ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສຫລ ​ວ່າ ການ​​ຫາລື​​ກັບຣັດ​ເຊຍ ກ່ຽວ​ກັບ​ຊີ​ເຣຍນັ້ນ ບໍ່​ໄດ້​ໝາກຜົນ​


ປະທານາທິບໍດີຣັດເຊຍ ທ່ານ Vladimir Putin ແລະທ່ານນາງ
ຄລິນຕັນ ລັດຖະມົນຕີຕ່າງປະເທດສະຫະລັດ ສົນທະນາກັນ ຕອນທ່ານນາງເດີນທາງໄປເຖິງ ກອງປະຊຸມເອເພັກ, ວັນທີ 8 ກັນຍາ 2012.
ປະທານາທິບໍດີຣັດເຊຍ ທ່ານ Vladimir Putin ແລະທ່ານນາງ ຄລິນຕັນ ລັດຖະມົນຕີຕ່າງປະເທດສະຫະລັດ ສົນທະນາກັນ ຕອນທ່ານນາງເດີນທາງໄປເຖິງ ກອງປະຊຸມເອເພັກ, ວັນທີ 8 ກັນຍາ 2012.
ນັກ​ການ​ທູດ​ລະດັບ​ສູງ​ສຸດ​ສະຫະລັດ ​ກ່າວ​ວ່າ ການ​ປຶກສາ​ຫາລື​ກັນ​ກັນ​ບັນດາ​ຜູ້​ນໍາຣັດ​ເຊຍ ກ່ຽວ​ກັບ​ຊີ​ເຣຍນັ້ນ ບໍ່​ໄດ້​ໝາກຜົນໃດໆ.

ທ່ານ​ນາງ ຮິ​ລ​ແລ​ຣີ ຄລິນ​ຕັນ ລັດຖະມົນຕີ​ຕ່າງປະ​ເທດ​ສະຫະລັດ ທີ່ກໍາລັງຢູ່​ທີ່ປະເທດຣັດ​ເຊຍ ​ເພື່ອ​ເຂົ້າຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ເສດຖະກິດ​ກັບ​ບັນດາ​ປະ​ເທດ​ແຄມ​ຝັ່ງມະຫາ​ສ​ະມຸດ​ປາຊີ​ຟິກ ກ່າວ​ໃນວັນ​ອາທິດ​ມື້​ນີ້​ວ່າ ການ​ເຈລະຈາ​ຂອງທ່ານ​ນາງ​ກັບ​ທ່ານ Vladimir Putin ປະທານາທິບໍດີ ຣັດ​ເຊຍ ​ແລະ ທ່ານ Sergei Lavrov ຣັດຖະມົນ​ຕີ​ຕ່າງປະ​ເທດຣັດ​ເຊຍ​ນັ້ນໄດ້​ສ້າງ​ຄວາມ​ກ້າວໜ້າໜ້ອຍ​ຫລາຍ ກ່ຽວ​ກັບ​ວິທີ​ຈັດການ​ເລຶ່ອງການ ກະບົດ​ໃນຊີ​ເຣຍ ຕໍ່ຕ້ານ​ລະບອບ​ຜະ​ເດັດ​ການ​ຂອງ​ປະທານາທິບໍດີ Bashar al-Assad ນັ້ນ.

ທ່ານ​ນາງ ຄລິນ​ຕັນ ກ່າວ​ວ່າ ຖ້າ​ຫາກ​ວ່າ​ຍັງ​ມີ​ຄວາມ​ເຫັນ​ແຕກ​ຕ່າ​ງກັນ​ຢູ່ ຕໍ່​ໄປ ທ່ານ​ນາງ​ກໍ​ພ້ອມ​ທີ່​ຈະ​ທໍາ​ງານກັບບັນດາ​ລັດ​ທີ່​ມີແນວ​ຄິດ​ຄື​ກັນກັບ​ສະຫະລັດ ​ເພື່ອ​ສະໜັບສະ​ໜຸນພວກ​ຝ່າຍ​ຄ້ານ​ຊີ​ເຣຍ ​ໃນ​ການຕໍ່ສູ້​ຂອງ​ພວກ​ເຂົາ​ເຈົ້ານັ້ນ.

ທັງຣັດ​ເຊຍແລະ​ຈີນ ​ໄດ້​ໃຊ້​ສິດ​ຍັບ​ຍັ້ງ​ຊໍ້າ​ແລ້ວຊໍ້າ​ອີກ ຕໍ່​ຄວາມພະຍາຍາມ ​ຂອງບັນດາ​ປະ​ເທດ​ອໍານາດ​ຕາ​ເວັນ​ຕົກ ​ແລະອາຫຣັບ ທີ່​ຈະ​ໃຫ້​ສະພາ​ຄວາມ​ໝັ້ນຄົງ​ອົງການ​ສະຫະ​ປະຊາ​ຊາດ ​ຮັບ​ຜ່ານມະຕິທີ່​ຂົ່ມຂູ່​ວ່າ ​ຈະ​ລົງ​ໂທດ​ປະທານາທິບໍດີ ອາດ​ຊັດ ນັ້ນ.

​ໃນ​ລະຫວ່າງດຽວ​ກັນນີ້ ທ່ານ Lakhdar Brahimi ທູດ​ພິ​ເສດ​ປະ​ຈໍາ​ຊີ​ເຣຍຄົນ​ໃໝ່​ຂອງ​ຢູ​ເອັນ-ສັນນິບາດອາຫຣັບ ມີ​ກໍານົດ​ຈະ​ເດີນທາງ​ໄປ​ເຖິງ​ນະຄອນຫຼວງ​ໄຄໂຣ ປະ​ເທດ​ອີ​ຈິບ ​ໃນ​ວັນ​ອາທິດ​ມື້​ນີ້ ກ່ອນ​ຈະ​ເດີນທາງ​ຕໍ່​ໄປ​ຍັງ​ນະຄອນຫຼວງ ດາ​ມັສກັສ ປະ​ເທດ​ຊີ​ເຣຍນັ້ນ.

​ເມື່ອ​ວັນ​ເສົາ​ວານ​ນີ້ ສະບຽງ​ນໍ້າ​ດື່ມ​ນໍ້າ​ໃຊ້ສໍາລັບ​ຊາວ​ເມືອງ Aleppo ຊຶ່ງ​ເປັນ​ເມືອງ​ສູນ​ກາງ​ການ​ຄ້າ​ຂອງ​ຊີ​ເຣຍນັ້ນ ​ໄດ້ຖືກ​ຕັດ ຫຼັງຈາກ​ທໍ່​ນໍ້າ​ໃຫຍ່​ ທໍ່​ນຶ່ງ​ໄດ້ຖືກ​ທໍາລາຍ ໃນ​ລະຫວ່າງ​ການ​ສູ້​ລົບ​ກັນ​ຢ່າງດຸ​ເດືອດ​ລະ​ຫວ່າງ​ກໍາລັງ​ຝ່າຍ​ລັດຖະບານ​ແລະ​ກະບົດ​ນັ້ນ.
XS
SM
MD
LG