ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ກຳລັງ
ຊຸກຍູ້ແຜນການຄ້າຂອງສະຫະລັດ ຂະນະທີ່ທ່ານພົບປະ
ກັບບັນດາຜູ້ນຳ ຂອງປະເທດຕ່າງໆ ໃນກອງປະຊຸມສຸດ
ຍອດມື້ທຳອິດ ຂອງອົງການໆຮ່ວມມື ທາງດ້ານເສດຖະ
ກິດໃນເຂດເອເຊຍປາຊີຟິກຫຼື APEC ທີ່ນະຄອນໂຢໂກ
ຮາມາ ປະເທດຍີ່ປຸ່ນ.
ທ່ານໂອບາມາກ່າວຕໍ່ພວກຜູ້ນຳຂອງອົງການ APEC
ວ່າ 60% ຂອງການສົ່ງອອກສິນຄ້າສະຫະລັດແມ່ນໄປ
ຍັງຂົງເຂດເອເຊຍແລະດ້ວຍການທີ່ຄາດຫວັງວ່າເສດຖະ
ກິດຂອງຂົງເຂດດັ່ງກ່າວຈະຂະຫຍາຍໂຕ 50% ໃນໄລ
ຍະ 5 ປີຂ້າງໜ້າ ຊຶ່ງການເຕີບໂຕທີ່ວ່ານີ້ ຈະພາໃຫ້ມີ
ການແຂ່ງຂັນ ທີ່ສາມາດໃຫ້ຜົນປະໂຫຍດແກ່ປະຊາຊົນ
ໃນສະຫະລັດ ແລະໃນເຂດເອເຊຍ.
ທ່ານໂອບາມາກ່າວຕໍ່ພວກຜູ້ນຳຂອງອົງການ APEC ທີ່ມີສະມາຊິກ 21 ປະເທດວ່າຄວາມ
ອຸດົມຮັ່ງມີຂອງສະຫະລັດບໍ່ສາມາດປາສຈາກການເຊື່ອມໂຍງກັບຄູ່ການຄ້າໃນເຂດປາຊີຟິກໄດ້.
ນອກນັ້ນແລ້ວ ຂໍ້ຕົກລົງການຄ້າເສລີສຳລັບຂົງເຂດກໍເປັນຫົວຂໍ້ທີ່ຢູ່ໃນລະດັບສູງຂອງການ
ປະຊຸມໂດຍທີ່ນາຍົກລັດຖະມົນຕີຍີ່ປຸ່ນ ທ່ານ Naoto Kan ໄດ້ໃຫ້ການຢືນຢັນເຖິງຄວາມ
ໝາຍໝັ້ນຕັ້ງໃຈຂອງທ່ານກ່ຽວກັບການສະເໜີພາຄີຂ້າມມະຫາສະມຸດປາຊີຟິກທີ່ປະກອບ
ດ້ວຍ 9 ປະເທດ.
ທ່ານ Kan ກ່າວວ່າປະເທດຂອງທ່ານພ້ອມແລ້ວທີ່ຈະດຳເນີນງານຮ່ວມກັບສະມາຊິກປະ
ເທດອື່ນໆເພື່ອນຳສະເໜີພາຄີດັ່ງກ່າວຊຶ່ງເປັນກຸ່ມການຄ້າ ທີ່ຈະຍົກເລີກພາສີຂອງປະເທດ
ຕ່າງໆ ຮວມທັງອອສເຕຣເລຍ ແລະສະຫະລັດ.