ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ເຢຍຣະມັນ ​ເປັນ​ເຈົ້າພາບ ​ເພື່ອ​ໂອ້​ລົມ​ສົນທະນາ ສັນຕິພາບ​ຂອງ​ຢູ​ເຄຣນ

ຈາກ​ຊ້າຍ​ຫາ​ຂວາ ນຍ ​ເຢຍຣະມັນ Angela Merkel, ປະທານາທິບໍດີ ຣັດ​ເຊຍ Vladimir Putin, ທ່ານ Petro Poroshenko ປ. ຢູ​ເຄຣນ ​ແລະ ທ່ານ Francois Hollande ປະທານາທິບໍດີ​ຝຣັ່ງ ທີ່​ເຫັນ​ໃນ​ກອງ​ປະຊຸມ​ໃນ​ນະຄອນ Paris, ຝຣັ່ງ, 2 ຕຸລາ, 2015.

ບັນດາ​ຜູ້ນຳຈາກ ​ເຢຍຣະມັນ ຝຣັ່ງ ຣັດ​ເຊຍ ​ແລະ​ຢູ​ເຄຣນຈະ​ພົບ​ປະກັນ ​ໃນ​ວັນ​ພຸດ​ມື້​ອື່ນ​ນີ້ ​ໃນ​ນະຄອນເບີລິນ ​ເພື່ອ​ສົນທະນາ​ກັນ​ເລື້ອງ​ການ​ເອົາ​ມາດ​ຕະການ​ຂັ້ນ​ຕໍ່​ໄປ​ໃນ​ແຜນການ​ສັນຕິພາບ ທີ່​ຈະນຳ​ໄປ​ສູ່​ການ​ຍຸຕິ​ຄວາມ​ຮຸນ​ແຮງ​ໃນ​ພາກ​ຕາ​ເວັນ​ອອກ​ຂ​ອງຢູ​ເຄຣນ.

ລົດ​ຖັງ ທີ່​ໜຸນ​ຫຼັງ​ໂດຍຣັດ​ເຊຍ ດ້ວຍ​ທຸງ ທີ່​ຕົນ​ເອງ​ປະກາດ ​ໃນ Donetsk ທີ່​ໃກ້ໆ​ກັບ Novoazovsk, ຢູ​ເຄຣນ, 21 ຕຸລາ, 2015.
ລົດ​ຖັງ ທີ່​ໜຸນ​ຫຼັງ​ໂດຍຣັດ​ເຊຍ ດ້ວຍ​ທຸງ ທີ່​ຕົນ​ເອງ​ປະກາດ ​ໃນ Donetsk ທີ່​ໃກ້ໆ​ກັບ Novoazovsk, ຢູ​ເຄຣນ, 21 ຕຸລາ, 2015.

​ໂຄສົກ​ຂອງ​ລັດຖະບານເຢຍຣະມັນ ທ່ານ Steffen Seibert ​ໄດ້​ກ່າວ​ໃນ​ຖະແຫຼງ​ການ​ສະບັບ​ນຶ່ງ​ ​ໃນ​ວັນ​ອັງຄານ​ມື້​ນີ້ວ່າ ປະທານາທິບໍດີເຢຍຣະມັນ ທ່ານ​ນາງ Angela Merkel ​ໄດ້​ເຊື້ອ​ເຊີນ ບັນດາ​ຜູ້ນຳທັງຫຼາຍ​ມາ​ສົນທະນາ​ຫາລື​ກັນ ກ່ຽວ​ກັບ “ການ​ເອົາ​ບາດກ້າວ​ຂັ້ນ​ຕໍ່​ໄປ” ທີ່​ຈະ​ນຳ​ມາ​ຊຶ່ງ​ຄວາມ​ສະ​ງົບ​ສັນ​ຕິສຸກ ​ໃນ​ຂົງ​ເຂດ.

ການ​ຕັດສິນ​ຂອງ​ການ​ພົບ​ປະກັນ​ໃນວັນ​ພຸດ​ມື້​ອື່ນ​ນີ້ ຈະ​ໄດ້​ມີ​ຂຶ້ນ ຫຼັງ​ຈາກ ການ​ໂອ້​ລົມ​ສົນທະ ນາ​ກັນ ລະຫວ່າງ ລະຫວ່າງ​ທັງ​ສີ່​ຝ່າຍ ​ໃນຮອບ​ສັບປະດາ​ທີ່​ຜ່ານ​ມາ​ນີ້ ອິງ​ຕາມ
​ທ່ານ Seibert ຊຶ່ງ​ບໍ່​ໄດ້​ຄາດ​ຫວັງ​ວ່າຈະ​ມີ​ຫຍັງ​ຄືບ​ໜ້າ​ເລີຍ.

ທ່ານ​ Seibert ໄດ້​ກ່າວໃນວັນຈັນວານນີ້​ວ່າ “ຖ້າ​ຫາກ​ວ່າ ມີການພົບ​ປະກັນ​ແທ້ ກໍຢ່າຄາດ​ຫວັງ​ວ່າ​ມັນ​ຈະ​ແກ້​ໄຂ​ບັນຫາຫຍັງໄດ້​.”

​ເປົ້າໝາຍ​ຂອງ​ການ​ພົບ​ປະກັນນີ້ ​ແມ່ນ​ເພື່ອຊ່ອຍ​ໃຫ້ ຢູ​ເຄຣນ ກັບ​ຄືນມາ​ແບ່ງປັນ​ຊາຍ​ແດນ ຫຼັງ​ຈາກ ທີ່ຣັດ​ເຊຍ​ໄດ້​ເຂົ້າ​ຮຸກ​ຮານ ຍຶດ​ເອົາ​ແຫຼມ Crimea ​ໃນ​ປີ 2014. ຣັດ​ເຊຍ ສະໜັບ ສະໜຸນ ພວກ​ຫົວ​ຮຸນ​ແຮງພາກ​ຕາ​ເວັນ​ອອກ​ຂອງຢູ​ເຄຣນ ຊຶ່ງປະຈຸ​ບັນ​ນີ້​ຄວບ​ຄຸມ​ໂດຍ​ພວກ​ຫົວ​ແບ່ງ​ແຍກ​ຕິນ​ແດນຢູ່.

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG