ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຕຳຫຼວດຖືກຍິງຕາຍ ໃນປະເທດ ກາຊັກສະຖານ


ຮູລູກປືນນັດໜຶ່ງ ສາມາດເຫັນໄດ້ຈາກແວ່ນທາງຂ້າງຂອງ
ລົດຄັນໜຶ່ງ ຈອດຢູ່ໃນຖະໜົນໃນເມືອງ Almaty, ປະເທດ ກາຊັກສຖານ, 18 ກໍລະກົດ, 2016.
ຮູລູກປືນນັດໜຶ່ງ ສາມາດເຫັນໄດ້ຈາກແວ່ນທາງຂ້າງຂອງ ລົດຄັນໜຶ່ງ ຈອດຢູ່ໃນຖະໜົນໃນເມືອງ Almaty, ປະເທດ ກາຊັກສຖານ, 18 ກໍລະກົດ, 2016.

ພວກມືປືນຜູ້ຊາຍ ໄດ້ຍິງເຈົ້າໜ້າທີ່ຕຳຫຼວດ ໂດຍບໍ່ຮູ້ຈຳນວນ ຕາຍ ຢູ່ໃນເມືອງ Almaty ຂອງກາຊັກສະຖານ ອີງຕາມການລາຍງານຂອງກະຊວງພາຍໃນ ເມື່ອວັນຈັນມື້ນີ້.

ຖະແຫລງການຂອງກະຊວງນັ້ນ ໄດ້ກ່າວໂດຍທີ່ບໍ່ໄດ້ຢືນຢັນ ຈຳນວນຜູ້ທີ່ເສຍຊີວິດ ວ່າ “ມີຜູ້ທີ່ເສຍຊີວິດ ແມ່ນລວມຢູ່ໃນຈຳນວນເຈົ້າໜ້າທີ່ຕຳຫຼວດນຳ. ຜູ້ໂຈມຕີຄົນໜຶ່ງຖືກ ຄວບຄຸມຕົວໄວ້ໄດ້ ແລະ ອີກຜູ້ໜຶ່ງຍັງລອຍນວນຢູ່.”

ຢ່າງໜ້ອຍຕຳຫຼວດສອງຄົນ ໄດ້ຖືກຂ້າຕາຍ ໃນການໂຈມຕີ 3 ບ່ອນ ໃນເວລາເກືອບ ພ້ອມໆກັນ ຢູ່ອ້ອມຮອບ ເມືອງຫຼວງຂອງຍ່ານການເງິນ ແລະ ເປັນເມືອງທີ່ໃຫຍ່ທີ່ສຸດໃນ ກາຊັກສະຖານ ອີງຕາມແຫລ່ງຂ່າວກົມຮັກສາຄວາມປອດໄພ ແລະ ພວກເຫັນເຫດການ ທີ່ໄດ້ບອກອົງການຂ່າວ Reuters. ແລະ ຢ່າງໜ້ອຍ ຕຳຫຼວດເຈັດຄົນ ໄດ້ຮັບບາດເຈັບ ອີງຕາມສື່ຂ່າວຂອງທາງການ.

ຄະນະກຳມະການຄວາມໝັ້ນຄົງແຫ່ງຊາດຂອງກາຊັກສະຖານ ໄດ້ກ່າວໃນຖະແຫລງ ການທີ່ໄດ້ຖືກເປີດເຜີຍ ເມື່ອບໍ່ດົນ ຫຼັງຈາກການໂຈມຕີ ວ່າ ຕັ້ງແຕ່ນັ້ນມາ ຕົນໄດ້ຍົກລະ ດັບໄພຂົ່ມຂູ່ກໍ່ການຮ້າຍ ຂອງປະເທດ ຂຶ້ນເປັນສີແດງ.

ລັກສະນະຮູບຮ່າງຂອງພວກຜູ້ຕ້ອງສົງໄສ ຍັງບໍ່ໄດ້ຖືກເປີດເຜີຍ ແລະ ເຈດຕະນາແມ່ນ ຫຍັງ ຍັງບໍ່ທັນຮູ້ເທື່ອ.

ການໂຈມຕີ ມີຂຶ້ນ ພຽງໜຶ່ງເດືອນ ຫຼັງຈາກທີ່ ມີ 20 ຄົນ ໄດ້ຖືກຂ້າຕາຍ ຢູ່ໃນເມືອງ Aktobe ຂອງກາຊັກສະຖານ ໃນເວລາພວກມືປືນຜູ້ຊາຍ ໄດ້ເປີດສາກ ຍິງເຂົ້າໃສ່ຄ້າຍ ທະຫານແຫ່ງໜຶ່ງ ແລະ ຮ້ານຂາຍປືນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG