ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ກອງປະຊຸມສຸດຍອດເອເພັກ


ປະທານາທິບໍດີບາຣັກ ໂອບາມາ ໄດ້ຮັບການຕ້ອນຮັບ ຈາກລັດຖະມົນຕີ ການຕ່າງປະເທດຍີ່ປຸ່ນ ທ່ານ Seiji Maehara ຂະນະທີ່ເດີນທາງໄປເຖິງ ສະໜາມບິນ Haneda ໃນກຸງໂຕກຽວ (12 ພະຈິກ 2010)
ປະທານາທິບໍດີບາຣັກ ໂອບາມາ ໄດ້ຮັບການຕ້ອນຮັບ ຈາກລັດຖະມົນຕີ ການຕ່າງປະເທດຍີ່ປຸ່ນ ທ່ານ Seiji Maehara ຂະນະທີ່ເດີນທາງໄປເຖິງ ສະໜາມບິນ Haneda ໃນກຸງໂຕກຽວ (12 ພະຈິກ 2010)

ພວກຜູ້ນຳຈາກ 21 ປະເທດ ພວມໄປເຕົ້າໂຮມກັນທີ່ນະ
ຄອນໂຢໂກຮາມາປະເທດຍີ່ປຸ່ນ ໃນວັນສຸກມື້ນີ້ ເພື່ອເຂົ້າ
ຮ່ວມກອງປະຊຸມສຸດຍອດ ເປັນເວລາ 2 ມື້ຂອງອົງການ
ການຮ່ວມມືທາງດ້ານເສດຖະກິດໃນເຂດເອເຊຍປາຊີຟິກ
ຫຼື APEC.

ພວກຜູ້ນຳຂອງປະເທດເຫຼົ່ານີ້ກຳລັງປະຊຸມກັນ ລຸນຫຼັງ
ກອງປະຊຸມສຸດຍອດຂອງກຸ່ມຈີ 20 ທີ່ກຸງໂຊລ ບ່ອນທີ່
ຄວາມບໍ່ກໍ້າເກິ່ງທາງດ້ານການຄ້າ ແລະຄວາມເຄັ່ງຕຶງ
ທາງດ້ານເງິນຕາ ຄອບງຳການສົນທະນາຫາລື ຂອງ
ພວກຜູ້ນໍາຈາກ 20 ປະ ເທດທີ່ມີເສດຖະກິດໃຫຍ່ສຸດ
ໃນໂລກ.

ລັດຖະມົນຕີການຕ່າງປະເທດຍີ່ປຸ່ນທ່ານ Seiji Maehara ໄດ້ດຳເນີນງານເພື່ອໃຫ້ມີການ
ເພັ່ງເລັງໃສ່ເລື່ອງການຄ້າ ໃນກອງປະຊຸມສຸດຍອດ ຂອງອົງການ A-PEC.

ທ່ານ Maehara ເວົ້າວ່າ ທ່ານໄດ້ຮັບມອບໝາຍໃຫ້ສ້າງຕັ້ງເຂດການຄ້າເສລີທີ່ເຊື່ອມໂຍງ
ກັບທຸກໆປະເທດໃນເຂດເອເຊຍປາຊີຟິກ ແຕ່ທ່ານກໍກ່າວຢໍ້າວ່າ ເປົ້າ ໝາຍທີ່ວ່ານີ້ບໍ່ພຽງ
ແຕ່ຈະຊ່ອຍບັນດາປະເທດສະມາຊິກຂອງອົງການ APEC ທໍ່ນັ້ນ ແຕ່ຍັງຈະຊ່ອຍເສດຖະ
ກິດຂອງໂລກນຳດ້ວຍ.

ສະຫະລັດກ່າວວ່າ ກຸ່ມພາຄີຂ້າມມະຫາສະມຸດປາຊີຟິກທີ່ເອີ້ນຫຍໍ້ວ່າ TPP ນັ້ນແມ່ນບາດ
ກ້າວທຳອິດໄປສູ່ການສ້າງຕັ້ງເຂດການຄ້າເສລີ ຂອງບັນດາປະເທດສະມາຊິກອົງການ
APEC. ກຸ່ມພາຄີຂ້າມມະຫາສະມຸດປາຊີຟິກ ມີເປົ້າໝາຍແນໃສ່ ເພື່ອຍົກເລີກພາສີນຳເຂົ້າ
ສຳລັບປະເທດສະມາຊິກຂອງກຸ່ມທີ່ມີຮວມທັງຍີ່ປຸ່ນແລະອອສເຕຣເລຍນັ້ນ.

XS
SM
MD
LG