ພວກປະທ້ວງຫລາຍສິບພັນຄົນ ໂຮມຊຸມນຸມກັນທີ່ນະຄອນຫຼວງອິນໂດເນເຊຍເພື່ອຮຽກ ຮ້ອງໃຫ້ຈັບເຈົ້າຄອງນະຄອນຈາກາຕ້າ.
ເຈົ້າໜ້າທີ່ກ່າວວ່າ ໄດ້ມີການສົ່ງເຈົ້າໜ້າທີ່ໄປຮັກສາຄວາມສະຫງົບຫລາຍກວ່າ 20,000 ຄົນ ເພື່ອຄ້ຳປະກັນວ່າ ການໂຮມຊຸມນຸມຕໍ່ຕ້ານທ່ານ Basuki Tjahaja Purnam ຈະບໍ່ເກີດຄວາມຮຸນແຮງຂຶ້ນ ຄ້າຍຄືກັນກັບການເດີນຂະບວນປະທ້ວງທ່ານໃນເດືອນແລ້ວນີ້.
ທ່ານ Basuki ທີ່ນັບຖືສາສະໜາຄຣິສຕຽນ ແລະຮູ້ກັນໃນອີກຊື່ນຶ່ງວ່າ Ahok ກຳລັງຊອກຫາຊ່ອງທາງເພື່ອໃຫ້ໄດ້ຮັບເລືອກເຂົ້າຮັບຕຳແໜ່ງເຈົ້າຄອງນະຄອນຈາກາຕ້າຕື່ມອີກສະໄໝນຶ່ງ ໃນເດືອນກຸມພາຈະມານີ້. ທ່ານກຳລັງຖືກຟ້ອງໃນຂໍ້ຫາ ໝິ່ນປະໝາດສາສະໜາ. ຂໍ້ຫາເຫລົ່ານີ້ແມ່ນເລີ້ມມາຈາກການໃຫ້ຄວາມເຫັນຂອງທ່ານໃນລະຫວ່າງການໂຄສະນາຫາສຽງ ເມື່ອຕົ້ນປີນີ້ ເວລາທ່ານບໍ່ໃຫ້ໄດ້ໃຫ້ຄວາມສຳຄັນ ຕໍ່ຄູ່ແຂ່ງທາງການເມືອງຂອງທ່ານ ທີ່ໄດ້ອ້າງຄຳສອນວັກນຶ່ງໃນຄຳພີກູຣ່ານ ທີ່ໄດ້ເຕືອນຊາວມຸສລິມ ໃນການໃຫ້ການສະໜັບສະໜຸນແກ່ພວກທີ່ບໍ່ມີຄວາມເຊື່ອໃນສາສະໜານັ້ນ.
ນັບແຕ່ນັ້ນມາ ທ່ານ Ahok ໄດ້ຂໍຂະມາໂທດໄປແລ້ວ ແລະກ່າວວ່າ ທ່ານບໍ່ໄດ້ຕັ້ງໃຈທີ່ຈະທຳຄວາມຜິດໃດໆແຕ່ກໍບໍ່ໄດ້ຊ່ວຍຫຍັງຫຼາຍໃນການເຮັດໃຫ້ຊາວມຸສລິມທີ່ມີຄວາມໂກດແຄ້ນຜ່ອນເບົາລົງ ຍ້ອນວ່ານະຄອນຈາກາຕ້າ ຊຶ່ງມີຊາວມຸສລິມເປັນຄົນກຸ່ມໃຫຍ່ ແຕ່ປົກ ຄອງໂດຍຜູ້ທີ່ນັບຖືສາສະໜາຄຣິສຕຽນ.
ທ່ານ Ahok ເປັນເຈົ້າຄອງນະຄອນຈາກາຕ້າຄົນທຳອິດທີ່ນັບຖືສາສະໜາຄຣິສຕຽນໃນຮອບ 50 ປີ. ນອກນັ້ນທ່ານຍັງເປັນຄົນຈີນຜູ້ທຳອິດ ທີ່ໄດ້ກຳຕຳແໜ່ງເຈົ້າຄອງນະຄອນດັ່ງກ່າວ.
ການເດີນຂະບວນໃນວັນທີ 4 ພະຈິກມີຜູ້ເຂົ້າຮ່ວມການປະທ້ວງເຖິງ 100 ພັນຄົນ. ການໂຮມຊຸມນຸມໄດ້ກາຍເປັນຄວາມຮຸນແຮງໃນເວລາຕອນຄ່ຳໂດຍເຮັດໃຫ້ມີຜູ້ເສຍຊີວິດນຶ່ງຄົນແລະບາດເຈັບອີກຫລາຍສິບຄົນ.
ພວກຕ້ອງຕິກ່າວວ່າ ລັດຖະບານກາງ ພາຍໃຕ້ການນຳພາຂອງປະທານາທິບໍດີ Joko Widodo ບໍ່ໄດ້ດຳເນີນການຢ່າງພຽງພໍ ເພື່ອຮັບມືກັບກຸ່ມມຸສລິມຫົວຮຸນ ແຮງຊຶ່ງຄວາມກຽດຊັງແລະການບໍ່ອະນຸໂລມຜ່ອນຜັນໄດ້ຖືກປ່ອຍໃຫ້ມີການເຕີບໃຫຍ່ຂະຫຍາຍຕົວ.
Tens of thousands of protesters have gathered in Indonesia's capital to demand the arrest of Jakarta's governor.
Officials say more than 20,000 security forces have been deployed to insure the demonstration against Basuki Tjahaja Purnam does not become violent like a demonstration against him last month.
Basuki, a Christian who is known as Ahok, is seeking re-election as Jakarta's governor in February.He is being prosecuted for blasphemy.The charges stem from a comment he made on the campaign trail earlier this year when he dismissed his political opponents who had cited a verse in the Quran that warns against Muslims supporting non-believers.
Ahok has since apologized and said he never intended to cause offense, but it has done little to placate many Muslims who are enraged that a majority Muslim city is administered by a Christian.
Ahok is Jakarta's first Christian governor in half a century.He is also the first ethnic Chinese to hold the governor's post.
The November 4 demonstration drew 100,000 protesters.The rally descended into violence at night fall, killing one person and injuring dozens more.
Critics say the central government, led by President Joko Widodo, has not done enough to face down radical Muslims groups and that hatred and bigotry are being allowed to grow.