະຫວ່າງ​ແປດ​ລ້ານ​ໜ່ວຍ ​ຫາ ​ຫລາຍ​ກວ່າ 18 ລ້ານໜ່ວຍ ​ໃນ​ປີ​ທຳ​ອິດ.

ຫວ່າງ​ມໍ່ໆ​ມາ​ນີ້ Apple ​ໄດ້​ຖືກຈົດຊື່ເຂົ້າຢູ່​ໃນ​ບັນຊີ​ຂອງ 30 ບໍລິສັດທີ່​ປະກອບ ​ດັດຊະນີ
ຮຸ້ນ Dow Jones ທີ່ມີການຕິດຕາມເບິ່ງຢ່າງໃກ້ຊິດ ຊຶ່ງ​ເປັນຮຸ້ນທີ່ສຳ ຄັນຂອງສະຫະລັດ
ທີ່​ຕະຫລາດຊື້ຂາຍ​ຮຸ້ນ​ ຢູ່ນະຄອນ​ນິວຢອກ.

US APPLE WATCH SOTVO
please wait
Embed

No media source currently available

0:00 0:01:25 0:00

XS
SM
MD
LG