ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຮູບເງົາ Star Wars ພາກ The Force Awakens ສ້າງລາຍໄດ້ ມະຫາສານ ເປັນເງິນ 1 ຕື້ໂດລາ ໃນທົ່ວໂລກ


ແຟນໆ ຮູບເງົາ Star Wars ຊາວຈີນ ບາງຄົນ ໃສ່ຊຸດ ແບບຕົວປະກອບ ໃນຮູບເງົາ, ລໍຄອຍການເປີດສາຍຮູບເງົາ ຮອບປະຖົມມະເລີກ "Star Wars: The Force Awakens" ໃນນະຄອນ Shanghai, ປະເທດຈີນ, ວັນທີ 27 ທັນວາ 2015.
ແຟນໆ ຮູບເງົາ Star Wars ຊາວຈີນ ບາງຄົນ ໃສ່ຊຸດ ແບບຕົວປະກອບ ໃນຮູບເງົາ, ລໍຄອຍການເປີດສາຍຮູບເງົາ ຮອບປະຖົມມະເລີກ "Star Wars: The Force Awakens" ໃນນະຄອນ Shanghai, ປະເທດຈີນ, ວັນທີ 27 ທັນວາ 2015.

ຮູບເງົາ Star Wars ພາກ The Force Awakens ອາດ
ຈະເປັນ ການສະແດງກ່ຽວກັບກຸ່ມດວງດາວ ທີ່ຢູ່ຫ່າງໄກ
ອອກໄປຫຼາຍ, ແຕ່ ວ່າຜົນງານ ການທຳລາຍສະຖິຕິ ໃນວັນ
ຄຣິສມາສ ຂອງມັນແມ່ນ ເປັນຂອງຂັວນຢູ່ເທິງໂລກນີ້ ຢ່າງ
ໜ້າປະທັບໃຈສຳລັບບໍລິສັດ Walt Disney ເຊິ່ງໄດ້ຊື້ເອົາ
ສິດທິພິເສດ ໃນການສາຍຮູບເງົາຈາກ ບໍລິສັດ Lucasfilms
ຂອງທ່ານ George Lucas ໃນປີ 2012.

ພາກ The Force Awakens ຕອນນີ້ແມ່ນເປັນຜູ້ຊະນະເລີດ
ໃນ ການຂາຍປີ້ ເຂົ້າຊົມຮູບເງົາໃນວັນຄຣິສມາສ ຂອງທະວີບ
ອາເມຣິ ກາເໜືອ ດ້ວຍມູນຄ່າ 49 ລ້ານ 3 ແສນໂດລາ, ລື່ນ
ສະຖິຕິວັນ ຄຣິສມາສ ແຕ່ກ່ອນ ທີ່ໄດ້ 24 ລ້ານ 6 ແສນ ໂດລາ ທີ່ເປັນຮູບເງົາຂອງ
Sherlock Holmes ສະແດງໂດຍ Robert Downey, Jr ໃນປີ 2009.

ໃນທົ່ວໂລກ, ຮູບເງົາ Star Wars ພາກ The Force Awakens ໄດ້ສ້າງ ລາຍໄດ້
ມະຫາສານ ເປັນເງິນ 1 ຕື້ໂດລາ, ຊຶ່ງເກືອບເຄິ່ງໜຶ່ງເປັນເງິນ 440 ລ້ານ 4 ແສນໂດລາ
ແມ່ນໄດ້ມາຈາກ ສະຫະລັດ ປະເທດດຽວ.

ຮູບເງົາເລື່ອງ Star Wars The Force Awakens ແມ່ນເຂົ້າສາຍໃນໂຮງໜັງ ໃນເວລາ
ດຽວກັນນັ້ນ ມີອີກຫຼາຍຮູບເງົາທີ່ເຂົ້າສາຍພ້ອມກັນລວມມີເລື່ອງ Concussion ສະແດງ
ໂດຍ Will Smith, ເລື່ອງ Joy ສະແດງໂດຍ Jennifer Lawrence, ຮູບເງົາຂອງຜູ້ກຳກັບ Quentin Tarantino ຊື່ວ່າ The Hateful Eight ແລະ ເລື່ອງ The Revenant ນຳສະແດງໂດຍ Leonardo DiCaprio ໃນຂະນະ ທີ່ອຸດສາຫະກຳຮູບເງົາ ແຂ່ງຂັນກັນເພື່ອ
ການສະເໜີຊື່ເຂົ້າ ໃນງານ ປະກວດ​ ເອົາລາງວັນ Academy Awards ທີ່ໃກ້ຈະມາເຖິງນີ້.

ບໍລິສັດ Disney ແມ່ນກຳລັງສ້າງເນື້ອທີ່ໆສວນສະໜຸກຂອງພວກເຂົາເຈົ້າ ເພື່ອບັນຈຸຫຸ່ນຍົນ
ມະນຸດ ຫຼື Android ແລະ ສິ່ງທີ່ມີຊີວິດຈາກຕ່າງດາວຂອງຮູບເງົາເລື່ອງ Star Wars ທີ່ມີ
ຊີວິດ ຊີວາຂຶ້ນໃນໜ້າຈໍຮູບເງົາໃນປີ 1977.

Star Wars:The Force Awakens may be set in a galaxy far, far away, but its Christmas Day record-breaking performance was an impressive Earth-bound gift for the Walt Disney Company that bought the film franchise from George Lucas' Lucasfilms in 2012.

The Force Awakens is now the champion of North American Christmas Day box office receipts with $49.3 million, overtaking the previous Christmas record of $24.6 million set by Sherlock Holmes, starring Robert Downey, Jr. in 2009.

Worldwide, The Force Awakens has taken in an astronomical $1 billion, with almost half of that, $440.4 million, in the U.S.

The Force Awakens is in theaters when there are lots of other movie offerings -- Concussion starring Will Smith, Joy with Jennifer Lawrence, Quentin Tarantino's The Hateful Eight and The Revenant starring Leonardo DiCaprio -- as the industry jockeys for upcoming Academy Awards nominations.

Disney is making room at its theme parks to include the robots, droids and otherworldy creatures of the Star War films that came to life on movie screens in 1977.

XS
SM
MD
LG