ບັນດາຜູ້ນໍາປະເທດຈາກຂົງເຂດເອເຊຍປາຊີຟິກເສັດສິ້ນ
ກອງປະຊຸມສຸດຍອດປະຈໍາປີເປັນເວລາສອງມື້ ທີ່ເມືອງ
ໂຢໂກຮາມາຂອງຍີ່ປຸ່ນໃນວັນອາທິດມື້ນີ້ ໂດຍການອອກ
ຖະແຫລງການຮ່ວມສະບັບນຶ່ງ ໃຫ້ການສະໜັບສະໜຸນ
ຢ່າງແຂງແຮງຕໍ່ການຈັດຕັ້ງເຂດການຄ້າເສລີ ສໍາລັບຂົງ ເຂດດັ່ງກ່າວ.
ກອງປະຊຸມສຸດຍອດຂອງອົງການຮ່ວມມືທາງດ້ານເສດ
ຖະກິດຂອງບັນ ດາປະເທດໃນເຂດເອເຊຍແລະຍ່ານມະ
ຫາສະໝຸດປາຊີຟິກ ທີ່ມີ 21 ສະມາຊິກນັ້ນ ໄດ້ແຍກເອົາ
ເລື້ອງຂັດແຍ່ງກັນ ກ່ຽວກັບນະໂຍບາຍເງິນຕາໄວ້ຕ່າງ
ຫາກ ແລະກ່າວວ່າກຸ່ມຈັດຕັ້ງຂອງພວກຕົນຈະເອົາບາດ
ກ້າວຢ່າງເປັນຮູບປະທໍາ ໄປສູ່ການສ້າງຕັ້ງເຂດການຄ້າ ເສລີຂຶ້ນສໍາລັບຂົງເຂດເອເຊຍປາຊີຟິກນັ້ນ.
ກຸ່ມການຄ້າທີ່ວ່ານີ້ ຈະເຊື່ອມໂຍງເສດຖະກິດຂອງພວກປະ
ເທດຕ່າງໆ ທີ່ຮວມທັງສະຫະລັດ ຈີນແລະຍີ່ປຸ່ນ ພ້ອມທັງ
ປະເທດຈໍານວນນຶ່ງ ທີ່ມີການເສດຖະກິດເຕີບໂຕຂຶ້ນໄວທີ່ສຸດຂອງໂລກ ທີ່ຕັ້ງຢູ່ແຄມຝັ່ງມະ
ຫາສະໝຸດປາຊີຟິກນັ້ນ. ປະທານາທິບໍດີສະຫະລັດ ທ່ານບາຣັກໂອບາມາ ແລະເພື່ອນຜູ້ນໍາ
ປະເທດໃນກຸ່ມ APEC ພາກັນຢືນຢູ່ທາງຫລັງນາຍົກລັດຖະມຸນຕີຍີ່ປຸ່ນ ທ່ານ Naoto Kan
ໃນຂະນະທີ່ທ່ານອ່ານຖະແຫລງການ ທີ່ເອີ້ນວ່າ the Yokohama Vision ຫລື ວິໄສທັດ
ໂຢໂກຮາມາ ນັ້ນ. ທ່ານກັນກ່າວວ່າ ເພື່ອທີ່ຈະສືບຕໍ່ເປັນກຳລັງຂັບດັນການເສດຖະກິດຂອງ
ໂລກນັ້ນ ພວກປະເທດສະມາຊິກຂອງກຸ່ມ APEC ຈະຕ້ອງໄດ້ຮວມໂຕເຂົ້າກັນໃນດ້ານເສດ
ຖະກິດຢ່າງເລິກເຊິ່ງຫລາຍຂຶ້ນ ແລະເພ່ງເລັງໃສ່ການເຕີບໂຕທີ່ຍືນຍົງ.
ຜູ້ນໍາກຸ່ມ APEC ອັດກອງປະຊຸມສຸດຍອດ
- ສິງ ບູຣົມມະວົງ
