ປະທານານທິບໍດີ ສະຫະລັດ ທ່ານ ບາຣັກ ໂອບາມາ ໄດ້ສິ້ນສຸດການເດີນທາງໄປຕ່າງປະ ເທດຄັ້ງສຸດທ້າຍຂອງທ່ານໃນປະເທດ ເປຣູ ດ້ວຍວິທີດຽວກັບທີ່ທ່ານໄດ້ເລີ່ມມັນໃນທະ ວີບ ຢູໂຣບ, ດ້ວຍການພະຍາຍາມທີ່ຮັບປະກັນບັນດາຜູ້ນຳໂລກຄົນອື່ນໆ ຜູ້ທີ່ມີຄວາມ ເປັນຫ່ວງ ກ່ຽວກັບ ຄວາມເປັນໄປໄດ້ໃນການປ່ຽນແປງນະໂຍບາຍຕ່າງປະເທດ ສະຫະ ລັດ ຢ່າງກະທັນຫັນ ພາຍໃຕ້ການປົກຄອງຂອງປະທານາທິບໍດີທີ່ຖືກເລືອກໃໝ່ທ່ານ Donald Trump.
ທ່ານ ໂອບາມາ ໄດ້ພົບປະກັບບັນດາຜູ້ນຳຂອງກອງປະຊຸມເສດຖະກິດເອເຊຍ-ປາຊີຟິກ 21 ປະເທດ ໃນນະຄອນຫຼວງ ລີມາ ວັນອາທິດວານນີ້, ແລະ ຍັງສະແດງການສະໜັບສະ ໜູນສຳລັບຂໍ້ຕົກລົງການຄ້າສາກົນ ແລະ ພາຄີຂ້າມມະຫາສະໝຸດປາຊີຟິກ ຫຼື TPP ຂອງ ທ່ານ, ໃນເວລາທີ່ທ່ານຍອມຮັບວ່າມັນບໍ່ໄດ້ຂຶ້ນກັບທ່ານອີກແລ້ວ. ທ່ານໄດ້ກ່າວວ່າ ມັນ ໄດ້ມີການເຈລະຈາແລ້ວ ກ່ຽວກັບ ຂໍ້ຕົກລົງການຄ້າສະບັບໃໝ່ດ້ວຍມາດຕະຖານ ທີ່ຕ່ຳ ກວ່າເກົ່າ ທີ່ມັນຈະບໍ່ສະໜອງການປົກປ້ອງໃນລະດັບດຽວກັນ ສຳລັບກຳມະກອນ ອາເມ ຣິກັນ.
ທ່ານປະທານາທິບໍດີໄດ້ກ່າວວ່າ ເສດຖະກິດເອເຊຍປາຊີຟິກ 21 ປະເທດເປັນຕົວແທນ ໃຫ້ກັບປະຊາຊົນເກືອບ 3 ພັນລ້ານຄົນ, ເຊິ່ງສ່ວນຫຼາຍເປັນຊົນຊັ້ນກາງ, ແລະ ທ່ານໄດ້ ສະແດງຄວາມຫວັງວ່າ ສະຫະລັດ ຍັງສາມາດເຂົ້າຮ່ວມໃນ TPP ໂດຍກ່າວວ່າ ການຄ້າທີ່ ເຮັດໃນທາງທີ່ຖືກຕ້ອງສາມາດໃຫ້ຄວາມກ້າວໜ້າໄດ້. ແຕ່ທ່ານ Trump ໄດ້ກ່າວຄັດຄ້ານ ຕໍ່ TPP ຢ່າງແຮງໃນລະຫວ່າງການໂຄສະນາຫາສຽງຂອງທ່ານ.
ທ່ານ ໂອບາມາ ໄດ້ກ່າວວ່າ ບັນດາຜູ້ນຳ APEC ແມ່ນກຳລັງກ້າວໄປຂ້າງໜ້າດ້ວຍການ ເຮັດໃຫ້ເສດຖະກິດຂອງພວກເຂົາເຈົ້າເປີດກວ້າງຫຼາຍຂຶ້ນ, ຊ່ວຍເຫຼືອໃຫ້ມີຈຳນວນຫຼາຍ ກວ່າເກົ່າກາຍເປັນຜູ້ປະກອບທຸລະກິດ ແລະ ສາມາດເຂົ້າເຖິງທຸກໆອາຊີບ. ທ່ານໄດ້ກ່າວ ວ່າ ການສືບຕໍ່ປະຕິບັດການ ຂໍ້ຕົກລົງ ປາຣີ ກ່ຽວກັບ ສະພາບອາກາດປ່ຽນແປງ ກໍຍັງເປັນ ບູລິມະສິດອີກອັນໜຶ່ງເຊັ່ນກັນ.
ນະໂຍບາຍ ກ່ຽວກັບ ການຄ້າ, ສະພາບອາກາດປ່ຽນແປງ ແລະ ບັນຫາອື່ນໆຂອງ ສະຫະ ລັດ ອາດປ່ຽນແປງຢ່າງໃຫຍ່ຫຼວງໃນ 9 ສັບປະດາຂ້າງໜ້າ ເມື່ອປະທານາທິບໍດີທີ່ຖືກ ເລືອກໃໝ່ ທ່ານ Donald Trump ເຂົ້າດຳລົງຕຳແໜ່ງ, ອີງຕາມຖະແຫຼງການທີ່ທ່ານໄດ້ ກ່າວໃນລະຫວ່າງການໂຄສະນາຫາສຽງຂອງທ່ານ.