ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ທາງການຮຽກຮ້ອງ ໃຫ້ຢູ່ໃນຄວາມສະຫງົບ ໃນຂະນະທີ່ ການສືບສວນ ຍັງດຳເນີນຢູ່


ຕຳຫລວດ ທີ່ນຸ່ງເຄຶ່ອງປ້ອງກັນ ພາກັນຍູ້ພວກນັກຂ່າວ ແລະຝູງຊົນໃຫ້ຖອຍອອກໄປ ຫລັງຈາກ 10 ໂມງກາງຄືນ ຊຶ່ງເປເັນເວລາ ຫ້າມອອກນອກບ້ານ.
ຕຳຫລວດ ທີ່ນຸ່ງເຄຶ່ອງປ້ອງກັນ ພາກັນຍູ້ພວກນັກຂ່າວ ແລະຝູງຊົນໃຫ້ຖອຍອອກໄປ ຫລັງຈາກ 10 ໂມງກາງຄືນ ຊຶ່ງເປເັນເວລາ ຫ້າມອອກນອກບ້ານ.

ບັນດາ​ເຈົ້າ​ໜ້າ​ທີ່ ຢູ່​ທີ່​ເມືອງ Baltimore ທາງພາກ​ຕາ​ເວັນ​ອອກ​
ຂອງສ​ະຫ​ະລັດ ກຳລັງ​ຮ້ອງຂໍ​ໃຫ້​ທຸກຄົນຕັ້ງຢູ່​ໃນ​ຄວາມ​ສະຫງົບ
​ແລະ​ມີຄວາມອົດທົນ ​ໃນ​ຂະນະ​ທີ່​ບັນດາ​ໄອ​ຍະ​ການ ຕັດສິນ​ໃຈ​
ວ່າ ຈະ​ກ່າວ​ຫາບັນດາ​ເຈົ້າ​ໜ້າ​ທີ່ຕຳຫຼວດ ທີ່​ພົວພັນ​ກັບ​ການ​ຈັບ​
ກຸມຊາຍ​ໜຸ່ມ​ຜີວ​ດຳ ທີ່​ໄດ້​ເສຍ​ຊີ​ວິດ ຢູ່​ໃນລະຫວ່າງ​ການ​ຄຸມ​ຂັງ
ຂອງຕຳຫຼວດຫລືບໍ່.

ຕຳຫຼວດໄດ້​ສົ່ງ​ລາຍ​ງານການ​ສືບສວນຂອງຕົນ ກ່ຽວກັບ​ການ​
ເສ​ຍຊີວິດ ຂອງຊາຍຄົນນີ້ ​ໃຫ້​ແກ່​ຫ້ອງການ​ຍຸດຕິທຳຂອງລັດ
ໃນ​ວັນ​ພະຫັດ​ວານ​ນີ້ ນຶ່ງ​ມື້​ກ່ອນເສັ້ນ​ຕາຍ​ທີ່ໄດ້ຕັ້ງໄວ້. ການ​ລົງ​ຄວາມ​ເຫັນ​ກ່ຽວກັບການ​ສືບສວນ​ພາຍ​ໃນ ຍັງ​ບໍ່​ທັນໄດ້​ເປີດ​ເຜີຍ​ໃຫ້ປະຊາຊົນຮູ້ເທື່ອ.

ຄວາມ​ລຶກ​ລັບ​ຂອງ​ຕຳຫລວດທີ່​ຫ້ອມລ້ອມ​ຄະດີດັ່ງກ່າວໄດ້​ເພີ້​ມຄວາມໂກດແຄ້ນ ໃຫ້​ແກ່
ຫລາຍໆ​ຄົນ ທີ່ບໍ່ພໍໃຈກັບ​ພວກ​ເຈົ້າ​ໜ້າ​ທີ່​ ທີ່ບໍ່ອອກ​ມາ​ກ່າວ​ເຖິງ​ການ​ເສຍ​ຊີວິດ ຂອງທ້າວ
Freedie Gray ອາຍຸ 25 ປີ ​ທີ່​ໄດ້​ຕາຍຍ້ອນ​ບາດ​ເຈັບ​ຢູ່​ກະ​ດູກສັນຫຼັງໃນ​ວັນ​ທີ 19
​ເດືອນ​ ເມສາຜ່ານມານີ້.

ຫົວໜ້າພະແນກຍຸດຕິທຳຂອງ​ລັດ ທ່ານ​ນາງ Marilyn Mosby ກ່່າວ​ໃນ​ວັນ​ພະ ຫັດ​ວານ
​ນີ້​ວ່າ ຫ້ອງການ​ຂອງ​ທ່ານນາງ ກຳລັງ​ທຳການ​ສືບສວນເພີ້ມຕື່ມ ​ເພື່ອ​ພິ ສູດ​ກ່ຽວກັບ​ການ​ຕາຍດັ່ງກ່າວ ຊຶ່ງທ່ານນາງກ່າວວ່າ “ພວກ​ເຮົາ​ຂໍ​ຮ້ອງ​ໃຫ້​ສາທາ ລະນະ​ຊົນຈົ່ງ​ມີຄວາມ
ອົດທົນ ​ແລະ​ຢູ່​ໃນ​ຄວາມ​ສະຫງົບ​ແລະ​ໃຫ້​ໄວ້​ວາງ​ໃຈ​ຕໍ່ຂະ ບວນ​ການ​ຂອງລະບົບ​ຍຸດຕິ​
ທຳ”.

​ໃນ​ວັນ​ພະຫັດ​ວານ​ນີ້ ພວກ​ປະ​ທ້ວງ​ໄດ້​ພາກັນ​ໂຮມ​ຊຸມນຸມກັນອີກດ້ວຍການເດີນ ຂະບວນ
ຂະໜາດໃຫຍ່ ແລະຢ່າງສະຫງົບ ​ຢູ່​ໃນເຂດໃຈກາງ​ເມືອງ Baltimore. ​ແຕ່ວ່າ ຖະໜົນ
​ຫົນທາງສ່ວນ​ໃຫຍ່ໄດ້​ເປົ່າ​ແປນ ຫລັງ​ຈາກການ​ຫ້າມ​ອອກ​ນອກ​ບ້ານໃນເວລາ 10 ​ໂມງ
​ກາງຄືນ ທີ່​ພວກ​ເຈົ້າ​ໜ້າ​ທີ່ກ່າວ​ວ່າ ມີທ່າທາງວ່າຈະສິ້ນ ສຸດ​ລົງພາຍ​ໃນ​ສອງ​ສາມ​ມື້​ຂ້າງ​
ໜ້າ​ນີ້.

Black Families Use Baltimore Case to Revisit 'Police Talk'
please wait

No media source currently available

0:00 0:02:26 0:00

XS
SM
MD
LG