ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ແອັບໂປລ ຂໍໂທດ ຫລັງຈາກປວງຊົນຮ້ອງໂຮ ວ່າບໍລິສັດ ຕັ້ງໃຈເຮັດໃຫ້ ໄອໂຟນເກົ່າ ຊ້າລົງ


ຮູບພາບວັນທີ 9 ເດືອນມີນາ 2015 ທ່ານ ທິມ ຄຸກ ຜູ້ບໍລິຫານບໍລິສັດ ແອັບໂປລ ບັນລະຍາຍກ່ຽວກັບໄອໂຟນ 6 ແລະໄອໂຟນ 6 ພລັສ ທີ່ ນະຄອນແຊນແຟຣນນິສໂກ
ຮູບພາບວັນທີ 9 ເດືອນມີນາ 2015 ທ່ານ ທິມ ຄຸກ ຜູ້ບໍລິຫານບໍລິສັດ ແອັບໂປລ ບັນລະຍາຍກ່ຽວກັບໄອໂຟນ 6 ແລະໄອໂຟນ 6 ພລັສ ທີ່ ນະຄອນແຊນແຟຣນນິສໂກ

ບໍລິສັດແອັບ​ໂປລ ໄດ້ຂໍ​ຄະ​ມາ​ໂທດຕໍ່ປວງ​ຊົນທີ່​ໄດ້​ລັກ​ເຮັດ​ໃຫ້ການທໍາ​ງານ​ຂອງ ​ໂທ
ລະສັບ ​ໄ​ອໂຟນ​ເກົ່າ​ນັ້ນ​ຊ້າ​ລົງ.

​ແອັບໂປລ ກ່າວ​ຢູ່​ໃນ​ຖະ​ແຫລ​ງການສະບັບ​ນຶ່ງໃນ​ວັນ​ພະຫັດ​ວານ​ນີ້ ຢູ່​ໜ້າເວັບ​ໄຊຂອງ
​ຕົນວ່່າ “ພວກ​ເຮົາ​ຮູ້​ວ່າ ພວກ​ທ່ານ​ຈຳນວນ​ນຶ່ງ​ມີ​ຄວາ​ມຮູ້ສຶກ​ເຊື່ອມ​ສັດທາ​ຕໍ່ບໍລິສັດແອບ
​ໂປລ. ພວກ​ເຮົາ​ຂໍອະ​ໄພ​ນໍາ​ພວກ​ທ່ານຫລາຍໆ ພວກ​ເຮົາ​ບໍ່​ເຄີຍແບບ​ມີ​ເຈດ​ຕະນາ ​ແລະ
ກໍ​ຈະ​ບໍ່​ເຮັດ​ສິ່ງ​ໃດ​ທີ່​ພາໃຫ້​ຜະລິດຕະພັນ​ແອັບ​ໂປລ​ມີ​ໄລຍະ​ການ​ໃຊ້​ງານ​ສັ້ນ​ລົງ ຫລື​ຫລຸດ
​ລະດັບ​ປະສົບ​ການທີ່​ເພິ່ງ​ພໍ​ໃຈ​ຂອງ​ຜູ້​ຊົມໃຊ້ ​ເພື່ອພັກ​ດັນ​ພວກ​ລູກ​ຄ້າ​ໃຫ້ພາກັນ​ໄປ​ຍົກ​ລະດັບການຂອງ​ໂທລະສັບ​ຂອງ​ຕົນ​ຂຶ້ນຈັກ​ເທື່ອ​.”

​ໃນ​ຕົ້ນ​ອາທິດ​ນນີ້ ​ແອັບໂປລ ​ໄດ້​ຮັບ​ຮູ້ວ່າຕົນ​ໄດ້​ເຮັດ​ໃຫ້​ໄ​ອໂຟນທີ່​ເກົ່າ​ນັ້ນ​ຊ້າ​ລົງ.

ຫ້ອງ​ທົດ​ລອງ​ພຣີ​ເມດ ທີ່​ເຮັດ​ເຄື່ອງຊອບແວ​ທີ່​ໃຊ້ວັດ​ແທກຄວາມ​ໄວ​ຂອງ​ເຄື່ອງ​ທໍາ​ງານ​
ຂອງ​ໄ​ອໂຟນ ​ໄດ້​ເປີດ​ເຜີຍ​ຂໍ້ມູນ​ໃນ​ວັນ​ຈັນ​ທີ່​ຜ່ານ​ມາ ທີ່ປາດ​ກົດວ່າ​ສະ​ແດງ​ໃຫ້​ເຫັນ​ວ່າ
​ໄອໂຟນ 6 ​ແລະໄອ​ໂຟ​ນ 7 ນັ້ນ​ ທໍາ​ງານ​ນັບ​ມື້ນັບ​ຊ້າລົງ​ໃນເວລາ​ທີ່​ມັນ​ເກົ່າ​ລົງ. ​ແອັບ
​ໂປລ​ໄດ້​ແກ້​ໄຂເລື່ອງ​ທີ່ອ້າງ​ເຖິງ​ດັ່ງກ່າວໃນສອງ​ມື້​ຕໍ່​ມາ.

