ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ນັກໂທດກໍ່ການຮ້າຍ 10 ຄົນໄດ້ຫຼົບໜີອອກຈາກ ຄຸກໃນປະເທດ ບາເຣນ


ແຜນທີ່ປະເທດ ບາເຣນ.
ແຜນທີ່ປະເທດ ບາເຣນ.

ການຕາມລ່າຕົວນັກໂທດຂໍ້ຫາລັດທິກໍ່ການຮ້າຍສິບຄົນ ທີ່ໄດ້ຫຼົບໜີອອກຈາກຄຸກໃນປະ ເທດ ບາເຣນ ກຳລັງດຳເນີນຢູ່, ຫຼັງຈາກມືປືນຫຼາຍຄົນໄດ້ບຸກໂຈມຕີຄຸກແຫ່ງໜຶ່ງ ແລະ ເຮັດໃຫ້ຕຳຫຼວດຄົນໜຶ່ງເສຍຊີວິດ.

ລັດຖະມົນຕີພາຍໃນຂອງ ບາເຣນ ໄດ້ກ່າວໃນ Twitter ວ່າ ສະມາຊິກຂອງ “ກຸ່ມກໍ່ການ ຮ້າຍ” ຫ້າຄົນຕິດອາວຸດປືນກົນຍາວ ແລະ ປືນສັ້ນຫຼາຍກະບອກໄດ້ບຸກໂຈມຕີຄຸກ Jaw, ຕັ້ງຢູ່ພາກໃຕ້ຂອງນະຄອນຫຼວງ ມານາມາ ໃນວັນອາທິດວານນີ້.

ນັກໂທດເຈັດຄົນໄດ້ຖືກຂັງຄຸກຕະຫຼອດຊີວິດ ແລະ ສາມຄົນຖືກຂັງຄຸກໄລຍະຍາວ ສຳລັບ ສິ່ງທີ່ກະຊວງໄດ້ກ່າວວ່າ ເປັນ “ການກະທຳກໍ່ການຮ້າຍ.”

ບໍ່ມີໃຜອອກມາອ້າງຄວາມຮັບຜິດຊອບສຳລັບການໂຈມຕີດັ່ງກ່າວ, ເຊິ່ງໄດ້ເຮັດໃຫ້ເຈົ້າ ໜ້າທີ່ຄົນທີສອງໄດ້ຮັບບາດເຈັບເຊັ່ນກັນ.

ປະເທດ ບາເຣນ, ແມ່ນປະເທດເກາະນ້ອຍປະເທດໜຶ່ງ ຕັ້ງຢູ່ນອກຊາຍຝັ່ງຂອງປະເທດ ຊາອູດີ ອາເຣເບຍ, ໄດ້ຕໍ່ສູ້ກັບຄວາມບໍ່ສະຫງົບລະດັບຕ່ຳນັບຕັ້ງແຕ່ການປະທ້ວງຍຶດອຳ ນາດປະຊາທິປະໄຕທົ່ວພາກພື້ນ ອາຣັບ ໃນປີ 2011 ເມື່ອປະຊາຊົນນິກາຍ ຊີໄອ ສ່ວນ ໃຫຍ່ຂອງປະເທດ ແລະ ຄົນອື່ນໆໄດ້ຮຽກຮ້ອງເອົາເສລີພາບທາງດ້ານການເມືອງຫຼາຍ ກວ່າເກົ່າຈາກລັດຖະບານ ຊຸນນີ ທີ່ປົກຄອງປະເທດຢູ່. ຊາວ ຊີໄອ ໄດ້ຕຳໜິລະບອບການ ປົກຄອງນຳພາໂດຍຊາວ ຊຸນນີ ທີ່ໄດ້ສ້າງຄວາມແບ່ງແຍກສຳລັບພວກເຂົາເຈົ້າ, ເຊິ່ງເປັນ ຂໍ້ກ່າວຫາໜຶ່ງທີ່ລັດຖະບານໄດ້ປະຕິເສດ.

ລັດຖະບານໄດ້ເປີດການປາບປາມພວກປະທ້ວງຢ່າງກວ້າງຂວາງໃນເດືອນເມສາທີ່ຜ່ານ ມາ, ຈັບນັກການເມືອງຄົນສຳຄັນເຂົ້າຄຸກຫຼາຍຄົນ ແລະ ຜັກດັນຄົນອື່ນໆອອກຈາກປະ ເທດ. ຊາວມຸສລິມທີ່ສ່ວນໃຫຍ່ແມ່ນນິກາຍ ຊີໄອ ຫຼາຍພັນຄົນໄດ້ຖືກຈັບເຂົ້າຄຸກສຳລັບ ການເຂົ້າຮ່ວມກິດຈະກຳຕໍ່ຕ້ານລັດຖະບານນັ້ນ.

ປະເທດ ບາເຣນ ແມ່ນບ້ານເຮືອນຂອງ ກອງທັບທີຫ້າຂອງທະຫານເຮືອ ສະຫະລັດ. ອັງ ກິດ ກໍໄດ້ເປີດຖານທັບນາວິກະໂຍທິນໃນປະເທດທີ່ຕັ້ງຢູ່ເຂດອ່າວເປີເຊຍນີ້ເຊັ່ນກັນ.


ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG