ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການເຈລະຈາກັນຕື່ມ ກ່ຽວກັບຊີເຣຍ ລະຫວ່າງ ສຫລ ແລະ ຣັດເຊຍ ບໍ່ໄດ້ເກີດຜົນຫຍັງເລີຍ


ປະທານາທິບໍດີ ສະຫະລັດ ທ່ານບາຣັກ ໂອບາມາ, ຊ້າຍ, ໄປເຖິງສູນວາງສະແດງສິນຄ້າ Hangzhou ເພື່ອເຂົ້າຮ່ວມໃນ ກອງປະຊຸມສຸດຍອດ G-20 ທີ່ເມືອງ Hangzhou ຂອງຈີນ, ວັນທີ 4 ກັນຍາ 2016.
ປະທານາທິບໍດີ ສະຫະລັດ ທ່ານບາຣັກ ໂອບາມາ, ຊ້າຍ, ໄປເຖິງສູນວາງສະແດງສິນຄ້າ Hangzhou ເພື່ອເຂົ້າຮ່ວມໃນ ກອງປະຊຸມສຸດຍອດ G-20 ທີ່ເມືອງ Hangzhou ຂອງຈີນ, ວັນທີ 4 ກັນຍາ 2016.

ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ John Kerry ແລະ ລັດຖະມົນຕີ ການ ຕ່າງປະເທດ ຣັດເຊຍ ທ່ານ Sergei Lavrov ຕົກລົງກັນບໍ່ໄດ້ ໃນມື້ທີສອງລຽນຕິດ ໃນ ວັນຈັນມື້ນີ້ ເພື່ອຈະບັນລຸຂໍ້ຕົກລົງ ກ່ຽວກັບການຢຸດຍິງ ສຳລັບຊີເຣຍ ທີ່ອາດຈະອະນຸຍາດ ໃຫ້ມີການສົ່ງການຊ່ອຍເຫຼືອດ້ານມະນຸດສະທຳ ຫຼາຍຂຶ້ນ ໃຫ້ແກ່ປະຊາຊົນ ຢູ່ໃນປະເທດ ທີ່ປະສົບກັບສົງຄາມນັ້ນ.

ນັກການທູດດັ່ງກ່າວ ໄດ້ພົບປະກັນໃນເມືອງ Hangzhou ຂອງຈີນ ບ່ອນທີ່ບັນດາຜູ້ນຳ ຂອງໂລກ ໄດ້ໄປເຕົ້າໂຮມກັນ ເພື່ອກອງປະຊຸມສຸດຍອດ ຜູ້ນຳຈາກ 20 ປະເທດ. ການ ຢຸດຍິງ ທີ່ອາດເປັນໄປໄດ້ນັ້ນ ຈະກ່ຽວພັນກັບ ລັດຖະບານຂອງຊີເຣຍ ເຊິ່ງເປັນພັນທະມິດ ກັບຣັດເຊຍ ແລະ ກຸ່ມຕໍ່ຕ້ານລັດຖະບານ ທີ່ໄດ້ຮັບການສະໜັບສະໜູນຈາກສະຫະລັດ ເພື່ອໃຫ້ສາມາດສົ່ງການຊ່ອຍເຫຼືອ ໃຫ້ແກ່ຊາວຊີເຣຍບາງສ່ວນ ຂອງຈຳນວນຫຼາຍລ້ານ ຄົນ ຜູ້ທີ່ຕ້ອງການອາຫານການກິນ ແລະ ອຸປະກອນການແພດຕ່າງໆ.

ປະທານາທິບໍດີ ສະຫະລັດ ທ່ານບາຣັກ ໂອບາມາ ແລະ ຜູ້ນຳຣັດເຊຍ ທ່ານ Vladimir Putin ກໍໄດ້ມີການພົບປະກັນຢູ່ນອກກອງປະຊຸມ ໃນເມືອງ Hangzhou ເມື່ອວັນຈັນມື້ນີ້. ລາຍລະອຽດຕ່າງໆຂອງອັນທີ່ພວກເພິ່ນໄດ້ປຶກສາຫາລືກັນນັ້ນ ບໍ່ໄດ້ຖືກເປີດເຜີຍ ໃນທັນ ທີທັນໃດເທື່ອ.

ທັງສອງປະເທດ ປາກົດວ່າ ໃກ້ ຈະຕົກລົງກັນໄດ້ ໃນວັນອາທິດວານນີ້ ແຕ່ຍັງມີອຸປະສັກ ທີ່ສຳຄັນໆຢູ່.

ທ່ານໂອບາມາ ໄດ້ກ່າວຕໍ່ບັນດານັກຂ່າວ ໃນວັນອາທິດວານນີ້ ວ່າ “ພວກເຮົາມີຄວາມ ຄິດທີ່ແຕກຕ່າງກັນຫຼາຍ ກັບຝ່າຍຣັດເຊຍ ໃນດ້ານຕ່າງໆ ທີ່ພວກເຮົາ ສະໜັບສະໜູູນ ແມ່ນແຕ່ຂັ້ນຕອນທີ່ກຳນົດໄວ້ເພື່ອນຳມາເຊິ່ງສັນຕິພາບຢູ່ໃນຊີເຣຍນັ້ນ.”

ເຈົ້າໜ້າທີ່ກະຊວງການຕ່າງປະເທດ ທ່ານໜຶ່ງ ໄດ້ກ່າວວ່າ ຣັດເຊຍ ໄດ້ກ້າວຖອຍຫຼັງ ກ່ຽວກັບ ບາງດ້ານ ເຊິ່ງສະຫະລັດ ຄິດວ່າທັງສອງຝ່າຍໄດ້ຕົກລົງເຫັນດີນຳກັນແລ້ວ.

ໂດຍການກ່າວອ້າງເຖິງຄຳເວົ້າຂອງ ປະທານາທິບໍດີຂອງຣັດເຊຍ ທ່ານ Putin ທີ່ວ່າ ຂໍ້ຂັດແຍ້ງຊີເຣຍ ຈະສາມາດແກ້ໄຂໄດ້ແຕ່ໂດຍຜ່ານທາງການເມືອງເທົ່ານັ້ນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

US Russia Syria
please wait
Embed

No media source currently available

0:00 0:02:04 0:00

XS
SM
MD
LG