ລັດຖະມົນຕີຕ່າງປະເທດສະຫະລັດ ທ່ານ John Kerry ກຳລັງຢູ່ໃນລະຫວ່າງ ການເດີນ ທາງໄປຢ້ຽມຢາມຖ້ຽວສຸດທ້າຍໃນນາມນັກການທູດສູງສຸດຂອງສະຫະລັດ. ໃນວັນສຸກມື້ນີ້ ທ່ານໄດ້ພົບປະກັບບັນດາຜູ້ນຳຂອງຫວຽດນາມ ທີ່ນະຄອນຫຼວງຮາໂນ່ຍ.
ທ່ານ Kerry ກ່າວໃນຂະນະທີ່ພົບປະກັບນາຍົກລັດຖະມົນຕີ Nguyen Xuan Phuc ແລະຮັກສາການລັດຖະມົນຕີຕ່າງປະເທດທ່ານ Bui Thanh Son ວ່າ “ຂ້າພະເຈົ້າມີຄວາມປິຕິຍິນດີທີ່ໄດ້ກັບມາຢ້ຽມຢາມຫວຽດນາມ ບ່ອນທີ່ພວກເຮົາ ກຳລັງສືບຕໍ່ພັດທະ ນາ ຄວາມສຳພັນທີ່ພວມເຕີບໃຫຍ່ຂະຫຍາຍໂຕ.”
ເມື່ອມີການຖາມກ່ຽວກັບປະຫວັດການເຄົາລົບນັບຖືສິດທິມະນຸດຂອງຫວຽດນາມໂດຍທົ່ວໄປນັ້ນ ທ່ານ Kerry ກ່າວວ່າ “ໄດ້ມີການເອໄບາດກ້າວຫລາຍ ແຕ່ກໍຍັງມີບັນຫາທ້າທາຍ ຈຳນວນນຶ່ງ.”
ທ່ານມີກຳນົດທີ່ຈະໄປຢ້ຽມຢາມເຂດສາມຫລ່ຽມປາກແມ່ນໍ້າຂອງ ບ່ອນທີ່ທ່ານໄດ້ສູ້ລົບໃນລະຫວ່າງສົງຄາມຫວຽດນາມ.
ຫຼັງຈາກຢ້ຽມຢາມຫວຽດນາມແລ້ວທ່ານ Kerry ກໍຈະເດີນທາງໄປນະຄອນປາຣີ ເພື່ອເຂົ້າຮ່ວມກອງປະຊຸມສັນຕິພາບພາກຕາເວັນອອກກາງ ແລະເດີນທາງຕໍ່ໄປຍັງນະຄອນລອນດອນ ເພື່ອພົບປະກັບລັດຖະມົນຕີຕ່າງປະເທດອັງກິດ ທ່ານ Boris Johnson.
ທີ່ບ່ອນຢຸດແວ່ແຫ່ງສຸດທ້າຍໃນການເດີນທາງ ໃນນາມລັດຖະມົນຕີຕ່າງປະເທດ ສະຫະ ລັດນັ້ນ ທ່ານ Kerry ຈະເຂົ້າຮ່ວມກອງປະຊຸມເສດຖະກິດໂລກ ຢູ່ທີ່ນະ ຄອນ Davos ປະເທດສະວິດເຊີແລນ.