ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຂໍ້ຕົກລົງ ສະຫະລັດ ແລະ ຣັດເຊຍ ກ່ຽວກັບ ຄວາມຮຸນແຮງ ຊີເຣຍ ຍັງບໍ່ທັນສຳເລັດເທື່ອ


ຄວັນໄຟ ປິວຂຶ້ນສູ່ທ້ອງຟ້າຈາກເມືອງ Taybat al Imam ຫຼັງຈາກພວກຮັກນັກຮົບຫົວຮຸນແຮງຈັດ ຈີຮາດ Jund al-Aqsa ໄດ້ເຄື່ອນເຂົ້າໃນແຂວງ Hama, ຊີເຣຍ, 31 ກໍລະກົດ, 2016.
ຄວັນໄຟ ປິວຂຶ້ນສູ່ທ້ອງຟ້າຈາກເມືອງ Taybat al Imam ຫຼັງຈາກພວກຮັກນັກຮົບຫົວຮຸນແຮງຈັດ ຈີຮາດ Jund al-Aqsa ໄດ້ເຄື່ອນເຂົ້າໃນແຂວງ Hama, ຊີເຣຍ, 31 ກໍລະກົດ, 2016.

ໃນຂະນະທີ່ນັກເຈຣະຈາທັງສອງປະເທດພວມໄກ້ຈະມີການຕົກລົງກັນຢູ່ນັ້ນ ປະທານາທິ ບໍດີ ບາຣັກ ໂອບາມາ ກໍໄດ້ກ່າວໃນວັນອາທິດມື້ນີ້ວ່າສຫຣ ມີຄວາມສົງໃສຢູ່ວ່າ ຂໍ້ຕົກລົງ ກັບ ຣັດເຊຍ ກ່ຽວກັບຄວາມຮຸນແຮງເຖິງຂັ້ນເສຍ ຊີວິດ ໃນຊີເຣັຍ ຈະໃຊ້ໄດ້ຫຼືບໍ່ ແຕ່ເຖິງ ຢ່າງໃດກໍຕາມ ການເຈຣະຈາກັນກໍແມ່ນຍັງພວມສືບຕໍ່ ໄປຢູ່.

ໃນການກ່າວຢູ່ນອກກອງປະຊຸມສຸດຍອດເສດຖະກິດ ຈີ້ຊາວ ທີ່ປະເທດຈີນນັ້ນ ທ່ານ ໂອບາມາໄດ້ເວົ້າວ່າ ສຫຣ ກັບ ຣັດເຊຍ ຍັງມີ “ຄວາມແຕກຕ່າງກັນຕັ້ງຫຼາຍ” ກ່ຽວກັບ ວ່າຈະເຮັດແນວໃດ ເພື່ອຍຸຕິສົງຄາມກາງເມືອງໃນຊີເຣຍໄດ້ ແລະຍຸຕິອັນທີ່ພວກກຸ່ມຝ່າຍ ຄ້ານແນເປົ້າໝາຍໃສ່ທາງການທະຫານຂອງ ສຫຣ ແລະຣັດເຊຍນັ້ນ. ແຕ່ທ່ານກ່າວວ່າ “ມັນກໍກຸ້ມຄ່າຢູ່ ທີ່ຈະພະຍາຍາມລອງເບິ່ງ.”

ທ່ານ ໂອບາມາກ່າວວ່າ “ພວກເຮົາຍັງບໍ່ທັນໄປເຖິງຫັ້ນເທື່ອ. ຂ້າພະເຈົ້າຄິດວ່າ ມັນໄວ ເກີນໄປທີ່ຈະເວົ້າວ່າມັນມີເສັ້ນທາງແຈ້ງຂາວແລ້ວ ແຕ່ມັນກໍອາດເປັນໄປໄດ້ວ່າ ຢ່າງ ໜ້ອຍມັນກໍມີຄວາມກ້າວໜ້າແດ່ແລ້ວ ສຳລັບພວກເຮົາ.”

ຂໍ້ຕົກລົງດັ່ງກ່າວອາດສາມາດປະກາດອອກມາໃຫ້ຮູ້ ໃນວັນອາທິດມື້ນີ້ກໍເປັນໄດ້ ໂດຍ ທ່ານ ຈອນ ແຄຣີ ຣມຕ ຕ່າງປະເທດ ແລະທ່ານ ເຊີເກ ລາຣັອຟ ຣມຕ ຕ່າງປະເທດ ຣັດ ເຊຍ ຕາມຄຳເວົ້າຂອງເຈົ້າໜ້າທີ່ອາວຸໂສ ກຊ ຕ່າງປະເທດ ສຫຣ ຊຶ່ງກ່າວເພີ້ມວ່າ ທັງສອງ ປະເທດ ໄກ້ຈະຕົກລົງກັນໄດ້ແລ້ວ ແຕ່ກໍຍັງມີບັນຫານຄ້າງຄາຢູ່. ເຈົ້າໜ້າທີ່ຄົນດັ່ງກ່າວ ບໍ່ໄດ້ຮັບອະນຸຍາດໃຫ້ເວົ້າລາຍລະອຽດ ທັງຂໍຮ້ອງບໍ່ໃຫ້ອອກຊື່ຜູ້ກ່ຽວນຳ.

ທັງທ່ານ ແຄຣີ ແລະທ່ານ ລາຣັອຟ ຕ່າງກໍໄດ້ ສົນທະນາກັນຢ່າງເອົາແທ້ເອົາວ່າ ເປັນເວ ລາຫຼາຍອາທິດ ກ່ຽວກັບຂໍ້ຕົກລົງທີ່ວ່າ ໃຫ້ສົ່ງເສີມຄວາມຮ່ວມມືທາງທະຫານຂອງ ສຫຣ ແລະ ຣັດເຊຍ ເພື່ອຕໍ່ສູ້ກັບກຸ່ມລັດອິສລາມແລະກຸ່ມຫົວຮຸນແຮງຕ່າງໆໃນຊີເຣຍ ຊຶ່ງເປັນ ບາດກ້າວທີ່ມົສກູໄຝ່ຝັນຫາມາແຕ່ດົນນານ. ຂໍ້ຕົກລົງດັ່ງກ່າວຈະປະກອບດ້ວຍ ການອຳ ນວຍຄວາມຊ່ອຍເຫຼືອ ໃຫ້ຕົກໄປເຖິງເຂດປິດລ້ອມຕ່າງໆຂອງຊີເຣຍ ລວມທັງມາຕະການ ຕ່າງໆທີ່ຈະຂັດຂວາງບໍ່ໃຫ້ຣັດຖະບານຂອງ ປະທານາທິບໍດີ Bashar Assad ຖິ້ມລະ ເບີດໃສ່ເຂດຂອງພວກຕໍ່ຕ້ານທີ່ ສຫຣ ໜູນຫຼັງແລະພວມປະຕິບັດງານຢູ່.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG