ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຸ່ມ​ເອ​ເປັກ​ເລີ້ມ ​ກອງປະຊຸມ​ສຸດ​ຍອດ 2 ວັນ​ ຢູ່ທີ່ ​ເກາະ​ຕາກ​ອາກາດ ​ບາ​ຫຼີ (ວີດີໂອ)


ບັນດາຜູ້ນໍາ ອົງ​ການ​ຮ່ວມ​ມື​ດ້ານ​ເສດຖະກິດແຫ່ງ​ພາກ​ພື້ນເອ​ເຊຍ​ປາຊີ​ຟິກ (APEC) ​ໄດ້​ເລີ້ມ​ປະຊຸມ​ສຸດ​ຍອດກັນ ​ເປັນ​ເວລາ​ 2 ມື້​ ທີ່ ອິນໂດເນເຊຍ
ບັນດາຜູ້ນໍາ ອົງ​ການ​ຮ່ວມ​ມື​ດ້ານ​ເສດຖະກິດແຫ່ງ​ພາກ​ພື້ນເອ​ເຊຍ​ປາຊີ​ຟິກ (APEC) ​ໄດ້​ເລີ້ມ​ປະຊຸມ​ສຸດ​ຍອດກັນ ​ເປັນ​ເວລາ​ 2 ມື້​ ທີ່ ອິນໂດເນເຊຍ
ບັນດາຜູ້ນຳ​ຂອງ​ອົງ​ການ​ຮ່ວມ​ມື​ດ້ານ​ເສດຖະກິດແຫ່ງ​ພາກ​ພື້ນ
​ເອ​ເຊຍ​ປາຊີ​ຟິກ ຫຼື ກຸ່ມ​ເອ​ເປັກ ​ໄດ້​ເລີ້ມ​ປະຊຸມ​ສຸດ​ຍອດກັນ ​ເປັນ
​ເວລາ​ 2 ມື້​ ຢູ່ທີ່​ເກາະ​ຕາກ​ອາກາດ​ບາ​ຫຼີຂອງ​ອິນ​ໂດ​ເນ​ເຊຍ ​ເພື່ອ​
ປຶກສາ​ຫາລື​ກັນ​ເລື້ອງ​ການ​ຄ້າ ການ​ເສດຖະກິດ ຄວາມ​ປອດ​ໄພ
​ແລະ​ເລື້ອງ​ອື່ນໆ​ໃນ​ຂົງເຂດເອ​ເຊຍ​ປາຊີ​ຟິກນັ້ນ.

ປະທານາທິບໍດີ Susilo Bambang Yudhoyono ​ແຫ່ງ​ອິນ​ໂດ
​ເນ​ເຊຍ ​ໄດ້​ໄຂ​ກອງ​ປະຊຸມ​ໃນ​ວັນ​ຈັນ​ມື້​ນີ້ ​ໂດຍ​ກ່າວ​ວ່າ ພວກ 21
ປະ​ເທດ​ສະມາຊິກ​ ຈະຕ້ອງ​ດຳ​ເນີນ​ງານ​ຮ່ວມ​ກັນ​ເພື່ອຟື້ນໂຕຄືນ​
ມາ ສະພາວະ​ເສດຖະກິດ​ຕົກ​ຕໍ່າຂອງ​ໂລກ​ນັ້ນ.

APEC Summit Opens
please wait
Embed

No media source currently available

0:00 0:03:02 0:00
ລິງໂດຍກົງ

ຄຽງ​ຄູ່​ກັນ​ໄປ​ກັບກອງ​ປະຊຸມ​ສຸດ​ຍອດ​ເອ​ເປັກ​ນັ້ນ ມີ​ກອງ​ປະຊຸມຂອງບັນດາ​ຫົວໜ້າ​ບໍລິຫານ​
ບໍລິສັດ​ຕ່າງໆ​ຂອງ​ເອ​ເຊຍ ຊຶ່ງນາຍົກລັດຖະມຸນຕີຍີ່ປຸ່ນ ທ່ານ Shinzo Abe ​ໄດ້​ໃຫ້​ຄໍາໝັ້ນ
​ໝາຍ​ຕໍ່ຜູ້​ເຂົ້າ​ຮ່ວມປະຊຸມ ວ່າ ຈະ​ດໍາ​ເນີນ​ການ​ປະຕິ​ຮູ​ບໄປຕາມທີ່​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາໄວ້ ​
ເພື່ອ​ສົ່ງ​ເສີມເສດຖະກິດ​ທີ່ບໍ່​ມີ​ການ​ເຕີບ​ໂຕ​ຂອງ​ຍີ່ປຸ່ນ​.

ລາຍ​ງານ​ສື່​ມວນ​ຊົນ​ກ່າວ​ວ່າ ຄຳ​ປະກາດ​ຂອງ​ກອງ​ປະຊຸມ​ສຸດ​ຍອດ​ເອ​ເປັກ ຊຶ່ງ​ຈະ​ເປີດເຜີຍ
ອອກໃນ​ວັນ​ອັງຄານ​ມື້​ອື່ນ​ນີ້ ຈະ​ເນັ້ນ​ໜັກ​ເຖິງ​ຄວາມ​ຈຳ​ເປັນ​ສຳລັບ​ການ​ປະຕິ​ຮູ​ບ​ຕ່າງໆໃນ
​ດ້ານໂຄງ​ສ້າງ ​ເພື່ອ​ເພີ່ມ​ທະວີ​ຄວາມ​ສາມາດ​ຜະລິດ ແລະການ​ປະກອບສ່ວນ​ຂອງໜ່ວຍ
​ແຮງ​ງານ ​ຕະຫລອດທັງ​ການ​ສ້າງໜ້າ​ວຽກ​ທີ່​ມີ​ຄຸນ​ນະພາ​ບສູງ ​ໃນ​ຂົງ​ເຂດ.


ຟັງຂ່າວ ກອງປະຊຸມ APEC
please wait

No media source currently available

0:00 0:01:22 0:00
XS
SM
MD
LG