​ແອັບ​ໂປລ ​ກ່າວ​ວ່າ​ຕົນ​ໄດ້​ເອົາ​ຊອບ​ແວ​ຣ ດັ່ງກ່າວ​ອອກ​ມາ​ໃນປີກາຍ​ນີ້ ຊຶ່ງ​ໄດ້​ເຮັດໃຫ້​ໂທ
ລະສັບ​ສອງ​ລຸ້ນນີ້ ​ປະຕິບັດ​ງານ​ຊ້າ​ລົງ ​ເພື່ອ​ແກ້​ໄຂ​ບັນຫາ​ແບັດເທີຣີ ລີ​ຕຽມ ​ໄອ​ອນທີ່​ເກົ່າ​
ແກ່​ຂອງ​ຕົນທີ່ສາມາດ​ເຮັດ​ໃຫ້​ການທໍາ​ງານຂອງ​ໂທລະສັບ​ມີ​ບັນຫາ​ໃນ​ບາງ​ຄັ້ງຄາວ​ ຫລື​
ບໍ່​ກໍ​ເຮັດ​ໃຫ້​ໂທລະສັບ​ປິດ​ລົງ​ຢ່າງ​ບໍ່​ຄາດ​ຝັນ​.

ບໍລິສັດເທັກ​ໂນ​ໂລ​ຈີ​ຍັກ​ໃຫຍ່​ກ່າວ​ວ່າ ​ເຫດຜົນ​ທີ່​ຕ້ອງ​ໄດ້ຍົກ​ລະດັບ​ຊອບ​ແວຣ ກໍ​ແມ່ນ​
ເພື່ອ​ເຮັດ​ໃຫ້​ໂທລະສັບ​ມີຄວາມ​ສາມາດຄວບ​ຄຸມ​ພະລັງງານ ທີ່​ເຮັດ​ໃຫ້​ໂທລະສັບຊ້າ​ລົງ​
ໄດ້​ເຊັ່ນ​ກັນ ​ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ໂທລະສັບ​ປິດ​ລົງ.

​ແອັບ​ໂປລ ກ່າວໃນ​ວັນ​ພະຫັດ​ວານນີ້​ວ່າ ຕົນ​ໄດ້​ເອົາ​ບາດ​ກ້າວ “​ໃນ​ການແກ້​ໄຂ​ຄວາມ​
ເປັນ​ຫ່ວງຂອງພວກລູກ​ຄ້າ ​ເພື່ອ​ເປັນ​ການ​ຕອບ​ຄືນ​ຄວາມ​ຈົງ​ຮັກ​ພັກດີ ​ແລະ​ເພື່ອ​ນໍາ​ເອົາ
ຄວາມ​ເຊື່ອ​ຄົນຜູ້​ທີ່​ບໍ່​ເຊື່ອ​ວ່າ​ແອັບໂປລ ບໍ່​ໄດ້ “ມີຄວາມ​ຕັ້ງ​ໃຈ” ເຮັດ​ໃຫ້​ເປັນ​ແນວ​ນັ້ນ” ​ກັບ​
ຄືນມາ​ອີກ.

ມາດ​ຕະການ​ດັ່ງກ່າວ​ລວມມີ​ການຫລຸດລາຄາຂອງການ​ປ່ຽນ​ແບັດ​ເທີຣີ ທີ່ໝົດ​ໄລຍະ
ປະກັນ​ໄພຂອງໄ​ອ​ໂຟນ 6 ແລະ​ໄອໂຟນ​ໃນລຸ້ນຕໍ່ໆມາ ລົງຈາກ 79 ​ໂດ​ລາ ມາ​ເປັນ
29 ​ໂດ​ລາ.

ເຖິງ​ຢ່າງ​ໃດ​ກໍ​ດີ ​ບໍລິສັດ ແອັບໂປລ ກໍໄດ້​ຖືກ​ຕິຕຽນ​ຈາກ​ພວກທີ່​ສົ່ງ​ເສີມການ​ສ້ອມ​ແປງ​ໂທລະສັບ ມາ​ເປັນ​ເວລາ​ດົນ​ນານ ວ່າ​ໄດ້​ເຮັດໃຫ້​ຜູ້​ໃຊ້​ປ່ຽນແບັດ​ເທີຣີ ​ດ້ວຍ​ຕົນ​ເອງ​ຍາກ.
​ແຕ່ວ່າ​ບໍລິສັດ​ດັ່ງກ່າວ​ກໍ​ບໍ່​ໄດ້ກ່າວ​ເຖິງ​ບັນ​ຫາດັ່ງກ່າວ​ຢູ່​ໃນ​ຄໍາຂໍ​ອະ​ໄພ​ນໍາ​ລູກຄ້າ​.

​ແອບໂປລ ຍັງ​ກ່າວ​ວ່າ​ຕົນ​ຈະ​ອອກ​ຊອບ​ແວ​ລ IOS ຫລ້າ​ສຸດ​ໃນ​ຕົ້ນ​ປີ 2018 ນີ້ ໂດຍມີ
ຄຸນລັກສະນະໃໝ່ ຊຶ່ງອະນຸ​ຍາດ​ໃຫ້​ຜູ້​ໃຊ້ຄວາມສາມາດດໍາເນີນງານຂອງ​ແບັ​ດ​ເທີຣີ​ຂອງ
ໄອໂຟນ​ເຂົາ​ເຈົ້າ ​ເພື່ອ​ໃຫ້​ເຂົາ​ເຈົ້​າ​ສາມາດເຫັນດ້ວຍຕົນ​ເອງ ຖ້າ​ຫາກ​ສະພາບ​ການ​ມີ
​ຜົນກະທົບ​ຕໍ່​ການທໍາ​ງານຂອງແບັດເທຣີ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG