ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຕະຫຼາດຫຼັກຊັບ ຂອງກຣິສ ເປີດຄືນໃໝ່ ແຕ່ລາຄາຮຸ້ນຕ່າງໆ ຕົກລົງ​ຢ່າງໜັກ


ທຸງຊາດປະເທດກຣິສ ປິວສະບັດ ຢູ່ຍອດຫລັກ ນອກຕະຫຼາດຫຼັກຊັບ ຂອງນະຄອນ Athens ປະເທດກຣິສ.
ທຸງຊາດປະເທດກຣິສ ປິວສະບັດ ຢູ່ຍອດຫລັກ ນອກຕະຫຼາດຫຼັກຊັບ ຂອງນະຄອນ Athens ປະເທດກຣິສ.

ຮຸ້ນ​ຕ່າງໆ​ຂອງ​ກຣິສ ​ໄດ້​ຕົກ​ຕ່ຳລົງ​ຢ່າງໜັກ ​ໃນ​ວັນ​ຈັນ​ມື້​ນີ້ ເມື່ອ​
ຕະຫລາດຫລັກຊັບ ຂອງ​ນະຄອນ Athens ​ເປີດ​ຂາຍ ​ເປັນຄັ້ງ
ທຳ​ອິດ ​ຫຼັງຈາກ 5 ອາທິດ​ຜ່ານ​ມາ. ດັດ​ຊະນີ ຂອງ​ການ​ຊື້​ຂາຍ
​ຫລຸດລາຄາ​ເກືອບ 23 ​ເປີ​ເຊັນ ​ໃນ​ເວລາ​ທີ່ເປີດ​ຕະຫລາດ
ບໍ່ດົນ​ເທົ່າ​ໃດ.

ຮຸ້ນ​ຕ່າງໆ ​ໄດ້​ຟື້ນ​ຕົວຂຶ້ນຄືນເລື້ອຍໆ ​ຢ່າງ​ສະ​ໝ່ຳສະ​ເໝີ ຫຼັງຈາກ
2 ຊົ່ວ​ໂມງ​ຕໍ່​ມາ ​ໂດຍ​ທີ່​ດັດຊະນີ ຕົກລົງ​ເຫຼືອຢູ່ 19 ​ເປີ​ເຊັນ.

ລັດຖະບານ​ກຣິສ ​ໄດ້​ປິດ​ຕະຫລາດ​ຫລັກ​ຊັບ​ລົງ ​ເມື່ອ​ທ້າຍ​ເດືອນ
ມິຖຸນາ​ຜ່ານ​ມາ ​ໃນ​ເວ​ລານັ້ນ ​ກໍ​ປິດ​ທະນາຄານຕ່າງໆລົງ​ເຊັ່ນ​ກັນ
​ແລະ ​ໄດ້​ອອກ​ກຳນົດ​ໃນ​ການ​ຖອນ​ເງິນ​ອອກ​ຈາກ​ທະນາຄານ ​ເພື່ອ​ເປັນ​ການ​ຮັບ​ມື​ກັບ
ວິ​ກິດ​ການ​ດ້ານ​ໜີ້​ສິນ​ຂອງ​ປະ​ເທດ.

ກຣິສ ​ໄດ້​ບັນລຸ​ຂໍ້​ຕົກລົງ ກ່ຽວ​ກັບ​ການ​ຊ່ວຍກອບ​ກູ້​ເສດຖະກິດຂອງ​ຕົນ ກັບ​ສະຫະພາບ​
ຢູ​ໂຣບ ​ແລະ ອົງການ​ກອງ​ທຶນ​ສາກົນ ຫຼື IMF ​ເມື່ອ​ເດືອນ​ແລ້ວ​ນີ້ ​ແລະ ​ໄດ້​ເປີດ​ຄືນ​
ທະນາຄານ​ຕ່າງໆ ເມື່ອວັນ​ທີ 20 ກໍລະກົດ​ຜ່ານ​ມາ. ການ​ຄວບ​ຄຸມ​ເງິນ​ທຶນ ຍັງ​ຄົງ​ມີ​ຢູ່ ​
ແລະ ລັດຖະບານ​ຍັງ​ສືບ​ຕໍ່ ​ເຈລະຈາ​ກັບ​ບັນດາ​ເຈົ້າໜີ້ ກ່ຽວ​ກັບ​ເງື່ອນ​ໄຂ​ຕ່າງໆ​ອັນ​ແທ້​ຈິງ
ສຳ​ຫລັບ ການ​ຊ່ວຍ​ກອບ​ກູ້ເສດຖະກິດຊຸດ​ໃໝ່ ທີ່​ອາດ​ມີ​ມູນ​ຄ່າ​ເຖິງ 94 ຕື້​ໂດ​ລານັ້ນ.

ການ​ຊ່ວຍ​ກອບ​ກູ້ເສດຖະກິດຂອງ​ກຣິສນີ້ ​ແມ່ນ​ເປັນ ຄັ້ງທີ 3 ​ແລ້ວ ​ໃນ​ໄລຍະ 5 ປີຜ່ານ​ມາ
ຊຶ່ງ​ມີ​ຂຶ້ນ ຫຼັງຈາກ​ທີ່​ມີ​ການ​ເຈລະຈາ​ກັນ ຫຼາຍອາທິດ​ຜ່ານ​ມາ ​ແລະ ມີ​ຂໍ້​ຄັດ​ແຍ້​ງກັນ​ ທີ່​ລວມ
ທັງ ການ​ປະຕິ​ເສດ​ ໂດຍ​ການລົງ​ປະຊາ​ມະຕິ ຂອງ​ກຣິສ ສຳລັບການ​ຊ່ວຍ​ກອບ​ກູ້ເສດຖະ
ກິດ​ໃນ​ເບື້ອງຕົ້ນ. ຊາວ​ກຣິດ​ຫຼາຍຄົນ ບໍ່​ເຫັນ​ດີ​ນຳ ປະ​ເພດ​ຂອງມາດ​ຕະການ ປະ​ຢັດ​ມັດ
ທະຍັດທີ່​ຮັດແໜ້ນ ຂອງ​ພວກ​ເຈົ້າໜີ້​ທີ່​ໄດ້​ຮຽກຮ້ອງ​ໃຫ້​ປະຕິບັດ​ ​ໂດຍ​ກ່າວ​ວ່າ ພວກ​ເຂົາ​
ເຈົ້າ​ພຽງແຕ່​ຈະເຮັດ​ໃຫ້ ບັນຫາເສດຖະກິດ​ ຂອງ​ປະ​ເທດ ຮ້າຍ​ແຮງ​ຍິ່ງຂຶ້ນຕື່ມ.

Greece Economy
please wait
Embed

No media source currently available

0:00 0:01:10 0:00

XS
SM
MD
LG