ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອະດີດ​ຜູ້ນຳ ​ຂອງ​ຊາວ​​ເຊີ​ເບຍ ໃນ Bosnia ຖືກສານຕັດສິນ ຈຳຄຸກ 40 ປີ


ອະດີດ​ຜູ້ນຳ​ຂອງ​ຊາວ​​ເຊີ​ເບຍ ໃນ Bosnia ທ່ານ Radovan
Karadzic ນັ່ງຢູ່ທີ່ສານອາຍາສາກົນ ຂອງສະຫະ​ປະຊາ​ຊາດ.
ອະດີດ​ຜູ້ນຳ​ຂອງ​ຊາວ​​ເຊີ​ເບຍ ໃນ Bosnia ທ່ານ Radovan Karadzic ນັ່ງຢູ່ທີ່ສານອາຍາສາກົນ ຂອງສະຫະ​ປະຊາ​ຊາດ.

ເລຂາທິການໃຫຍ່ ສະຫະ​ປະຊາ​ຊາດ ສັນ​ລະ​ເສີນ​ການ​ລົງ​ໂທດ​
ອະດີດ​ຜູ້ນຳ​ ຂອງ​ຊາວເຊີ​ເບຍ ໃນ Bosnia ທ່ານ Radovan
Karadzic ​ໃນ​ວັນ​ພະຫັດ​ວານ​ນີ້ວ່າມີ​ຄວາມ​ສຳຄັນ​ຄັ້ງ​ປະ​ຫວັດ
​ສາດ “​ສຳລັບ​ປະຊາຊົນ​ ຢູ່​ໃນ​ຂົງ​ເຂດ ​ແລະນອກເໜືອ​ໄປ​ກວ່າ
ນັ້ນ​ ຕະຫລອດທັງ​ການ​ດຳ​ເນີນ​ຄະດີ​ ຂອງສານສາກົນ.”

ທ່ານ Ban Ki-moon ກ່າວ​ວ່າ ການ​ຕັດສິນ​ນີ້ ສະ​ແດງ​ໃຫ້​ເຫັນ
​ອີກ​ຄັ້ງ​ໜຶ່ງ​ວ່າ “ບັນດາ​ຜູ້ຫຼົບ​ລີ້ໜີ​ກົດໝາຍ ບໍ່​ສາມາດໜີ​ພົ້ນ​ໄປ
​ຈາກ ​ການຕັດສິນໃຈ ​ຮ່ວມ​ກັນ​ ຂອງປະຊາ​ຄົມ​ສາກົນ ​ເພື່ອ​ໃຫ້​
ເປັນ​ທີ່​ແນ່ນອນ​ວ່າ ​ເຂົາ​ເຈົ້າ​ຖືກ​ນຳ​ໂຕ​ມາ​ລົງ​ໂທດ ອີງ​ຕາມ​ກົດ
ໝາຍ.”

ສານອາຊາຍາສາກົນຂອງສະຫະ​ປະຊາ​ຊາດ ສຳລັບ​ອະດີດ Yugoslavia ​ໄດ້​ຕັດສິນ​ລົງ​
ໂທດ​ທ່ານ Karadzic ​ໃນ​ຂໍ້​ຫາ​ຂ້າ​ລ້າງ​ເຊື້ອຊາດເຜົ່າພັນ ​ແລະຂໍ້​ຫາ​ອື່ນໆອີກເກົ້າຂໍ້​ ​ແລະ
​ຕັດສິນ​ລົງ​ໂທດ​ທ່ານໃຫ້​ຕິດ​ຄຸກ 40 ປີ.

ສານ​ໄດ້​ພົບ​ເຫັນ​ວ່າ ທ່ານ Karadzic ອາ​ຍຸ 70 ປີ ມີ​ຄວາມ​ຜິດ​ໃນ​ການ​ຂ້າ​ລ້າງເຊື້ອຊາດ
​ເຜົ່າ​ພັນ ຊາວ​ Serbia ​ຢູ່ໃນ Bosnia ໃນ​ສົງຄາມ​ ແຕ່​ປີ 1992 ຫາ​ປີ 1995 ທີ່​ເຮັດ​ໃຫ້
100.000 ຄົນ​ເສຍ​ຊີວິດ.

