ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໐໗ ພຶດສະພາ ໒໐໒໔

​ປະ​ທາ​ນາ​ທິ​ບໍ​ດີ ສາ​ທາ​ລະ​ນະ​ລັດ ​ພາ​ລາວ: ພວກ​ເຮົາ​ແມ່ນ​ສ່ວນ​ນຶ່ງ ຂອງ​ຄອບ​ຄົວ ​ສະ​ຫະ​ລັດ


ປະ​ທາ​ນາ​ທິ​ບໍ​ດີ​ພາ​ລາວ​ ທ່ານ​ຊູ​ຣານ​ແຈ​ລ ວິບ​ສ໌ ຈູ​ເນຍ (Surangel W. Whipps Jr.) ທີ່ກອງ​ປະ​ຊຸມ​ກຳ​ມາ​ທິ​ການ ສັງ​ຄົມ​ເສດ​ຖະ​ກິດ​ເພື່ອ​ເຂດ​ເອ​ເຊຍ ຄັງ​ທີ 79 ທີ່​ສຳ​ນັກ​ງານ​ສະ​ຫະ​ປະ​ຊາ​ຊາດ ຢູ່ບາງກອກ ເມື່ອ​ວັນ​ທີ 15 ພຶດ​ສະ​ພາ 2023.
ປະ​ທາ​ນາ​ທິ​ບໍ​ດີ​ພາ​ລາວ​ ທ່ານ​ຊູ​ຣານ​ແຈ​ລ ວິບ​ສ໌ ຈູ​ເນຍ (Surangel W. Whipps Jr.) ທີ່ກອງ​ປະ​ຊຸມ​ກຳ​ມາ​ທິ​ການ ສັງ​ຄົມ​ເສດ​ຖະ​ກິດ​ເພື່ອ​ເຂດ​ເອ​ເຊຍ ຄັງ​ທີ 79 ທີ່​ສຳ​ນັກ​ງານ​ສະ​ຫະ​ປະ​ຊາ​ຊາດ ຢູ່ບາງກອກ ເມື່ອ​ວັນ​ທີ 15 ພຶດ​ສະ​ພາ 2023.

ປັກ​ກິ່ງ​ໄດ້​ຮັບ​ໄຊ​ຊະ​ນະ​ທີ່​ສຳ​ຄັນ​ທາງ​ດ້ານ​ການ​ທູດ ໃນ​ເຂດ​ອິນ​ໂດ​ປາ​ຊີ​ຟິກ​ເມື່ອ​ໄວໆ​ມານີ້ ແຕ່​ປະ​ເທດ​ນຶ່ງ​ທີ່​ຕັ້ງ​ຢູ່​ໃນ​ເຂດ​ມະ​ຫາ​ສະ​ໝຸດ​ປາ​ຊີ​ຟິກ ມາ​ຈົນ​ຮອດ​ເວ​ລານີ້ ໄດ້​ກ່າວ​ຄຳ​ວ່າ ບໍ່.

“ສິ່ງ​ສຳ​ຄັນ​ທີ່​ສຸດ​ກໍ​ແມ່ນ​ພວກ​ເຮົາ​ມີ​ຫຼັກ​ຄຸນ​ຄ່າ​ແບບ​ດຽວ​ກັນ ພວກ​ເຮົາ​ເຊື່ອ​ໃນ​ອິດ​ສະ​ຫຼະ​ພາບ​ແລະ​ປະ​ຊາ​ທິ​ປະ​ໄຕ​” ນັ້ນ​ຄື​ຄຳ​ເວົ້າ​ຂອງ​ທ່ານ​ຊູ​ຣານ​ແຈ​ລ ດັບ​ເບິນ​ຢູ ວິບ​ສ໌ ຈູ​ເນຍ (Surangel W. Whipps Jr.) ປະ​ທາ​ນາ​ທິ​ບໍ​ດີ ​ຂອງ​ສາ​ທາ​ລະ​ນະ​ລັດ​ພາ​ລາວ​ (Palau) ເມື່ອ​ຖືກ​ຖາມ​ວ່າ ​ຍ້ອນ​ເຫດ​ຜົນອັນໃດ ​ທ່ານ​ຈຶ່ງ​ໄດ້​ປະ​ຕິ​ເສດ​ຕໍ່​ຂໍ້​ສະ​ເໜີ​ທີ່​ໜ້າ​ສົນ​ໃຈ​ຂອງ​ຈີນ ແລະ​ຍັງ​ຢູ່​ກັບ​ຝ່າຍ​ສະ​ຫະ​ລັດ​ແລະ​ພັນ​ທະ​ມິດ​ໃນ​ເຂດ​ອິນ​ໂດ​ປາ​ຊີ​ຟິກ.

