ບໍລິສັດ Apple ໄດ້ຍື່ນຄຳຮ້ອງຮຽນຕໍ່ສານ ຂໍຮ້ອງໃຫ້ຜູ້ພິພາກ
ສາລັດຖະບານກາງ ຕ່າວປີ້ນຄໍາສັ່ງທີ່ວ່າ ໃຫ້ທາງບໍລິສັດຊ່ວຍ
ເຫຼືອອົງການສັນຕິບານກາງ ຫລື FBI ຂອງສະຫະລັດໃນການ
ເຈາະເຂົ້າໄປເບິ່ງຂໍ້ມູນຢູ່ໃນ iPhone ຂອງມືປືນສັງຫານໝູ່ ທີ່
ຖືກລັອກໄວ້ນັ້ນ.
ບໍລິສັດຄອມພິວເຕີຍັກໃຫຍ່ ໄດ້ປະຕິເສດຄຳຮ້ອງຂໍຂອງລັດ
ຖະບານເພື່ອສ້າງຊັອບແວໃໝ່ ອະນຸຍາດໃຫ້ບັນດາເຈົ້າໜ້າ
ທີ່ປະຕິບັດກົດໝາຍ ເຈາະເຂົ້າໄປ ໃນ IPhone 5C ທີ່ເປັນ
ຂອງທ້າວ Syed Rizwan Farook ພ້ອມດ້ວຍພັນ ລະຍາ
ຂອງລາວນາງ Tafsheen Malik ທີ່ໄດ້ສັງຫານ 14 ຄົນໃນ
ເມືອງ San Bernardino ລັດ California ປີແລ້ວນີ້.
ຢູ່ໃນບັນທຶກລາຍງານສານ ໃນວັນພະຫັດວານນີ້ ພວກທະນາຍຄວາມຂອງບໍລິ ສັດ
Apple ໄດ້ໂຕ້ຖຽງວ່າ ການຂໍຮ້ອງຂອງລັດຖະບານ ”ສ້າງຄວາມຫຍຸ້ງຍາກລຳບາກ ທີ່
ບໍ່ເຄີຍມີມາກ່ອນໃຫ້ແກ່ບໍລິສັດ Apple ແລະລະເມີດຕໍ່ສິດທິຂອງບົດ ເພີ້ມຕື່ມລັດຖະ
ທຳມະນູນຂໍ້ທີໜຶ່ງຂອງບໍລິສັດ Apple ຕໍ່ການບັງຄັບໃຫ້ປາກເວົ້າ.”
ບໍລິສັດ Apple ໄດ້ກ່າວວ່າ ອົງການFBI ໄດ້ຮ້ອງຂໍຕໍ່ອັນທີ່ເທົ່າກັບວ່າເປັນການເຂົ້າ
ທາງປະຕູຫລັງໃນມາດຕະການຄວາມໝັ້ນຄົງຂອງບໍລິສັດ ແລະນັ້ນຖ້າຕົກຢູ່ໃນມືທີ່
ບໍ່ຖືກຕ້ອງແລ້ວ ໃນອະນາຄົດ ຊັອບແວດັ່ງກ່າວນີ້ ຈະເຮັດໃຫ້ຜູ້ໃຊ້ຂອງບໍລິສັດ Apple
ທີ່ນັບບໍ່ຖ້ວນ ຕົກຢູ່ອັນຕະລາຍຕໍ່ການຊອກຄົ້ນຂໍ້ມູນ ໃນໂທລະສັບຂອງເຂົາເຈົ້າ.
ບັນດາທະນາຍຄວາມ ກ່າວວ່າ “ບໍ່ມີສານໃດເຄີຍໃຫ້ອະນຸຍາດມາກ່ອນ ຕໍ່ອັນທີ່ ລັດຖະ
ບານກຳລັງຊອກສະແຫວງຫາ ໃນເວລານີ້ ບໍ່ມີກົດໝາຍໃດ ໃຫ້ການສະໜັບສະໜູນ ຕໍ່
ການນຳໃຊ້ຂັ້ນຕອນ ຕຸລາການແບບບໍ່ມີຂອບເຂດແລະຢ່າງກວ້າງ ຂວາງເຊັ່ນນີ້ ແລະ
ລັດຖທຳມະນູນທີ່ຫ້າມບໍ່ໃຫ້ກະທຳ.”