ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໗ ເມສາ ໒໐໒໔

ສານອຸທອນ ສຫລ ປະຕິເສດ ບໍ່ຄືນສະພາບ ດຳລັດຫ້າມການເດີນທາງ ຂອງ ປ. ທຣຳ


ປະທານາທິບໍດີ ດໍໂນລ ທຣຳ, ກາງ, ໄດ້ລົງນາມ ໃນດຳລັດ ຝ່າຍບໍລິຫານ ສອງສະບັບ ຢູ່ທີ່ ທຳນຽບຫ້າແຈ ໃນວໍຊິງຕັນ, ວັນທີ 27 ມັງກອນ 2017, ໂດຍມີຮອງປະທານາທິບໍດີ ທ່ານ Mike Pence, ຊ້າຍ, ແລະ ລັດຖະມົນຕີປ້ອງກັນປະເທດ ທ່ານ James Mattis ຢູ່ຄຽງຂ້າງທ່ານ.
ປະທານາທິບໍດີ ດໍໂນລ ທຣຳ, ກາງ, ໄດ້ລົງນາມ ໃນດຳລັດ ຝ່າຍບໍລິຫານ ສອງສະບັບ ຢູ່ທີ່ ທຳນຽບຫ້າແຈ ໃນວໍຊິງຕັນ, ວັນທີ 27 ມັງກອນ 2017, ໂດຍມີຮອງປະທານາທິບໍດີ ທ່ານ Mike Pence, ຊ້າຍ, ແລະ ລັດຖະມົນຕີປ້ອງກັນປະເທດ ທ່ານ James Mattis ຢູ່ຄຽງຂ້າງທ່ານ.

ສານອຸທອນສະຫະລັດແຫ່ງນຶ່ງ ໄດ້ປະຕິເສດ ຄຳຮ້ອງຂອງຄະນະລັດຖະບານທ່ານ
ທຣຳ ທີ່ຂໍໃຫ້ສານຄືນສະພາບ ໃນທັນທີ ດຳລັດຝ່າຍບໍລິຫານ ຂອງປະທານາທິບໍດີ
ທ່ານດໍໂນລ ທຣຳ ທີ່ຫ້າມຜູ້ເດີນທາງມາຈາກເຈັດປະເທດ ທີ່ມີຜູ້ຄົນສ່ວນໃຫຍ່ເປັນ
ມຸສລິມ ນັ້ນ .

ເມື່ອຕອນເຊົ້າວັນອາທິດມື້ນີ້ ສານອຸທອນສະຫະລັດ ເຂດທີ 9 ໃນນະຄອນ San
Francisco ໄດ້ຂໍໃຫ້ຄະນະລັດຖະບານຂອງທ່ານທຣຳ ແລະ ລັດ Washington
ຍື່ນຄຳໂຕ້ແຍ້ງຕື່ມອີກ ພາຍໃນຕອນທ່ຽງ ວັນຈັນມື້ອື່ນນີ້.

ຜູ້ຮັກສາການແທນຫົວໜ້າສານຝ່າຍຮຽກຮ້ອງ ທ່ານ Noel Francisco ໄດ້ໂຕ້ແຍ້ງ
ໃນຄຳຖະແຫລງໂດຍຫຍໍ້ຂອງລັດຖະບານ ເມື່ອຕອນແລງວັນເສົາວານນີ້ ວ່າ ອຳນາດ
ຂອງປະທານາທິບໍດີ “ໂດຍສ່ວນໃຫຍ່ແລ້ວ ປອດຈາກການຄວບຄຸມຂອງຕຸລາການ”
ກ່ຽວກັບວ່າ ຜູ້ໃດສາມາດເຂົ້າມາ ຫຼື ມາຢູ່ໃນປະເທດໄດ້.

ກະຊວງຍຸຕິທຳ ສະຫະລັດ ໄດ້ຍື່ນຄຳອຸທອນ ເມື່ອຕອນແລງວັນເສົາວານນີ້ ເຊິ່ງກົງກັບ
ເມື່ອຕອນເຊົ້າໆ ຂອງວັນອາທິດ ຕາມເວລາໃນວໍຊິງຕັນ ໃນການຕອບ ຄຳສັ່ງຕ່າວປີ້ນ
ການຫ້າມດັ່ງກ່າວໄວ້ຊົ່ວຄາວ ຂອງຜູ້ພິພາກສາສານລັດຖະບານກາງ.

ຄຳອຸທອນຂອງກະຊວງນັ້ນ ໄດ້ກ່າວວ່າ ຄຳສັ່ງຂອງຜູ້ພິພາກສາ “ໄດ້ປະເມີນການ
ລ່ວງໜ້າ ການຕັດສິນໃຈ ໃນດ້ານຄວາມໝັ້ນຄົງແຫ່ງຊາດ ຂອງປະທານາທິບໍດີ”

ແລະ ຄວາມເສຍຫາຍຕໍ່ສາທາລະນະຊົນ ຍ້ອນ “ການຂັດຂວາງການບັງຄັບໃຊ້
ດຳລັດຝ່າຍບໍລິຫານ”
ຂອງທ່ານທຣຳ ນັ້ນ.

ຫຼາຍຊົ່ວໂມງຫຼັງຈາກ ຜູ້ພິພາກສາລັດຖະບານກາງ ໄດ້ໂຈະດຳລັດຝ່າຍບໍລິຫານ ຂອງ
ທ່ານທຣຳ ທ່ານປະທານາທິບໍດີ ໄດ້ກ່າວຕຳນິໃໝ່ ຕໍ່ຜູ້ພິພາກສາ ແລ້ວເຕືອນວ່າ ການ
ພິຈາລະນາ ຈະອະນຸຍາດໃຫ້ “ພວກບໍ່ດີ ແລະພວກຮ້າຍກາດ ຫຼາຍຄົນເຂົ້າມາ
ໃນປະເທດຂອງພວກເຮົາ.”

ຄຳເວົ້າໂອຫັງຂອງທ່ານທຣຳ ທີ່ໄດ້ແນໃສ່ ຜູ້ພິພາກສາສະຫະລັດ ທ່ານ James
Robart ອາຍຸ 69 ປີ ຢູ່ທີ່ລັດ Washington ທາງພາກຕາເວັນຕົກສຽງເໜືອ ຂອງ
ສະຫະລັດ ທີ່ຮູ້ຈັກກັນດີ ວ່າມີທັດສະນະທາງດ້ານກົດໝາຍທີ່ເປັນອະນຸລັກນິຍົມ.
ທ່ານ Robart ໄດ້ຖືກແຕ່ງຕັ້ງເຂົ້າຮັບຕຳແໜ່ງໃນປີ 2004 ໂດຍ ອະດີດ ປະທານາ
ທິບໍດີ George W. Bush.

Trump Travel Ban
please wait
Embed

No media source currently available

0:00 0:01:40 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG