ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ປະທານາທິບໍດີ ກົວເຕມາລາ ລາອອກ ຍ້ອນຂໍ້ຫາສໍ້ລາດ ທີ່ນອງນັນ


ປະທານາທິບໍດີກົວເຕມາລາ ທ່ານ Otto Perez Molina
ປະທານາທິບໍດີກົວເຕມາລາ ທ່ານ Otto Perez Molina

ຜູ້ພິພາກສາທ່ານນຶ່ງ ຂອງກົວເຕມາລາ ໄດ້ສັ່ງຄຸມຂັງໃຫ້ອະດີດ
ປະທານາທິບໍດີ Otto Perez Molina ໃນຂະນະທີ່ສານ ພວມ
ພິຈາລະນາວ່າ ຈະດຳເນີນຄະດີທ່ານ ໃນຂໍ້ຫາສໍ້ລາດບັງຫລວງ
ຫຼືບໍ່.

ທ່ານ Perez Molina ໄດ້ລາອອກໃນວັນພະຫັດວານນີ້ ບໍ່ເທົ່າ
ໃດຊົ່ວໂມງ ລຸນຫຼັງທີ່ສະມາຊິກສະພາ ໄດ້ຖອດຖອນສິດພິເສດ
ຈາກການຟ້ອງຮ້ອງດຳເນີນຄະດີ ກ່ຽວກັບ ການສໍ້ລາດບັງຫຼວງ
ນອງນັນ ທີ່ເອີ້ນວ່າ “ສາຍ” ອີງຕາມຊື່ ການດັກຟັງ ສາຍໂທລະ
ສັບທີ່ປາກົດວ່າເຮັດໃຫ້ປະທານາທິບໍດີມີສ່ວນກ່ຽວຂອງພົວພັນ.

ທ່ານ Perez Molina ຂຽນໃນໃບລາອອກຂອງທ່ານວ່າ ທ່ານມີຈິດສຳນຶກທີ່ຈະແຈ້ງໂດຍ
ເວົ້າວ່າ “ຄວາມໝັ້ນໝາຍ ຂອງຂ້າພະເຈົ້າ ຕໍ່ປະຊາຊົນ ຊາວກົວເຕມາລາ ກໍຄື ຍອມດ້ວຍ ຄວາມຊື່ສັດທຸກຢ່າງຕໍ່ວິທີທາງທີ່ຖືກຕ້ອງແຫ່ງກົດໝາຍ ແລະພິສູດວ່າການກ່າວຫາທ່ານ ບໍ່ເປັນຄວາມຈິງ.”

ແຕ່ອະດີດປະທານາທິບໍດີໄດ້ຢືນຂຶ້ນເປັນເວລາສັ້ນໆຢູ່ທີ່ສານໃນວັນພະຫັດວານນີ້ຂະນະ
ທີ່ໄອຍະການໄດ້ເປີດສຽງ ທີ່ລັກອັດໃນການສົນທະນາທາງໂທລະສັບ ທີ່ເຂົາເຈົ້າກ່າວວ່າ ສະແດງໃຫ້ເຫັນເຖິງການທີ່ທ່ານໄດ້ຮັບເງິນສິນບົນ ຈາກພວກນຳເຂົ້າສິນຄ້າ ທີ່ຕ້ອງການ ບໍ່ຢາກເສຍພາສີ.

ຜູ້ພິພາກສາຈະຕັດສິນວ່າ ຈະດຳເນີນຄະດີ ອະດີດປະທານາທິບໍດີ Perez Molina ຫຼືບໍ່.

ປະຊາຊົນຊາວກົວເຕມາລາຫຼາຍພັນຄົນໄດ້ພາກັນໂຮມຊຸມນຸມຢູ່ຕາມຖະໜົນຫົນທາງເວ ລາຂ່າວການລາອອກ ຂອງປະທານາທິດບໍດີ ແພ່ສະພັດອອກໄປ. ພວກເຂົາເຈົ້າພາກັນ ປະທ້ວງມາເປັນເວລາຫຼາຍເດືອນແລ້ວຮຽກຮ້ອງໃຫ້ປະທານາທິບໍດີລາອອກ. ທ່ານ Perez
Molina ໄດ້ຖືກເລືອກເຂົ້າຮັບຕຳແໜ່ງເປັນປະທານາທິບໍດີໃນປີ 2011 ໂດຍການໃຫ້ຄຳ ໝັ້ນສັນຍາທີ່ຈະຕໍ່ຕ້ານການສໍ້ລາດບັງຫຼວງ. ແຕ່ປາກົດວ່າກົວເຕມາລາ ຍັງສືບຕໍ່ເປັນປະ ເທດນຶ່ງທີ່ທຸກຍາກທີ່ສຸດໃນອາເມຣິກາລາຕິນ.

Guatemala Politics
please wait
Embed

No media source currently available

0:00 0:00:58 0:00

XS
SM
MD
LG