ສານ​ອາຍາ​ສະຫະ​ປະຊາ​ຊາດ ກ່າວ​ວ່າ ທ່ານ Karadzic ມີ​ຄວາມຜິດ​ໃນ​ການ​ຮັບຜິ​ດຊອບ​
ຕໍ່​ການ​ຂ້າ​ລ້າງ​ເຜົ່າ​ພັນຊາວ Serbia ໃນ​ປີ 1995 ​ເວລາ​ກຳລັງ Serbia ສັງຫານຜູ້​ຊາຍ​
​ແລະ​ເດັກຊາຍ ​ຊາວ​ມຸສລິ​ມ 8,000 ຄົນ ​ໃນ​ອັນ​ທີ່​ຮ້ອງ​ວ່າ​ ເປັນຄວາມ​ໂຫດ​ຮ້າຍ​ທີ່​ສຸດ​ໃນ​
ຢູ​ໂຣບ ນັບ​ຕັ້ງ​ແຕ່​ໄດ້​ມີ​ການ​ຂ້າ​ລ້າງ​ເຊື້ອ ຊາດ​ເ​ຜົ່າພັນ​ຊາວ​ຢິວເປັນຕົ້ນມາ.

ຜູ້​ພິພາກສາຕັດທີ່​ເປັນປະທານ​ໃນ​ການ​ຄັດສິນຄະດີທ່ານ O-Gon Kwon ກ່າວວ່າ ຖ້​າ
ປາດ​ສະ​ຈາກ ​ການ​ໃຫ້​ຄວາມ​ສະໜັບສະໜູນ​ຕໍ່ທ່ານ Karadzic ​ແລ້ວການ​ຂ້າ​ລ້າງ​ເຊື້ອ
ຊາດ​ເຜົ່າ​ພັນ​ທີ່​ເມືອງ Srebenica ບໍ່​ສາມາດ​ເກີດ​ຂຶ້ນ​ໄດ້.

ຜູ້ຍິງຄົນໜຶ່ງນັ່ງຢູ່ຂຸມຝັງສົບຂອງຍາດພີ່ນ້ອງທີ່ ສຸສານ Potocari.
ຜູ້ຍິງຄົນໜຶ່ງນັ່ງຢູ່ຂຸມຝັງສົບຂອງຍາດພີ່ນ້ອງທີ່ ສຸສານ Potocari.

ເຖິງ​ຢ່າງ​ໃດ​ກໍ​ດີ ທ່ານ Karadzic ​ບໍ່​ໄດ້​ພົບ​ເຫັນ​ວ່າ​ມີ​ຄວາມ​ຜິດ ​ໂດຍສານ​ນະຄອນ
Hague ​ໃນ​ຂໍ້​ຫາ​ຂ້າ​ລ້າງ​ເຊື້ອຊາດ​ເຜົ່າ​ພັນ ໃນ​ການ​ປຸກລະດົມ​ເພື່ອ​ຂັບ​ໄລ່ຊາວ​ມຸສລິ​ມ
​ແລະ​ຊາວ Croatia ​ໃນ​ບອສ​ເນຍ ອອກ​ຈາກ​ບັນດາໝູ່​ບ້ານທີ່​ກຳລັງຊາວ​ Serbia
​ເຂົ້າຢຶດ ​ໃນລະຫວ່າງ​ທີ່​ເກີດ​ການ​ຂັດແຍ້​ງກັນນັ້ນ.

​ໃນ​ນາມ​ເປັນ​ຜູ້ນຳ​ສູງ​ສຸດ​ຂອງຊາວ Serbia ​ໃນ Bosnia ທ່ານ Karadzic ມີ​ຄວາມ
​ຮັບຜິດຊອບ​ ​ໃນລະຫວ່າງ​ສົງຄາມຢູ່​ໃນ Bosnia ຮວມທັງ​ການ​ດູ​ແລ​ເບິ່ງ​ແຍງ​ກຳລັງ
​ຂອງ​ຊາວ Serbia ​ໃນ Bosnia. ຜູ້​ບັນຊາ​ການ​ທະຫານ​ຢ່າງ​ເປັນ ທາງ​ການ ​ຄືອະດີດ​
ນາຍ​ພົນ Ratko Mladic ກໍ​ໄດ້​ຖືກ​ດຳ​ເນີນ​ຄະດີໃນ​ຂໍ້​ຫາຂ້າ​ ລ້າງ​ເຊື້ອຊາດ​ເຜົ່າ​ພັນ ​ຢູ່
​ສານ​ນະຄອນ Hague ຄື​ກັນ.

VOA60 World PM - Former Bosnian Serb leader guilty of genocide and nine other charges
please wait

No media source currently available

0:00 0:01:00 0:00

XS
SM
MD
LG