ຜູ້ນຳຝ່າຍຄ້ານມຽນມາ ທ່ານນາງ Aung San Suu Kyi ເລີ້ມ
ທຳການເດີນທາງຢ້ຽມຢາມຈີນ ໃນວັນພຸດມື້ນີ້ ເພື່ອແນໃສ່ເສີມ
ຂະຫຍາຍຄວາມສຳພັນທາງການທູດ ທີ່ໄດ້ຖືກທົດສອບ ອັນ
ເປັນຜົນມາຈາກການປະຕິຮູບປະຊາທິປະໄຕໃນປະເທດຂອງ
ທ່ານນາງ.
ພັກຄອມມິວນິສຈີນ ຊຶ່ງເປັນພັນທະມິດທີ່ສຳຄັນ ຂອງອະດີດ
ພວກຜູ້ນຳນາຍທະຫານທີ່ປົກຄອງປະເທດກຳລັງເປັນເຈົ້າພາບ
ຕ້ອນຮັບ ທ່ານນາງອອງຊານຊູຈີ ທີ່ເປັນສັນຍາລັກປະຊາທິປະ
ໄຕຂອງມຽນມາ ທີ່ກຳລັງເດີນທາງໄປກັບບັນດາຜູ້ແທນກຸ່ມນຶ່ງ
ຂອງພັກສັນນິບາດແຫ່ງຊາດເພື່ອປະຊາທິປະໄຕຫລື NLD
ຂອງທ່ານນາງ.
ບັນດາເຈົ້າໜ້າທີ່ພັກ NLD ຄາດວ່າ ທ່ານນາງ Aung San Suu Kyi ຈະພົບປະກັບບັນ
ດາຜູ້ນຳຊັ້ນສູງຂອງຈີນ ຮວມທັງປະທານປະເທດ Xi Jingping ແລະນາຍົກລັດຖະມົນຕີ
Li Keqiang ໃນລະຫວ່າງການຢ້ຽມຢາມ ທີ່ບໍ່ເຄີຍມີມາກ່ອນເປັນເວລາຫ້າມື້.
ໂຄສົກກະຊວງຕ່າງປະເທດ ຈີນ ທ່ານ Hong Lei ໃນອາທິດນີ້ ໄດ້ຢືນຢັນວ່າທ່ານນາງ
ອອງຊານຊູຈີ ທີ່ໄດ້ຮັບລາງວັນ Nobel ຂະແໜງສັນຕິພາບ ຈະພົບປະກັບບັນດາ "ຜູ້ນຳຂອງລັດຖະບານ ແລະພັກ."
ທ່ານກ່າວວ່າ “ຈີນ ໄດ້ຮັກສາມິດຕະພາບທີ່ມີມາເປັນເວລາຍາວນານກັບບັນດາພັກຕ່າງໆ
ຢູ່ໃນມຽນມາ. ພວກເຮົາເຊື່ອວ່າ ການມາຢ້ຽມຢາມນີ້ສາມາດຊ່ວຍໃຫ້ມີການເຂົ້າໃຈ ແລະ
ມີຄວາມເຊື່ອຖືລະຫວ່າງສອງພັກເພີ້ມຂຶ້ນ ເພື່ອຊຸກຍູ້ມິດຕະພາບແລະການຮ່ວມມືລະຫວ່າງ ຈີນ ແລະມຽນມາ."
ຄວາມສຳພັນ ລະຫວ່າງມຽນມາ ແລະຈີນ ໄດ້ເປັນທີ່ທ້າທາຍ ນັບຕັ້ງແຕ່ ປະເທດໃນເອ
ເຊຍອາຄະເນທີ່ປົກຄອງໂດຍທະຫານດັ່ງກ່າວ ໄດ້ມອບອຳນາດໃຫ້ແກ່ລັດຖະບານພົນ
ລະເຮືອນໃນປີ 2010 ແລະໄດ້ເລີ້ມການປະຕິຮູບ.