ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ທ່ານນາງ Janet Reno ອະດີດ ລມຕ ກຊ ຍຸຕິທຳ ໄດ້ເຖິງແກ່ ອະສັນຍະກຳ ແລ້ວ


ໃນພາບຖ່າຍເມື່ອປີ 2001 ນີ້, ອະດີດລັດຖະມົນຕີ ກະຊວງ
ຍຸຕິທຳ ສະຫະລັດ ທ່ານນາງ Janet Reno ກ່າວຕໍ່ສື່ມວນຊົນ ຢູ່ທີ່ເຮືອນຂອງທ່ານນາງ ໃນເມືອງ Miami ຫຼັງຈາກການປະ
ກາດວ່າ ທ່ານນາງ ຈະລົງແຂ່ງຂັນເປັນຜູ້ປົກຄອງລັດ
Florida.
ໃນພາບຖ່າຍເມື່ອປີ 2001 ນີ້, ອະດີດລັດຖະມົນຕີ ກະຊວງ ຍຸຕິທຳ ສະຫະລັດ ທ່ານນາງ Janet Reno ກ່າວຕໍ່ສື່ມວນຊົນ ຢູ່ທີ່ເຮືອນຂອງທ່ານນາງ ໃນເມືອງ Miami ຫຼັງຈາກການປະ ກາດວ່າ ທ່ານນາງ ຈະລົງແຂ່ງຂັນເປັນຜູ້ປົກຄອງລັດ Florida.

ແມ່ຍິງຄົນທຳອິດທີ່ໄດ້ປະຕິບັດໜ້າ ທີ່ເປັນ ລັດຖະມົນຕີ ກະຊວງຍຸຕິທຳ ສະຫະລັດ, ໄດ້ເສຍຊີວິດໃນວັນຈັນມື້ນີ້ຈາກອາການແຊກຊ້ອນຂອງໂຣກ Parkinson. ທ່ານນາງ ມີອາຍຸໄດ້ 78 ປີ.

ໃນການຄອບຄອງຕຳແໜ່ງມາໄດ້ 8 ປີ ພາຍໃຕ້ປະທານາທິບໍດີ ທ່ານ Bill Clinton ໄດ້ເລີ່ມຂຶ້ນ ໃນປີ 1993 ດ້ວຍການອະນຸມັດຂອງທ່ານນາງ ໃນການເຂົ້າກວດຄົ້ນ ບໍລິເວນຂອງກຸ່ມ ສາສະໜາ Branch Davidian ໃນເມືອງ Waco ລັດ Texas ຂອງ FBI ທີ່ໄດ້ສົ່ງຜົນໃຫ້ມີ ຄົນຕາຍ 80 ຄົນ ໃນການປະທະກັນທີ່ຍາວນານ ກັບບັນດາເຈົ້າໜ້າທີ່ ລັດຖະບານ ກາງ.

ໄຟເຜົາຜານ ສະຖານທີ່ ຂອງກຸ່ມສາສະໜາ Branch Davidian ຢູ່ໃກ້ກັບເມືອງ Waco ລັດ Texas ເມື່ອວັນ Monday, ທີ 19 ເມສາ 1993.
ໄຟເຜົາຜານ ສະຖານທີ່ ຂອງກຸ່ມສາສະໜາ Branch Davidian ຢູ່ໃກ້ກັບເມືອງ Waco ລັດ Texas ເມື່ອວັນ Monday, ທີ 19 ເມສາ 1993.


ໃນປີ 2000, ເປັນອີກຄັ້ງໜຶ່ງທີ່ເພິ່ນໄດ້ກາຍເປັນຈຸດສົນໃຈ ໃນຄະດີຂອງເດັກຊາຍຄິວບາ ອາຍຸ 6 ປີ ທ້າວ Elian Gonzalez, ເຊິ່ງການຕາຍຂອງແມ່ຂອງລາວ ໄດ້ເຮັດໃຫ້ລາວ ຕົກຢູ່ໃນການປົກຄອງຂອງພີ່ນ້ອງຂອງລາວ ໃນລັດ Florida. ທ່ານນາງ Reno ໄດ້ ອະນຸມັດໃຫ້ພວກຕົວແທນຂອງລັດຖະບານກາງຍຶດຕົວຂອງທ້າວ Gonzalez ໄປ ດັ່ງນັ້ນ ລາວຈຶ່ງສາມາດກັບຄືນໄປຫາພໍ່ຂອງລາວໃນປະເທດ ຄິວບາ.

ຜູ້ພິພາກສາສານສູງສຸດ ທ່ານ Byron White, ຂວາ, ທຳພິທີສາບານໂຕ ເຂົ້າຮັບຕຳແໜ່ງ ເຮັດໃຫ້ ທ່ານນາງ Janet Reno ເປັນລັດຖະມົນຕີ ກະຊວງຍຸຕິທຳ ໃນລະຫວ່າງ ພິທີຮັບຕຳແໜ່ງຢູ່ທີ່ ທຳນຽບຂາວ, ວັນທີ 12 ມີນາ 1993.
ຜູ້ພິພາກສາສານສູງສຸດ ທ່ານ Byron White, ຂວາ, ທຳພິທີສາບານໂຕ ເຂົ້າຮັບຕຳແໜ່ງ ເຮັດໃຫ້ ທ່ານນາງ Janet Reno ເປັນລັດຖະມົນຕີ ກະຊວງຍຸຕິທຳ ໃນລະຫວ່າງ ພິທີຮັບຕຳແໜ່ງຢູ່ທີ່ ທຳນຽບຂາວ, ວັນທີ 12 ມີນາ 1993.


ໃນລະຫວ່າງນັ້ນ ທ່ານນາງໄດ້ຮູ້ດີວ່າ ເປັນຄົນທີ່ມີ ລັກສະນະແບບກົງໄປກົງມາ ແລະ ໄດ້ເຮັດວຽກເພື່ອແກ້ໄຂ ຄວາມຮຸນແຮງຕໍ່ພວກຕໍ່ຕ້ານການແທ້ງລູກ ແລະ ຈຳນວນຂອງ ຄວາມຮຸນແຮງທີ່ສະແດງອອກທາງໂທລະພາບ ແລະ ໄດ້ນຳເອົາການຟ້ອງຮ້ອງ ຕໍ່ຕ້ານ
ການຜູກຂາດ ຕໍ່ບໍລິສັດຍັກໃຫຍ່ ຄອມຜິວເຕີ Microsoft.

ໃນປີ 1998 ທ່ານນາງ Reno ໄດ້ມອບໝາຍໃຫ້ໄອຍາການພິເສດ ທ່ານ Kenneth Starr ອຳນາດໃນການຂະຫຍາຍ ການສືບສວນສອບສວນ ເຂົ້າໃນການຕົກລົງ ກ່ຽວກັບ ທີ່ດິນໃນລັດ Arkansas.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

US Reno Obituary
please wait
Embed

No media source currently available

0:00 0:01:01 0:00

XS
SM
MD
LG