“ມັນ​ເປັນ​ສິ່ງ​ສຳ​ຄັນ​ທີ່​ປະ​ຊາ​ຊົນ​ຂອງ​ພວກ​ເຮົາ​ເຂົ້າ​ໃຈ​ວ່າ ພວກ​ເຮົາ​ແມ່ນ​ສ່ວນ​ນຶ່ງ​ຂອງ​ຄອບ​ຄົວ​ສະ​ຫະ​ລັດ.”

ໃນ​ການ​ໂອ້​ລົມ​ກັບ​ວີ​ໂອ​ເອ ຢູ່​ຂ້າງນອກ ການ​ຮັບ​ຟັງ​ຄຳ​ໃຫ້​ການ​ຕໍ່​ສະ​ພາ​ຕ່ຳ​ຂອງ​ສະ​ຫະ​ລັດ ທ່ານວິບ​ສ໌ ກ່າວ​ວ່າ “ພວກ​ເຮົາ​ຢູ່ສົ້ນ​ສຸດ​ຕາ​ເວັນ​ຕົກ ທີ່ໄກ ແຕ່​ພວກ​ເຮົາ​ເປັນ​ສ່ວນ​ນຶ່ງ​ຂອງ​ຄອບ​ຄົວ​ສະ​ຫະ​ລັດ ແລະ​ພວກ​ເຮົາ​ເຊື່ອ​ໃນ​ສິ່ງນັ້ນ.”

ໃນ​ລະ​ຫວ່າງ​ການ​ຮັບ​ຟັງ​ຄຳ​ໃຫ້​ການ ທ່ານ​ວິບ​ສ໌ ຍັງ​ຈຳ​ ໃນ​ສິ່ງ​ທີ່​ປະ​ທາ​ນາ​ທິ​ບໍ​ດີ​ໂຣ​ໂນ​ລ ຣີ​ແກນ​ໄດ້​ກ່າວວ່າ ເວ​ລາ​ໃດ​ທີ່​ປະ​ເທດ ​ໃນ​ເຄືອລັດເສ​ລີ​ໄດ້​ມີ​ການ​ສ້າງ​ຕັ້ງ​ຂຶ້ນ “ພວກ​ທ່ານ​ຈະ​ເປັນ​ຄອບ​ຄົວ​ສຳ​ລັບພວກ​ເຮົາ​ສະ​ເໝີ​ໄປ.”

ທ່ານ​ວີບ​ສ໌​ໄດ້​ເດີນ​ທາງ​ມາ​ວໍ​ຊິງ​ຕັນ ເພື່ອ​ໃຫ້​ການ ​ຕໍ່​ການ​ຮັບ​ຟັງ​ຄຳ​ໃຫ້​ການ​ຂອງ​ສະ​ພາ​ສູງແລະ​ສະ​ພາ​ຕ່ຳ​ ຕໍ່​ຂໍ້​ສະ​ເໜີ​ຂອງ​ລັດ​ຖະ​ບານ​ທ່ານ​ໄບ​ເດັນ ກ່ຽວ​ກັບ​ບົດ​ແກ້​ໄຂບັນ​ດາປະ​ເທດ​ໃນ​ເຄືອ​ລັດ​ເສ​ລີ ສະ​ບັບ​ປີ 2023.

ພາ​ລາວ ພ້ອມ​ກັບ​ໝູ່​ເກາະ​ໄມ​ໂຄ​ຣ​ເນ​ເຊຍແລະໝູ່​ເກາະ​ມາ​ໂຊ (Marshall) ປະ​ກອບ​ເປັນ​ສາມ​ປະ​ເທດ​ໃນ​ເຄືອ​ລັດ​ເສ​ລີ ຊຶ່ງ​ເປັນ​ສະ​ຖາ​ນະ​ພາບ ​ທີ່​ອະ​ນຸ​ຍາດ​ໃຫ້​ກອງ​ທັບ​ສະ​ຫະ​ລັດ ສາ​ມາດ​ເຂົ້າ​ໄປ​ໃນ​ທັງ​ສາມ​ປະ​ເທດ​ເອກ​ກະ​ລາດ​ດັ່ງ​ກ່າວ​ນັ້ນ​ໄດ້.

​ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາອ​ັງ​ກິດ

XS
SM
MD
LG