ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ໄທ ດຳເນີນຄະດີ ຊາຍຊາວວີເກີ 2 ຄົນ ທີ່ເປັນຜູ້ວາງລະເບີດ ໃສ່​ສານ​ເຈົ້າ ເອຣະວັນ


Thai Indictment
please wait
Embed

No media source currently available

0:00 0:00:59 0:00

ສານ​ທະຫານ ​ໃນ​ບາງກອກ ​ໄດ້​ຟ້ອງ​ຮ້ອງ ​ຊາຍ​ສອງ​ຄົນ ທີ່​ຖືກ​
ກ່າວ​ຫາ​ວ່າ ເປັນ​ຜູ້​ວາງ​ລະ​ເບີດໃສ່​ສານ​ເຈົ້າເອຣະວັນ ​ທີ່​ມີ​ຊື່​ສຽງ​
ແລະ​ເປັນ​ທີ່​ນັບຖື​ກັນ​ເມື່ອ​ວັນ​ທີ​ 17ເດືອນສິງຫາຜ່ານ​ມາ​ທີ່​ຍັງ​ຜົນ
​ໃຫ້​ມີ 20 ​ເສຍ​ຊີວິດ.

ສານ​ທະຫານ ​ໃນ​ວັນ​ອັງຄານ​ມື້​ນີ້ ​ໄດ້​ຟ້ອງ​ທ້າວ Bilal Moham-
med
​ແລະທ້າວ Mierali Yusufu ​ໃນຄວາມ​ຜິດ 10 ກະ​ໂທ​ງ
ທີ່​ພົວພັນ​ກັບ​ການວາງ​ລະ​ເບີດ​ທີ່​ກ່າວ​ມາ​ນີ້ ຊຶ່ງ​ຮວມທັງການສົມ
ຮູ້​ຮ່ວມ​ຄິດ​ເພື່ອລະ​ເບີ​ດ ​ແລະ​ທຳ​ການ​ສັງຫານໂດຍເຈດ​ຕະນາ.

​ເຈົ້າໜ້າທີ່ຂອງ​ໄທ ຍັງ​ບໍ່​ທັນ​ໄດ້​ປະກາດຢ່າງ​ເປັນ​ທາງ​ການ ​ເຖິງ​ລາຍ​ຊື່​ຜູ້​ທີ່​ບາງ​ລະ​ເບີດ​ໃນ​ສານ​ເຈົ້າ​ເອລະ​ວັນ ນີ້​ວ່າ​ເປັນ​ການ​ກະທຳ​ຂອງ​ພວກ​ກໍ່​ການ​ຮ້າຍ ​ແລະ​ຍັງ​ບໍ່​ທັນ​ມີ​ການ​ກ່າວ​ໂທດຜູ້​ຕ້ອງ​ສົງ​ໄສໃດໆ ໃນ​ຖານ​ເປັນ​ພວກ​ກໍ່​ການ​ຮ້າຍ.

ຕຳຫຼວດ​ໄດ້​ອອກ​ໝາຍ​ຈັບ 17 ສະບັບ ຫຼັງ​ຈາກ​ທີ່ໄດ້​ເກີດ​ເຫດ​ລະ​ເບີດ ​ແຕ່​ວ່າ​ມີ​ພຽງ​ແຕ່
ທ້າວ Bilai Mohammed ​ແລະ Mierali ​ໄດ້​ຖືກ​ຈັບ​ກຸມ. ພວກ​ເຂົາເຈົ້າ​ໄດ້​ກ່າວ​ວ່າ​ເປັນ​ຄົນ​ຊາວ​ວີ​ເກີ ຊົນ​ກຸ່ມ​ນ້ອຍ​ໃນ​ຈີນ ຈາກ​ເຂດ Xinjiang. ພວກເຂົາເຈົ້າໄດ້ຖືກຄວບ​ຄຸມ​ຕົວ​ໄວ້ ນັບຕັ້ງແຕ່ໄດ້ຖືກຈັບ ໃນທ້າຍເດືອນສິງຫາ ແລະຕົ້ນເດືອນກັນຍາ ຜ່ານມານີ້.

XS
SM
MD
LG